ກ່ອນປີ 1975:
ວຽກງານສຳຫຼວດ, ສຶກສາ, ຄົ້ນຄ້ວາກ່ຽວກັບດິນ ເພື່ອການຜະລິດກະສິກຳໄດ້ມີການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຕາມເປົ້າໝາຍ ແລະ ຈຸດປະສົ່ງຕາມແຕ່ລະໂຄງການເຊັ່ນ: ໂຄງການຄົ້ນຄ້ວາດິນເຂດທົ່ງຮາບວຽງຈັນ ຂອງລັດຖະບານຝຣັ່ງ ໂຄງການພັດທະນາກະສິກຳຂອງຢີ່ປຸ່ນ ເຂດເມືອງຫາດຊາຍຟອງ ປີ 1964-1968. ໂຄງການ Colombo Plan ປະເທດອັງກິດ (1970-1972), ໂຄງການພັດທະນາການກະເສດຂອງອາເມລິກາ(ຢູເສດປີ 1965-1974) ເຫຼົ່ານີ້ເປັນຕົ້ນ.
- 15 ມີນາ 1972 ສ້າງຕັ້ງ ສຸນວິໄຈດິນ ແລະ ຢາປາບສັດຕູພືດ ທີ່ສະຖານີຄົ້ນຄວ້າສາລະຄຳ.
- ປີ 1974 ສ້າງຕັ້ງ ສູນວິໃຈດີນ ແລະ ໂຮງຮຽນກະສິກໍາທີ່ດົງໂດກ École Royal Agro-Sylvo Patoral ຫຼື ERASP (ເຊີ່ງຕໍ່ມາໄດ້ຍ້າຍໄປຕັ້ງຢູ່ນາບົງໃນປີ 1978 ແລະ ປ່ຽນມາເປັນມະຫາໄລກະເສດໃນປະຈຸບັນ).
ຫຼັງປີ 1975:
- 1975-1980 ສູນວິໃຈດີນດົງໂດກ ໄດ້ສຸມໃສ່ວຽກງານສຳຫຼວດ, ຈັດສັນ, ດິນກະສິກຳໄດ້ມີການຈັດຕັ້ງ ແລະ ເຄື່ອນໄຫວຢ່າງເປັນຮູບປະທຳຂື້ນ ຂື້ນນຳກົມຄຸ້ມຄອງດິນນາ ແລະ ປູກຝັງ.
- 1980-1982 ໄດ້ປ່ຽນຊື່ເປັນພະແນກຄຸ້ມຄອງ ແລະ ປັບປຸງດິນ, ຂື້ນນຳກົມຄຸ້ມຄອງດິນນາ ແລະ ປູກຝັງ.
- 1982-1991 ໄດ້ສ້າງຕັ້ງເປັນສູນຄົ້ນຄ້ວາ ແລະ ວິໃຈດິນ ຂື້ນກັບ ກົມປູກຝັງ.
- 1991-1999 ໄດ້ປ່ຽນເປັນສູນສຳຫຼວດ ແລະ ແບ່ງເຂດດິນກະສິກຳ ຂື້ນກັບ ກົມປູກຝັງ
- 2008 ໄດ້ສ້າງຕັ້ງສູນກະສິກໍານິເວດເຊີ່ງເຮັດວຽກໃນການພັດທະນາທີ່ດີນ ພາຍໄຕ້ທືນຊ່ວຍເຫຼືອຈາກທະນາຄານໂລກ. ພ້ອມນີ້ຍັງໄດ້ຮັບການຊ່ວຍເຫຼືອທາງດ້າານເຕັກນິກຈາກ CIRAD ຜ່ານ ອົງການຝຣັ່ງເສດເພື່ອການພັດທະນາ. ເຊີ່ງເປັນອີກສູນໜື່ງທີ່ຂື້ນກັບ ສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້.
- 2012 ຮອດປະຈຸບັນ ໄດ້ສ້າງຕັ້ງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍການລວມເອົາສອງສູນຂ້າງເທີງ, ໃນວັນທີ 19 ກັນຍາ 2012.
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ “ຄພດກ” ແມ່ນກົງຈັກໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານ ສຳຫຼວດ, ຈັດສັນ, ກຳນົດແບ່ງເຂດທີ່ດິນກະສິກຳ, ຄຸ້ມຄອງ, ນຳໃຊ້, ການປົກປັກຮັກສາ, ການບູລະນະ ແລະ ປັບປຸງດິນ, ການທົດລອງສາທິດ ແລະ ຖ່າຍທອດເຕັກໂນໂລຊີ, ປັບປຸງ ແລະ ນຳໃຊ້ທີ່ດິນກະສິກຳທີ່ເໝາະສົມ ເພື່ອແນໃສ່ການຄຸ້ມຄອງການນໍາໃຊ້ ແລະ ພັດທະນາທີ່ດິນກະສິກຳ ແລະ ຝຸ່ນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.
ໜ້າທີ່ ຂອງ ກົມ ຄພດກ:
- ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆ ຂອງກະຊວງກະສິກຳ ແລະ ປ່າໄມ້;
- ຄົ້ນຄວ້າ, ເຊື່ອມຊຶມ ຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; ຄົ້ນຄວ້ານໍາສະເໜີ, ສ້າງ, ປັບປຸງ ນິຕິກໍາ, ລະບຽບການນຳໃຊ້, ການຄຸ້ມຄອງ ແລະ ສະຫງວນໄວ້ທີ່ດິນກະສິກຳບໍ່ໃຫ້ຫັນປ່ຽນ ໄປເປັນທີ່ດິນປະເພດອື່ນ ພ້ອມທັງຈັດຕັ້ງການໂຄສະນາ, ເຜີຍແຜ່ນິຕິກໍາ ອອກສູ່ສັງຄົມຢ່າງທົ່ວເຖິງ;
- ສຸມທຸກກຳລັງແຮງ ເພື່ອຊຸກຍູ້ ສົ່ງເສີມການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄ້ຳປະກັນ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດກະສິກໍາສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນ ປ່ຽນແທນການນຳເຂົ້າ;
- ຍູ້ແຮງການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າແບບຫຼາກຫຼາຍ ໂດຍມີການກໍານົດ ເຂດການຜະລິດຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດ ຂອງທ້ອງຖິ່ນ ແລະ ເຂດແຄວ້ນ, ຊຸກຍູ້ການພັດທະນາ ວິສາຫະກິດ, ຟາມ, ຄອບຄົວຕົວແບບ ໃນການຜະລິດສິນຄ້າກະສິກຳ, ສະອາດ, ທີ່ເປັນທ່າແຮງໄດ້ປຽບ ເພື່ອສົ່ງອອກຕ່າງປະເທດ ໂດຍສອດຄ່ອງກັບມາດຕະຖານ ສຸຂານາໄມ ພືດ ແລະ ສັດ ຂອງປະເທດຄູ່ຄ້າ;
- ເລັ່ງຈັດບູລິມະສິດ ສໍາຫຼວດ, ສຶກສາຈໍາແນກ, ປະເມີນຄຸນນະພາບ ແລະ ຄວາມເໝາະສົມຂອງດິນກະສິກໍາ ຕໍ່ການປູກພືດຊະນິດຕ່າງໆ ເພື່ອກໍານົດແບ່ງເຂດການຜະລິດ (ເຂດປູກ, ເຂດລ້ຽງ) ເປັນຕົ້ນເຂດປູກພືດອຸດສະຫະກໍາ, ເຂດປູກພືດສະບຽງ, ເຂດປູກເຂົ້າ, ເຂດປູກໄມ້ໃຫ້ໝາກ, ເຂດປູກໄມ້ເສດຖະກິດ, ເຂດປູກພືດອາຫານສັດ, ເຂດລ້ຽງສັດໃຫຍ່ ຕາມແລວທາງລົດໄຟລາວ-ຈີນ ແລະ ແລວທາງເສດຖະກິດ ເພື່ອຮັບໃຊ້ການລົງທຶນ ແລະ ວາງແຜນຊຸກຍູ້ ສົ່ງເສີມການຜະລິດພາຍໃນ ທົດແທນການນໍາເຂົ້າ ແລະ ການຜະລິດເພື່ອສົ່ງອອກ;
- ກຳນົດແບ່ງເຂດທີ່ດິນກະສິກໍາ ໃນເນື້ອທີ່ 4,5 ລ້ານເຮັກຕາ, ວາງແຜນນໍາໃຊ້ທີ່ດິນກະສິກໍາ ພ້ອມທັງສ້າງແຜນທີ່ຂ່າວສານດິນກະສິກໍາ ແລະ ປັກຫຼັກໝາຍເຂດດິນ ທີ່ຕ້ອງສະຫງວນໄວ້ ເພື່ອການຜະລິດກະສິກໍາ, ສ້າງຖານຂໍ້ມູນ ແລະ ອອກໃບຢັ້ງຢືນການນໍາໃຊ້ດິນກະສິກໍາ;
- ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານຜະລິດຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ໂຮງງານຝຸ່ນວິທະຍາສາດ; ສ້າງແຜນການດຸນດ່ຽງຝຸ່ນ ໃນຂອບເຂດທົ່ວປະເທດ;
- ຄົ້ນຄວ້າ, ທົດລອງ ແລະ ສາທິດຮູບແບບການນຳໃຊ້ທີ່ດິນກະສິກໍາ, ການນໍາໃຊ້ຝຸ່ນຕ່າງໆ ໃຫ້ຖືກຕ້ອງກັບສະພາບຂອງດິນ ຢູ່ໃນແຕ່ລະເຂດການຜະລິດ, ກວດກາ ຕິດຕາມການນໍາໃຊ້ຝຸ່ນ;
- ບໍລິການວິໄຈດິນ, ຝຸ່ນ, ພືດ ແລະ ນໍ້າ ເພື່ອການຄົ້ນຄວ້າ ການຜະລິດກະສິກໍໍາ ໃຫ້ພາກສ່ວນຕ່າງໆ ທັງພາກລັດ, ຜູ້ປະກອບການ ແລະ ຊາວກະສິກອນ;
- ຕິດຕາມ, ກວດກາ ການນໍາໃຊ້, ການເຊົ່າ, ສຳປະທານ ແລະ ການຫັນປ່ຽນທີ່ດິນກະສິກຳໄປສູ່ເປົ້າໝາຍອື່ນ; ຄົ້ນຄວ້າປະກອບຄຳເຫັນ ທາງດ້ານວິຊາການ ເພື່ອສະເໜີຕໍ່ຂັ້ນເທິງ;
- ຄຸ້ມຄອງ, ຕິດຕາມ, ກວດກາ, ໃຫ້ການບໍລິການຕໍ່ການຜະລິດຝຸ່ນ ແລະ ດິນປູກ ຂອງໂຮງງານ, ຜູ້ປະກອບການ ແລະ ກຸ່ມຊາວກະສິກອນ;
- ສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການ ຂັ້ນແຂວງ, ເມືອງ ກ່ຽວກັບວຽກງານສໍາຫຼວດ, ວາງແຜນ ນໍາໃຊ້ທີ່ດິນກະສິກໍາ, ວິໄຈ, ນິຕິກຳ, ການຜະລິດ, ນໍາໃຊ້ຝຸ່ນ, ປັບປງຸດິນ ແລະ ການແກ້ໄຂບັນຫາຂອງດິນຕໍ່ການປູກພືດ;
- ການສ້າງນິຕິກໍາຄຸ້ມຄອງທີ່ດິນ, ການພັດທະນາຮູບແບບການນຳໃຊ້ດິນ, ນໍ້າ ແລະ ຝຸ່ນ ເພື່ອການຍົກສະມັດຕະພາບການຜະລິດ ແລະ ສ້າງອາສາສະໝັກໝໍດິນຂັ້ນບ້ານ;
- ສ້າງແຜນດຳເນີນງານ, ແຜນການ ແລະ ແຜນງົບປະມານ ປະຈຳປີ ພ້ອມທັງຄຸ້ມຄອງ, ຕິດຕາມ, ກວດກາສະຫຼຸບ-ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດແຜນງານ, ແຜນການ, ບັນດາໂຄງການ ແລະ ກິດຈະກຳຕ່າງໆ ລວມທັງການໃຊ້ຈ່າຍງົບປະມານທີ່ກົມຮັບຜິດຊອບ ຢ່າງເປັນລະບົບຕໍ່ເນື່ອງ;
- ພົວພັນ, ຮ່ວມມື ກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດບັນດາແຜນງານ, ແຜນການ ແລະໂຄງການໃນຂົງເຂດວຽກງານຂອງຕົນ;
- ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ບັນດາໂຄງການງົບປະມານຂອງລັດ ແລະ ໂຄງການຮ່ວມມືກັບຕ່າງ ປະເທດ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃຫ້ໄປຕາມວຽກຈຸດສຸມຂອງກະຊວງວຽກຈຸດສຸມຂອງລັດຖະບານໃນແຕ່ລະໄລຍະ ທັງຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ມີການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ໃຫ້ໄດ້ຜົນສຳເລັດເປັນຢ່າງດີ;
- ຄົ້ນຄວ້າ, ນຳສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກຳນົດຕຳແໜ່ງງານໃຫ້ຄົບຖ້ວນ, ຄຸ້ມຄອງພະນັກງານ-ລັດຖະກອນ ແລະ ສ້າງແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນຂອງຕົນ ບົນພື້ນຖານຄວາມສະເໝີພາບບົດບາດຍິງ-ຊາຍ ໂດຍປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້; ປັບປຸງແບບແຜນວິທີເຮັດວຽກ, ກົນໄກການຄຸ້ມຄອງບໍລິຫານຂອງກົມໃຫ້ມີປະສິດທິພາບ;
- ປະກອບສ່ວນດ້ານວິຊາການ ເຂົ້າໃນການພັດທະນາບັນດາວິທະຍາໄລ ແລະ ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ພ້ອມທັງສະໜອງດ້ານເຕັກນິກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ບັນດາສູນ, ສະຖານີ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນສ້າງສູນ, ສະຖານີ ດັ່ງກ່າວໃຫ້ມີຄວາມເຂັ້ມແຂງ;
- ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີເພື່ອຊາບ ແລະ ຊີ້່ນໍາ;
- ປະຕິບັດໜ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນໍາ.