
ໃນລະຫວ່າງວັນທີ 27 ກຸມພາ – 3 ມີນາ 2023 ທີ່ຜ່ານມາ ທາງສູນວິໄຈດິນ, ພືດ ແລະ ຝຸ່ນ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມໃນຫົວຂໍ້: ການວິໄຈດິນທາງດ້ານຟີຊິກ.
ການຝຶກອົບຮົມໃນຄັ້ງນີ້ ມີບັນດາພະນັກງານວິຊາການ ຈາກພາກສ່ວນທີ່ເປັນເຄືອຄ່າຍຫ້ອງວິໄຈ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ ເຂົ້າຮ່ວມ 8 ພາກສ່ວນຫ້ອງວິໄຈຄື:
1. ຫ້ອງວິໄຈ ສູນວິໄຈດິນ, ພືດ ແລະ ຝຸ່ນ
2. ຫ້ອງວິໄຈ ຄະນະວິທະຍາສາດທຳມະຊາດ
3. ຫ້ອງວິໄຈ ຄະນະກະເສດສາດ
4. ຫ້ອງວິໄຈ ສູນຄົ້ນຄ້ວາເຂົ້ານາພອກ
5. ຫ້ອງວິໄຈ ສູນປ້ອງກັນພືດສາລາຄຳ
6. ຫ້ອງວິໄຈ ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ
7. ຫ້ອງວິໄຈ ວິທະຍາໄລກະສິກຳ ຈຳປາສັກ
8. ຫ້ອງວິໄຈ ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນ ແຂວງສະຫັວນນະເຂດ
ໃນການຝຶກອົບຮົມຄັ້ງນີ້ ໄດ້ມີການປຶກສາຫາລືກ່ຽວກັບ ວິທີການວິໄຈດິນທາງດ້ານຟີຊິກ ແລະ ໄດ້ປະຕິບັດຕົວຈີງ ເຊີ່ງປະກອບມີ 3 ລາຍການວິໄຈຄື: 1) ການວິໄຈເນື້ອດິນ ແບບໃຊ້ Hydrometer ແລະ ແບບໃຊ້ຫຼອດດູດ Pipette method, 2) ການວິໄຈ ຄວາມຊຸ່ມ 3) ການວິໄຈ ຄວາມໜາແໜ້ນລວມ ແລະ ຄວາມໜາແໜ້ນຈໍາເພາະ.
ຈຸດປະສົງ: ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ, ການວິໄຈດິນທາງດ້ານຟີຊິກ ໃຫ້ແກ່ບັນດາຫ້ອງວິໄຈຕ່າງໆ ທີ່ເປັນເຄືອຄ່າຍ, ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ຄວາມເປັນເອກະພາບ ທາງດ້ານວິທີການວິໄຈພາຍໃນເຄືອຄ່າຍ ແລະ ເພື່ອໃຫ້ວິຊາການ ທີ່ເຂົ້າຮ່ວມ ສາມາດນໍາໄປຈັດຕັ້ງປະຕິບັດວຽກງານ ການວິໄຈດິນໄດ້.
ພາຍຫຼັງທີ່ສໍາເລັດການຝຶກອົບຮົມ ກໍ່ໄດ້ມີການມອບໃບຢັ້ງຢືນ ໃຫ້ແກ່ພະນັກງານວິຊາການ ທີ່ເຂົ້າຮ່ວມທັງໝົດ ຈໍານວນ 22 ທ່ານ, ມອບໂດຍ ທ່ານ ປອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ.

