ໜ້າທີ່ ຂອງສູນພັດທະນາທີ່ດິນ ແລະ ຄຸ້ມ​ຄອງການ​ນຳ​ໃຊ້ຝຸ່ນ

  1. ຄົ້ນຄວ້າ, ທົດລອງ, ສາທິດ ຮູບແບບການນຳໃຊ້ທີ່ດິນກະສິກໍາ ໃນເຂດການຜະລິດ ໃຫ້ສອດຄ່ອງ ກັບຈຸດພິເສດ ແລະ ພູມສັນຖານ ຂອງແຕ່ລະທ້ອງຖິ່ນ ໂດຍນຳໃຊ້ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີ ທີ່ເໝາະສົມ; ສຶກສາ, ຄົ້ນຄວ້າ, ທົດລອງ, ສາທິດ ຮູບແບບການຈັດການ ດິນ, ນໍ້າ ແລະ ອັດຕາຝຸ່ນເໝາະສົມ ຕໍ່ການປູກພືດ ໃນແຕ່ລະເຂດທີ່ສາມາດນຳໃຊ້ໃຫ້ຖືກກັບພືດປູກ ແລະ ສະພາບຂອງດິນ;
  2. ຄົ້ນຄວ້າຮູບແບບການຜະລິດຝຸ່ນ; ເກັບຂໍ້ມູນ ແລະ ຕົວຢ່າງວັດຖຸດິບ ທີ່ມີທ່າແຮງ ແຕ່ລະທ້ອງຖິ່ນ ທີ່ໂຮງງານ, ຜູ້ປະກອບການ, ແລະ ກຸ່ມຊາວກະສິກອນ ນຳໃຊ້ຜະລິດຝຸ່ນ;
  3. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານຜະລິດຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ໂຮງ ງານຝຸ່ນວິທະຍາສາດ; ສ້າງແຜນການດຸນດ່ຽງຝຸ່ນ ໃນຂອບເຂດທົ່ວປະເທດ;
  4. ຕິດຕາມ, ກວດກາ ຊຸກຍູ້, ໃຫ້ການບໍລິການ, ການຜະລິດຝຸ່ນ, ດິນປູກ ຂອງໂຮງງານ ແລະ ຜູ້ປະ ກອບການ ແລະ ກຸ່ມຊາວກະສິກອນ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອດຸ່ນດ່ຽງການສະໜອງຝຸ່ນພາຍໃນ, ໃນການອອກ, ໂຈະ ຫຼື ຖອນໃບອະນຸຍາດ ດໍາເນີນທຸລະກິດ ກ່ຽວກັບໂຮງງານຜະລິດ ແລະ ຮ້ານຈຳໜ່າຍຝຸ່ນ;
  5. ສ້າງຄວາມເຂັ້ມແຂງ ດ້ານການພັດທະນາຮູບແບບການນຳໃຊ້ດິນ, ການຜະລິດ ແລະ ນຳໃຊ້ຝຸ່ນ ໃຫ້ຂະແໜງການ, ສູນ, ໜ່ວຍງານ, ສະຖານີ ຕາມສາຍຕັ້ງ ແລະ ວິຊາການດິນຂັ້ນບ້ານ (ອາສາສະໝັກໝໍດິນ);
  6. ເຜີຍແຜ່ຜົນການຄົ້ນຄວ້າ, ການທົດລອງ ແລະ ບັນດາເຕັກນິກ ທີ່ເໝາະສົມການນຳໃຊ້ດິນ, ການຜະລິດ-ນຳໃຊ້ຝຸ່ນ ໃຫ້ກຸ່ມຊາວກະສິກອນ, ຜູ້ປະກອບການ, ນັກຮຽນຮູ້ ແລະ ຜູ້ສົນໃຈທົ່ວໄປ;
  7. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.