ໜ້າທີ່ ຂອງພະແນກບໍລິຫານ ​ແລະ ແຜນການ

  1. ເປັນເສນາທິການໃຫ້ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃນການຄຸ້ມຄອງ ແລະ ພັດທະນາວຽກງານຈັດຕັ້ງ, ບໍລິຫານ, ການຄຸ້ມຄອງບຸກຄະລາກອນ, ການຜັນຂະຫຍາຍແຜນຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂອງກະຊວງແຕ່ລະໄລຍະ ມາເປັນແຜນດໍາເນີນງານ, ແຜນການ ແລະ ໂຄງການສະເພາະຂອງກົມ ໃຫ້ແທດເໝາະ, ສອດຄ່ອງ, ສາມາດຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ;
  2. ຄົ້ນຄວ້າ, ສ້າງ, ປັບປຸງ ​ແລະ ນຳ​ສະ​ເໜີ​ ຮ່າງ​ຂໍ້​ກຳນົດ, ກົດ​ລະບຽບ, ກົງຈັກການຈັດຕັ້ງ, ພາລະບົດ ບາດ, ການກຳນົດຕຳແໜ່ງງານ, ການວາງແຜນພັດທະນາບຸກຄະລາກອນ, ແຜນວຽກ ​ແລະ ງົບປະມານ ພາຍໃນ, ຕ່າງປະເທດ ຕາມແຜນຍຸດທະສາດຂອງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແຕ່ລະໄລຍະ​;
  3. ຄົ້ນຄວ້າ, ສັງລວມ ແລະ ກວດກາ ແຜນດຳເນີນງານ, ແຜນການ ແລະ ແຜນງົບປະມານ ຈາກບັນດາພະແນກ, ສູນ ແລະ ໂຄງການຕ່າງໆ ທີ່ຂຶ້ນກັບກົມ ລວມທັງແຜນການຂອງຂະແໜງການ ແລະ ໜ່ວຍງານສາຍຕັ້ງຢູ່ຂັ້ນທ້ອງຖິ່ນ ແລ້ວສ້າງໃຫ້ເປັນແຜນລວມໃນລະດັບກົມ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;
  4. ຄຸ້ມ​ຄອງ​ ບັນຊີ​ການ​ເງິນ, ຄັງເງິນສົດ ແລະ ຊັບສິນຂອງລັດ. ຕິດຕາມ, ຊຸກ​ຍູ້, ກວດກາ, ສະຫຼຸບ​ລາຍ​ຮັບ-ລາຍ​ຈ່າຍ ແລະ ຂຶ້ນແຜນການ​ນຳ​ໃຊ້​ງົບປະມານ​ພາຍ​ໃນ ແລະ ຕ່າງປະເທດ;
  5. ຄຸ້ມຄອງ, ຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການລົງທຶນ ພາຍໃນ ແລະ ຕ່າງປະເທດ ລວມທັງຊ່ຽວຊານທີ່ປະຕິບັດໜ້າທີ່ພາຍໃນກົມ. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງກົມ ປະຈຳອາທິດ, 1 ​ເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ;
  6. ຄຸ້ມຄອງ ເອກະສານຂາເຂົ້າ-ຂາອອກ, ວຽກງານເລຂານຸການ, ພິທີການ ແລະ ປ້ອງກັນຄວາມສະຫງົບພາຍໃນກົມ ພ້ອມທັງປະຕິບັດວຽກງານການສົ່ງເສີມບົດບາດຍິງຊາຍ;
  7. ປະສານ​ສົມທົບ​ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເອື້ອອໍານວຍການຈັດຕັ້ງປະຕິບັດໂຄງການຕ່າງໆ ໃຫ້ທ່ວງທັນເວລາ ແລະ ຍາດ​ແຍ່ງ​ການ​ສະໜັບສະໜູນທຶນຮອນ ​ແລະ ​ເຕັກ ນິກ​ວິຊາ​ການເຂົ້າໃສ່ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ;
  8. ສ້າງຖານຂໍ້ມູນຂ່າວສານການສົ່ງເສີມ ໃນຮູບແບບເອກະສານ ແລະ ດິຈິຕອນ ເພື່ອໂຄສະນາເຜີຍແຜ່, ບໍລິການ ແລະ ຖ່າຍທອດເຕັກໂນໂລຊີດ້ານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ;
  9. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.