ພິທີປະກາດຂໍ້ຕົກລົງໃຫ້ພະນັກງານລັດຖະກອນກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ອອກພັກຜ່ອນເຂົ້າຮັບບຳນານ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 30 ທັນວາ 2020, ທີ່ຫ້ອງປະຊຸມ ສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ.. ໃຫ້ກຽດເປັນປະທານຂອງ ທ່ານ ອະໂນລາດ ຈັນທະວົງສາ, ຮອງຫົວໜ້າກົມ, ມີຫົວໜ້າສູນ, ຮອງສູນ, ຫົວໜ້າພະແນກ, ຮອງພະແນກ ພາຍໃນກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເຂົ້າຮ່ວມ.
ພາຍໃນພິທີ ຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງຂອງຂອງລັດຖະມົນຕີວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນອອກພັກຜ່ອນ ເຂົ້າຮັບບຳນານ ຈໍານວນ4 ທ່ານ, ເຊີ່ງມີຮອງຫົວໜ້າກົມ 2 ທ່ານ ຄື ທ່ານ ປອ ເພັງ ເຊັ້ງຊື້ ແລະ ທ່ານ ບັນດິດ ຣາມາງກຸນ, ທ່ານ ໃຈ ສົມສະອິນ ຮອງຫົວໜ້າສູນສຳຫຼວດ ແລະ ວາງແຜນທີ່ດິນກະສິກຳ ແລະ ທ່ານ ຊະນະລິດ ສີສຸລາດ ຮອງຫົວໜ້າພະແນກຄຸ້ມຄອງທີ່ດິນກະສິກຳ . ຫລັງຈາກນັ້ນ ທ່ານ ບັນດິດ ຣາມາງກຸນ ຕາງໜ້າ ໃຫ້ພະນັກງານອອກພັກຜ່ອນ ເຂົ້າຮັບບຳນານ ຈໍານວນ 4 ທ່ານ ໄດ້ຂຶ້ນມີ ຄຳເຫັນ ສະແດງຄວາມຂອບອົກຂອບໃຈນໍາການຈັດຕັ້ງ ແລະ ອ້າຍນ້ອງພະນັກງານທີ່ໃຫ້ຄວາມຊ່ວຍເຫລືອ ແລະ ໄດ້ອູ້ມຊູຍູ້ໜູນຕະຫລອດມາ.
ໃນຕອນທ້າຍ ເພື່ອເປັນການຈາລຶກຜົນງານ ແລະ ຄຸນງາມຄວາມດີທີ່ໄດ້ປະກອບສ່ວນໃນການພັດທະນາກົມໄລຍະຜ່ານມາ, ຕາງໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໂດຍແມ່ນທ່ານ ອະໂນລາດ ຈັນທະວົງສາ ຮອງຫົວໜ້າກົມໄດ້ມີຄຳເຫັນ ແລະ ອວຍພອນປີໃຫມ່ ຫລັງຈາກນັ້ນ ກໍ່ໄດ້ມອບກະເຊົາຂອງຂວັນ ໃຫ້ແກ່ພະນັກງານບຳນານທັງສີ່ທ່ານ.
There is no gallery selected or the gallery was deleted.
ຂ່າວໂດຍ: ວິຊາການຂໍ້ມູນຂ່າວສານທີ່ດິນກະສິກຳ
ກວດແກ້ໂດຍ: ທ່ານ ສົມເພັດ ແພງບຸບຜາ, ຮອງຫົວໜ້າພະແນກແຜນການ ແລະ ການຮ່ວມມື