
ຍິນດີຕ້ອນຮັບທ່ານເຂົ້າສູ່
ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກຳ
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ “ຄພດກ” ແມ່ນກົງຈັກໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້,ມີພາລະບົດບາດເປັນເສນາທິການໃຫ້ ແກ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານ ສຳຫຼວດ, ຈັດສັນ,ກຳນົດແບ່ງເຂດທີ່ດິນກະສິກຳ, ຄຸ້ມຄອງ, ນຳໃຊ້, ການປົກປັກຮັກສາ, ການບູລະນະ
ແລະ ປັບປຸງດິນ,ການທົດລອງສາທິດ ແລະ ຖ່າຍທອດເຕັກໂນໂລຊີ, ປັບປຸງ ແລະ ນຳໃຊ້ທີ່ດິນກະສິກຳທີ່ເໝາະສົມ ເພື່ອແນໃສ່ການຄຸ້ມຄອງການນໍາໃຊ້ ແລະ ພັດທະນາທີ່ດິນກະສິກຳ ແລະ ຝຸ່ນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.
- ບໍລິຄຳໄຊ
- ຫຼວງນ້ຳທາ
- ເຊກອງ
- ນະຄອນຫຼວງ

ພາບລວມຂອງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ສ້າງຕັ້ງຂື້ນໃນປີ 2012, ເພື່ອຈຸດປະສົງແນ່ໃສ່ຈັດຕັ້ງປະຄິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນຂອບເຂດທົ່ວປະເທດໃຫ້ໄປຕາມທິດທີ່ຢືນຍົງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ ” ຄພດກ ” ແມ່ນອົງການຈັດຕັ້ງໜື່ງສັງກັດໃນກົງຈັກການຈັດຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້.

ໜ້າທີ່ຮັບຜິດຊອບຂອງກົມ
ໜ້າທີ່ຮັບຜິດຊອບຫຼັກຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດີນມີລາຍລະອຽດລຸ່ມນີ້.
- ປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ, ດຳລັດ, ມະ ຕິຂອງລັດຖະບານ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ຂອງຂັ້ນເທິງວາງອອກ;
- ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຂອງຂະແໜງກະສິກໍາ ແລະ ປ່າໄມ້ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ;
- ຄົ້ນຄວ້າ, ນຳສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກຳນົດຕຳແໜ່ງງານໃຫ້ຄົບຖ້ວນ, ສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນ ໃນແຕ່ລະໄລຍະ;
- ຄົ້ນຄວ້າ, ນໍາສະເໜີ ສ້າງ, ປັບປຸງນິຕິກໍາ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ພ້ອມທັງເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ;
- ສຶກສາ, ຄົ້ນຄວ້າ, ສຳຫຼວດ, ຈັດສັນ, ຈັດປະເພດ ແລະ ວິໄຈ ເພື່ອປະເມີນຄຸນນະພາບຂອງດິນ, ແບ່ງເຂດການຜະລິດກະສິກຳ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ ຕາມທິດຍືນຍົງ;
- ໃຫ້ການບໍລິການວິໄຈດິນ, ຝຸ່ນ, ພືດ, ຈຸລິນຊີ ແລະ ບໍລິການ ການສຳຫຼວດ, ວາງແຜນນຳໃຊ້ທີ່ດິນກະສິກຳ ທີ່ມີປະສິດທິພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
- ສ້າງຄວາມເຂັ້ມແຂງທາງດ້ານວິຊາການດິນ ໃຫ້ພະນັກງານ ຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານ ເປັນຕົ້ນແມ່ນໝໍດິນ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ດຳເນີນການເກັບກຳຂໍ້ມູນ, ຂຶ້ນສຳມະໂນ, ອອກໃບຢັ້ງຢືນການນຳໃຊ້ ແລະ ການພັດທະນາທີ່ດິນກະສິກຳ ເພື່ອເປັນຫຼັກຖານໃນການອອກໃບຕາດິນ;
- ຄົ້ນຄວ້າ ປະກອບຄຳເຫັນດ້ານວິຊາການ ໃນການອະນຸມັດໃຫ້ເຊົ່າ, ສຳປະທານ, ການຫັນປ່ຽນທີ່ດິນກະສິກຳໄປສູ່ເປົ້າໝາຍອື່ນ ເພື່ອເປັນເຄື່ອງມືໃນການຄຸ້ມຄອງທີ່ດິນກະສິກໍາ ຕາມທ່າແຮງ ແລະ ສະ ພາບເງື່ອນໄຂຕົວຈິງ ຂອງແຕ່ລະທ້ອງຖິ່ນ;
- ເກັບກຳ ແລະ ສ້າງຖານຂໍ້ມູນທີ່ດິນກະສິກຳ ເພື່ອຕິດຕາມ, ກວດກາ ແລະ ປະເມີນຜົນ ກ່ຽວກັບການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ;
- ສຶກສາ, ຄົ້ນຄວ້າ, ທົດລອງ, ທົດສອບ, ສາທິດ ເພື່ອຊອກຫາຮູບແບບ ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີໃນການນຳໃຊ້, ການປັບປຸງບູລະນະ, ການອະນຸລັກ ແລະ ພັດທະນາທີ່ດິນ ເພື່ອການຜະລິດກະສິກໍາ ຕາມທິດຍືນຍົງ;
- ຄຸ້ມຄອງ, ຕິດຕາມ, ວິໄຈ ແລະ ທົດສອບ ເພື່ອຢັ້ງຢືນຄຸນນະພາບຝຸ່ນທີ່ຜະລິດ, ການນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍ ພາຍໃນປະເທດ ລວມທັງວັດຖຸດິບ ທີ່ນຳມາຜະລິດຝຸ່ນ, ກຳນົດອັດຕາ ແລະ ໃຫ້ຄຳແນະນຳໃນການນຳໃຊ້ຝຸ່ນ ເພື່ອຍົກຜະລິດຕະພາບ ໃຫ້ໄດ້ຮັບຜົນ;
- ພົວພັນ ແລະ ຮ່ວມມືກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດບັນດາແຜນງານ, ແຜນການ ແລະ ໂຄງການ ໃນຂົງເຂດວຽກງານຂອງຕົນ;
- ສ້າງແຜນດຳເນີນງານ, ແຜນການ ແລະ ແຜນງົບປະມານປະຈຳປີ ພ້ອມທັງຄຸ້ມຄອງ, ຕິດຕາມ, ກວດ ກາ, ສະຫຼຸບ-ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດ ແຜນງານ, ແຜນການ, ບັນດາໂຄງການ ແລະ ກິດຈະກຳຕ່າງໆ ລວມທັງການໃຊ້ຈ່າຍງົບປະມານທີ່ກົມຮັບຜິດຊອບ ຢ່າງເປັນລະບົບຕໍ່ເນື່ອງ;
- ປະກອບສ່ວນເຂົ້າໃນການພັດທະນາບັນດາວິທະຍາໄລ ແລະ ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ພ້ອມທັງສະໜອງດ້ານເຕັກນິກ, ວິຊາການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ບັນດາສູນ, ສະຖານີ ຢູ່ຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.

ຂອບເຂດສິດຂອງກົມ
ຂອບເຂດສິດຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດີນມີລາຍລະອຽດລຸ່ມນີ້.
- ສະເໜີປັບປຸງກົງຈັກການຈັດຕັ້ງຂອງຕົນ ຕໍ່ກະຊວງກະສິກຳ ແລະ ປ່າໄມ້, ກຳນົດຕຳແໜ່ງງານ, ບັນຈຸ-ສັບຊ້ອນ ແລະ ຈັດວາງ ບຸກຄະລາກອນ ຕາມການແບ່ງຂັ້ນຄຸ້ມຄອງ ທີ່ກົດໝາຍ ແລະ ລະບຽບການກຳນົດ ຕາມທິດກະທັດລັດ, ເຂັ້ມແຂງ ແລະ ມີປະສິດທິພາບ;
- ຊີ້ນຳ, ຄຸ້ມຄອງ ຕາມສາຍຕັ້ງທາງດ້ານເຕັກນິກ, ວິຊາການ ໂດຍມີການແບ່ງຂັ້ນ, ແບ່ງຄວາມຮັບຜິດ ຊອບ ແລະ ແບ່ງສິດ ໃນການຕົກລົງບັນຫາ ຢ່າງລະອຽດ, ຈະແຈ້ງ;
- ຮຽກໂຮມພະນັກງານນຳພາ-ຄຸ້ມຄອງ ແລະ ວິຊາການ ໃນຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມກອງປະຊຸມ ຫຼື ລາຍງານສ່ອງແສງວຽກງານ ເປັນແຕ່ລະໄລຍະ, ເຂົ້າຮ່ວມວາງສະແດງສິນຄ້າກະສິກຳ ແລະ ກົນຈັກກະສິກຳ, ຕະຫຼາດນັດ, ຝຶກອົບຮົມ, ສຳມະນາວິຊາການ ແລະ ລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຕາມທີ່ໄດ້ກຳນົດໃນລະບຽບການທີ່ກ່ຽວ ຂ້ອງ;
- ຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບການລົງທຶນ ພາຍໃນ ແລະ ຕ່າງປະເທດ ດ້ານກະສິກຳ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ບົນພື້ນຖານກົດໝາຍ ແລະ ລະບຽບການໃນແຕ່ລະໄລຍະ;
- ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ຊັບສິນຂອງລັດ, ການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້;
- ຄົ້ນຄວ້າ ແລະ ສະເໜີເລື່ອນຊັ້ນ-ຂັ້ນເງິນເດືອນ, ຍ້ອງຍໍ, ຍົກຍ້າຍໜ້າທີ່, ປົດຕຳແໜ່ງ, ສັບຊ້ອນ, ຈັດວາງ, ປະຕິບັດວິໄນ, ຄຸ້ມຄອງ, ນຳໃຊ້ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້;
- ພົວພັນ, ຮ່ວມມື, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກັບ ອົງການ ຫຼື ສະຖາບັນການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໄດ້ຕົກລົງຮ່ວມກັນ ຕາມການມອບໝາຍຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້;
- ຈັດຕັ້ງ ແລະ ເຂົ້າຮ່ວມກອງປະຊຸມ, ສຳມະນາ, ທັດສະນະສຶກສາ, ຝຶກອົບຮົມ ແລະ ນຳໃຊ້ສື່ໂຄສະ ນາຕ່າງໆ ທີ່ຖືກຕ້ອງຕາມກົດໝາຍ ເພື່ອເຜີຍແຜ່ຜົນສຳເລັດຂອງວຽກງານ ໃນຄວາມຮັບຜິດຊອບຂອງຕົນຢ່າງກວ້າງຂວາງ;
- ໃຫ້ບໍລິການວິຊາການ ແລະ ບໍລິການທີ່ປຶກສາ ເພື່ອຊຸກຍູ້ວຽກງານ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຕາມຫຼັກວິຊາການ ແລະ ລະບຽບກົດໝາຍທີ່ກຳນົດໄວ້;
- ປະຕິບັດສິດອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.

ຫາກມີຄຳຖາມກະລຸນາຕິດຕໍ່
ສອບຖາມຂໍ້ມູນສາມາດຕິດຕໍ່ໄດ້.