
ໃນຕອນເຊົ້າຂອງວັນທີ 08 ມິຖຸນາ 2023, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ເດັກນ້ອຍ, ພາຍໃຕ້ການເປັນປະທານຂອງ ທ່ານ ກອງແກ້ວ ພະຈອມພົນ ຮອງຫົວຫນ້າ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ທັງເປັນຜູ້ຊີ້ນໍາ ວຽກສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ ແລະ ແມ່-ເດັກ. ມີຜູ້ເຂົ້າຮ່ວມທັງຫມົດ 27 ທ່ານ, ຍິງ 26 ທ່ານ, ທີ່ມາຈາກຕາງໜ້າ ສາມອົງການຈັດຕັ້ງ ແລະ ສະຫະພັນ ແມ່ຍິງຮາກຖານກົມ ຄພດກ ທັງໝົດເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເຜີຍແຜ່ເອກະສານ ວັນເດັກນ້ອຍສາກົນ ແລະ ເອກະສານສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ, ແມ່-ເດັກ, ເຊິ່ງປະກອບມີ 4 ເອກະສານທີ່ສຳຄັນຄື:
1.) ເຜີຍແຜ່ ເອກະສານກົດໝາຍ ວ່າດ້ວຍປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ.
2.) ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ
3.) ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ເນື່ອໃນໂອກາດ ວັນເດັກສາກົນ 1 ມີຖຸນາ 2023.
4.) ຄວາມເປັນມາການສະເຫລີມສະຫລອງວັນເດັກ.
ພາຍຫລັງເຜີຍແຜ່ບັນດາເອກະສານ ສຳເລັດແລ້ວ ທ່ານປະທານ ໄດ້ເໜັ້ນໃສ່ບາງຈຸດ ກ່ຽວກັບ ລະບຽບການ ແລະ ມາດຕະການ ການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ ແນ່ໃສ່ເຮັດໃຫ້ເດັກມີຄວາມສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໝອງ, ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດ ຕໍ່ການໃຊ້ຊີວິດ ໃນສັງຄົມ ຢ່າງມີຄຸນນະພາບ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ ແລະ ໃຫ້ຄວາມສຳຄັນ ໃນວັນສຳຄັນຕ່າງໆ ຂອງເດັກນ້ອຍ ແລະ ແມ່ຍິງ, ພ້ອມດຽວກັນນັ້ນ ກໍ່ຍົກສູງໃຫ້ແມ່ຍິງ ມີບົດບາດສຳຄັນຂຶ້ນຕື່ມ ໃນການປະກອບຄຳເຫັນ, ຕັດສິນບັນຫາ, ມີຄວາມກ້າຫານເທົ່າທຽມກັບເພດຊາຍ ແລະ ຍົກສູງຖານະບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອອານາຄົດທີ່ດີໃນວັນຂ້າງໜ້າ.
