About DALaM
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ “ຄພດກ” ແມ່ນກົງຈັກໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານ ສຳຫຼວດ, ຈັດສັນ, ກຳນົດແບ່ງເຂດທີ່ດິນກະສິກຳ, ຄຸ້ມຄອງ, ນຳໃຊ້, ການປົກປັກຮັກສາ, ການບູລະນະ
ແລະ ປັບປຸງດິນ, ການທົດລອງສາທິດ ແລະ ຖ່າຍທອດເຕັກໂນໂລຊີ, ປັບປຸງ ແລະ ນຳໃຊ້ທີ່ດິນກະສິກຳທີ່ເໝາະສົມ ເພື່ອແນໃສ່ການຄຸ້ມຄອງການນໍາໃຊ້ ແລະ ພັດທະນາທີ່ດິນກະສິກຳ ແລະ ຝຸ່ນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.
ໜ້າທີ່
ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຂອງຂະແໜງກະສິກໍາ ແລະ ປ່າໄມ້ ມາເປັນແຜນງານແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ; ຄົ້ນຄວ້າ, ນຳສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກຳນົດຕຳແໜ່ງງານໃຫ້ຄົບຖ້ວນ, ສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນ ໃນແຕ່ລະໄລຍະ; ນໍາສະເໜີ ສ້າງ, ປັບປຸງນິຕິກໍາ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາພ້ອມທັງເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ; ສຳຫຼວດ, ຈັດສັນ, ຈັດປະເພດ ແລະ ວິໄຈ ເພື່ອປະເມີນຄຸນນະພາບຂອງດິນ, ແບ່ງເຂດການຜະລິດກະສິກຳ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ ຕາມທິດຍືນຍົງ; ໃຫ້ການບໍລິການວິໄຈດິນ, ຝຸ່ນ, ພືດ, ຈຸລິນຊີ ແລະ ບໍລິການ ການສຳຫຼວດ, ວາງແຜນນຳໃຊ້ທີ່ດິນກະສິກຳ ທີ່ມີປະສິດທິພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມ; ສ້າງຄວາມເຂັ້ມແຂງທາງດ້ານວິຊາການດິນ ໃຫ້ພະນັກງານ ຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານ.

ຂ່າວຫຼ່າສຸດ
ຈຸດປະສົງຂອງກົມ
ເພື່ອປັບປຸງຄວາມຮູ້, ຄວາມສາມາດ ແລະ ການມີສ່ວນຮ່ວມໃນການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ຂອງຂະແໜງການກະສິກຳ ແລະປ່າໄມ້ ແລະເຄືອຂ່າຍ ທີ່ ກ່ຽວຂ້ອງ (ລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການພາຍໃນ , ອົງການຈັດຕັ້ງທາງສັງຄົມ, ແມ່ຍິງ ແລະປະຊາຊົນລາວບັນດາເຜົ່າ) ເພື່ອໃຫ້ທຸກພາກສ່ວນໄດ້ເຂົ້າມາມີສ່ວນຮ່ວມ ແລະ ມີບົດບາດ ໃນການຄຸ້ມຄອງການນຳໃຊ້ ທີ່ດິນກະສິກຳໄດ້ຢ່າງເຕັມສ່ວນ, ເຮັດໃຫ້ການນໍາໃຊ້ທີ່ດິນ ມີຄວາມສະງົບ, ຍຸດຕິທຳ ແລະ ມີຄວາມຍືນຍົງ. ທາງດ້ານສະບຽງອາຫານ
ສູນເຄື່ອຂ່າຍຂໍ້ມູນຂ່າວສານການ
ຄຸ້ມຄອງ ແລະ ນຳໃຊ້ທີດີນ
ສູນຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດຂອງໂຄງການເຄືອຂ່າຍ
ຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ ພາຍໃຕ້ອົງການບ້ານຈຸດສຸມສາກົນ ໄດ້ສ້າງຕັ້ງຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມຄວາມຮູ້, ການເຂົ້າເຖິງຂໍ້ມູນຂ່າວສານ, ການຮ່ວມມື ແລະ ການປຶກສາຫາລື ກ່ຽວກັບປະເດັນທາງດ້ານທີ່ດິນ ແລະ ຊັບພະຍາກອນດ້ານທີ່ດິນ ແລະ ຊັບພະຍາກອນທຳມະຊາດ. ສູນຂໍ້ມູນດັ່ງກ່າວ ເປັນສູນກາງທີ່ລວບລວມເອົາຂໍ້ມູນຂ່າວສານ ແລະ ສື່ອຸປະກອນທີ່ຫຼາກຫຼາຍ, ເປັນພື້ນທີ່ໃນການແລກປ່ຽນເລື່ອງລາວຕ່າງໆ ແລະ ແນວຄວາມຄິດລະຫວ່າງຊຸມຊົນທ້ອງຖິ່ນ ແລະ ຜູ້ວາງນະໂຍບາຍ ເພື່ອແກ້ໄຂບັນຫາຂໍ້ຈຳກັດທາງດ້ານຂໍ້ມູນ, ເປັນຮູບແບບໃໝ່ທີ່ສ້າງສັນ ໃນການສົ່ງເສີມການເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ກ້ວາງຂວາງ ເພື່ອປັບປຸງຂະບວນການ ຕັດສິນໃຈໃຫ້ມີຄວາມເໝາະສົມ.