ໃນຕອນເຊົ້າຂອງ ວັນທີ 13 ມິຖຸນາ 2023, ເວລາ 8:30 ໂມງ, ທີ່ຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ (DALaM), ໄດ້ເປີດກອງປະຊຸມ ເຜີຍແຜ່ແຜນດໍາເນີນ ການສະຫລູບຕີລາຄາປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023, ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ໄພທູນ ພິລາກອນ ຄະນະພັກຮາກຖານ, ເລຂາໜ່ວຍພັກສໍາຫລວດ ແລະ ຄຸ້ມຄອງທີ່ດິນກະສິກໍາ, ເຊີ່ງມີຜູ້ເຂົ້າຮ່ວມຂອງຄະນະໜ່ວຍພັກ, ຫົວໜ້າຈຸພັກ, ຮອງຈຸພັກ ແລະ ບັນດາສະຫາຍສຳມະຊິກພັກ, ພະນັກງານ-ລັດຖະກອນ ແລະ ສາມອົງການຈັດຕັ້ງມະຫາຊົນ ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 7 ທ່ານ.
ຈຸດປະສົງຂອງ ກອງປະຊຸມ ເພື່ອເຜີຍແຜ່ແຜນດໍາເນີນ ການສະຫລູບຕີລາຄາ ປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ໃຫ້ສະມາຊິກພັກ ທຸກສະຫາຍ, ເຂົ້າໃຈວິທີການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ກອງປະຊຸມໄດ້ຮັບຟັງ ການເຜີຍແຜ່ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດຢ່າງລະອຽດ ເພື່ອໃຫ້ອ້າຍນ້ອງໄດ້ມີຄວາມເຂົ້າໃຈ ແລະ ສະດວກໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບການຕ່າງໆ ທີ່ຂັ້ນເທິງວາງອອກ, ຈາກນັ້ນ ບັນດາສະຫາຍ ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ 3 ອົງການຈັດຕັ້ງມະຫາຊົນ ໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ສະເໜິໃຫ້ກອງເລຂາ ມີການປັບປຸງຄືນທາງດ້ານເນື້ອໃນ ແລະ ເວລາໃນການດໍາເນີນ ສະຫລູບຕີລາຄາ ປະເມີນຜົນ ຕາມຄໍາເຫັນຂອງກອງປະຊຸມ.
ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄໍາເຫັນເພີ່ມເຕີມ ໂດຍມອບໃຫ້ຄະນະຮັບຜິດຊອບປັບປຸງແຜນ ແລະ ການປະກອບເອກະສານໃຫ້ຄົບຖວ້ນ ແລະ ເນັ້ນໃຫ້ສະມາຊິກພັກໃນໜ່ວຍພັກ ເອົາໃຈໃສ່ຕັ້ງໜ້າປະຕິບັດຕາມໜ້າທີ່ການເມືອງທີ່ຕົນຮັບຜິດຊອບ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໜາຍທີ່ວາງໄວ້ ແລະ ກອງປະຊຸມໄດ້ປິດລົງ ໃນເວລາ 12:00 ໂມງ ຂອງວັນດຽວກັນ.