ໜ້າທີ່ ຂອງພະແນກແຜນການແລະການຮ່ວມມື
- ຄົ້ນຄວ້າ ແລະ ຜັນຂະຫຍາຍ ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຂອງກະ ຊວງໃນແຕ່ລະໄລຍະ ໃຫ້ກາຍເປັນແຜນດຳເນີນງານ, ແຜນການ ແລະ ໂຄງການສະເພາະຂອງກົມ ທີ່ມີຄວາມແທດເໝາະ, ສອດຄ່ອງ, ເປັນຮູບປະທຳ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນ;
- ຄົ້ນຄວ້າ, ສັງລວມ ແລະ ກວດກາ ແຜນດຳເນີນງານ, ແຜນການ ແລະ ແຜນງົບປະມານ ຈາກບັນດາພະແນກ, ສູນ ແລະ ໂຄງການຕ່າງໆ ທີ່ຂຶ້ນກັບກົມ ລວມທັງແຜນການຂອງຂະແໜງການ ແລະ ໜ່ວຍງານສາຍຕັ້ງທີ່ຢູ່ທ້ອງຖິ່ນ ແລ້ວສ້າງໃຫ້ເປັນແຜນລວມໃນລະດັບກົມ ເພື່ອນຳສະເໜີຂັ້ນເທິງພິ ຈາລະນາ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອດຳເນີນການຕິດຕາມ, ກວດ ກາປະເມີນຜົນ ແລະ ສະຫຼຸບ, ລາຍງານຜົນການຈັດຕັ້ງປະຕິບັດ ແຜນດຳເນີນງານ, ແຜນການ ແລະ ໂຄງການຕ່າງໆ ລວມທັງການໃຊ້ຈ່າຍງົບປະມານ ປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ກໍຄືບົດລາຍງານສິ້ນສຸດໂຄງການ ເພື່ອສ້າງໃຫ້ເປັນບົດລາຍງານລວມຂອງກົມ;
- ພົວພັນ ແລະ ປະສານສົມທົບ ກັບບັນດາອົງການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການແລກປ່ຽນບົດຮຽນ, ປະສົບການ, ຂໍ້ມູນຂ່າວສານ, ສ້າງແຜນການຍາດແຍ່ງການຊ່ວຍ ເຫຼືອທາງເຕັກນິກວິຊາການ ແລະ ທຶນຮອນ ເພື່ອຈັດຕັ້ງປະຕິບັດບັນດາແຜນງານ, ແຜນການ ແລະ ໂຄງການ ໃນຂົງເຂດວຽກງານຂອງຕົນ;
- ສັງລວມເອກະສານນິຕິກໍາການຮ່ວມມື ແລະ ບົດລາຍງານຜົນການຮ່ວມມືຕ່າງໆ ທີ່ີກ່ຽວຂ້ອງ;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.
