ໃນວັນທີ 9 ມີຖຸນາ 2023 ເວລາ 13:30 ໂມງ, ທີ່ຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນທີ່ດິນກະສິກໍາກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປີດກອງປະຊຸມສໍາມະນາແລກປ່ຽນບົດຮຽນດ້ານວິຊາສະເພາະ ຂອງ ໜ່ວຍ ຊປປລ ສຳຫຼວດ ແລະ ຄຸ້ມຄອງທີ່ດິນກະສິກຳ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສົມພານ ອຸ່ນປະເສດ, ຮອງຫົວໜ້າສູນສຳຫຼວດ ແລະ ວາງແຜນທີ່ດິນກະສິກຳ ຮ່ວມກັບ ຄະນະຊາວໜຸ່ມຮາກຖານ, ເຊິ່ງຜູ້ເຂົ້າຮ່ວມ ແມ່ນສະມາຊິກ ຊປປລ ຈາກແຕ່ລະໜ່ວຍ ແລະ ຕາງໜ້າ ສາມອົງການຈັດຕັ້ງມະຫາຊົນ ພາຍໃນກົມ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 9 ທ່ານ.
ຈຸດປະສົງຂອງກອງປະຊຸມ ເພື່ອແລກປ່ຽນບົດຮຽນດ້ານວິຊາສະເພາະກ່ຽວກັບວຽກງານການສຳຫຼວດ ແລະ ວາງແຜນທີ່ດິນກະສິກຳເປັນຕົ້ນແມ່ນຫົວຂໍ້ທີ່ກ່ຽວພັກກັບການປະກອບສ້າງແຜນທີ່ເຂົ້າໃນວຽກສຳຫຼວດ ແລະ ປະເມີນຄຸນນະພາບດິນ, ເຕັກນິກວິທີການສຳຫຼວດ ແລະ ສຶກສາດິນ ແລະ ການນຳໃຊ້ລະບົບຖານຂໍ້ມູນທີ່ດິນກະສິກໍາ.
ກອງປະຊຸມໄດ້ຮັບຟັງການນຳສະເໜີແຕ່ລະຫົວຂໍ້ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ປະກອບຄຳເຫັນ ເພື່ອເປັນຫານສົນທະນາແລກປ່ຽນແນວຄວາມຄິດ ຕໍ່ການນຳສະເໜີແຕ່ລະຫົວຂໍ໊ໃຫ້ມີຄວາມສົມບູນ ແລະ ຄົບຖ້ວນ. ຫລັງຈາກນັ້ນ ກໍ່ໄດ້ມີການສ້າງຂະບວນການແຂ່ງຂັນກິລາ ລະຫວ່າງ ຊປປລ ແຕ່ລະໜ່ວຍ ພາຍໃນກົມ ເພື່ອຊີງຂັນເລຂາໜ່ວຍພັກສູນສຳຫລວດ ແລະ ຄຸ້ມຄອງທີ່ດິນກະສິກໍາ ຢ່າງເປັນຂະບວນການຟົດຟື້ນ.
ໃນຕອນທ້າຍ ທ່ານ ປະທານ ກອງປະຊຸມໄດ້ມີຄຳເຫັນໃຫ້ ສະມາຊິກ ຊປປລ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດ້ານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງເອົາໃຈໃສ່ວຽກງານ 4 ບຸກ ກໍ່ໃຫ້ຫລ້ອນໜ້າທີ່ ມີຄວາມຮັບຜິດຊອບ ຕາມການມອບໝາຍ. ກອງປະຊຸມກໍ່ໄດ້ສິ້ນລົງໃນວັນດຽວກັນ ໂດຍໃຊ້ເວລາ ເຄີ່ງມື້.