ໃນລະຫວ່າງ ວັນທີ 09-22 ພຶດສະພາ 2023 ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ (ທີມງານປະຕິບັດງານກິດຈະກຳໂຄງການ ASSET), ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນໃນພື້ນທີ່ບ້ານເປົ້າໝາຍໂຄງການ ASSET ກ່ຽວກັບ ຫຼັກການພື້ນຖານໃນການຜະລິດກະສິກໍາ ເປັັນຕົ້ນແມ່ນ ດິນ, ຝຸ່ນ, ພືດ ແລະ ເຕັກນິກວິທີການພື້ນທີ່ດິນຄ້ອຍຊັນ ໂດຍໄດ້ຮັບການສະໜັບສະໜູນ ຈາກໂຄງການປັບປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານຢູ່ ສປປ ລາວ (ASSET). ພ້ອມດຽວກັນນັ້ນ ກໍ່ເພື່ອເຮັດໃຫ້ຊາວກະສິກອນໃນພື້ນທີ່ບ້ານເປົ້າ ໝາຍເຂົ້າໃຈໄດ້ ເຖິງຫຼັກການພື້ນຖານໃຫ້ແກ່ການຜະລິດກະສິກໍາ ແລະ ນໍາໄປຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຮັບໝາກຜົນໃນພື້ນທີ່ຕົວເອງໄດ້.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ໃນພື້ນທີ່ເຂດເປົ້າ ໝາຍຂອງໂຄງການ ລວມມີ 10 ບ້ານ, 03 ເມືອງ (ເມືອງແປກ 3 ບ້ານ, ເມືອງພູກູດ 1 ບ້ານ ແລະ ເມືອງຄຳ 6 ບ້ານ) ແຂວງຊຽງຂວາງ. ໃນນີ້ມີປະຊາຊົນຈາກແຕ່ລະບ້ານເຂົ້າຮ່ວມທັງໝົດ 411 ຄົນ, ບ້ານ ແລ້ງ, ບ້ານແລະດໍ ແລະ ບ້ານ ຊາຍນາດູ່ ເມືອງຄຳ 59 ຄົນ, ບ້ານ ກ້ວຍໝໍ້ ເມືອງຄຳ 13 ຄົນ, ເນື່ອງຈາກ ປະຊາຊົນບ້ານດັ່ງກ່າວ ກຳລັງ ປູກສາລີ ແລະ ບ້ານ ອື່ນໆ ນັ້ນແມ່ນມີຜູ້ເຂົ້າຮ່ວມ 43 ຄົນ.
ນອກຈາກວຽກງານດັ່ງກ່າວແລ້ວ, ເພີ່ນຍັງເຫັນໄດ້ຄວາມສຳຄັນ ວຽກງານບົດບາດຍິງ-ຊາຍ ກໍ່ແມ່ນວຽກງານໜື່ງທີ່ມີບົດບາດທຽບເທົ່າກັບເພດຊາຍ ເຂົ້າໃນການຕັດສິນໃຈໃນລະດັບຄອບຄົວ ເປັນຕົ້ນແມ່ນການຜະລິດກະສິກຳ, ການມີສ່ວນຮ່ວມຂອງແມ່ຍິງ ເພື່ອຊ່ວຍໃຫ້ວຽກງານບັນລຸຕາມເປົ້າໝາຍທີ່ວາງໄວ້, ໃນການເຂົ້າຮ່ວມຝືກອົບຮົມໃນຄັ້ງນີ້ ໂດຍລວມແລ້ວ ຊາວກະສິກອນສ່ວນໜື່ງ ແມ່ນເພດຍິງກວມເຖິງ 46% ແລະ ຊາວກະສິກອນຊາຍ 54% ເຫັນວ່າບໍ່ຫຼຸດລື່ນກັນຫຼາຍ, ແຕ່ວ່າການສົມທຽບລະຫວ່າງບ້ານ ແມ່ນເຫັນວ່າ ບົດບາດແມ່ຍິງເຂົ້າຮ່ວມ ຈາກ 51-64% ແມ່ນມີ 4 ບ້ານ (ບ້ານຄັງວຽງ, ບ້ານໂຕນເໜືອ ເມືອງແປກ ແລະ ບ້ານຊາຍນາດູ່, ບ້ານນາພັນ ເມືອງຄຳ) ຢູ່ໃນລະຫວ່າງ 30-49% ມີ 3 ບ້ານ (ບ້ານຄາຍ ເມືອງແປກ ແລະ ບ້ານນາພັນ ເມືອງຄໍາ ແລະ ບ້ານປົວ ເມືອງພູກູດ ຢູ່ໃນລະຫວ່າງ 15-29% ແມ່ນມີ 3 ບ້ານ ບ້ານແລະດໍ, ບ້ານສອງ, ບ້ານກ້ວຍໝໍ້ ຢຸ່ເມືອງຄໍາ.

ດັ່ງນັ້ນ, ວຽກງານດັ່ງກ່າວ ຈື່ງມີຄວາມສຳຄັນ ແລະ ຈຳເປັນຫລາຍໃນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ນັກສຳມະນາກອນ ກໍ່ຄືພໍ່ແມ່ປະຊາຊົນ ໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕື່ມ ທາງດ້ານເຕັກນິກວິຊາການດ້ານຕ່າງໆ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃຈວຽກງານຕົວໃຫ້ມີປະສິດທິຜົນສູງໃນຕໍ່ໜ້າ.