ໃນລະຫວ່າງວັນທີ 27 ກຸມພາ ຫາ 02 ມີນາ 2023, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ທີ່ສະຫນັບສະໜູນການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໃນ 2 ແຂວງ (ບໍລິຄໍາໄຊ ແລະ ສາລະວັນ), ເຊິ່ງນຳພາໂດຍ ທ່ານ ທຳມະຂັນ ສໍຊົມພູ ຫົວພະແນກບໍລິຫານ ແລະ ແຜນການ, ບັນດາທ່ານຫົວໜ້າ ແລະ ຄະນະ ພະແນກ ສູນ, ພ້ອມດ້ວຍວິຊາການອ້ອມຂ້າງກົມ.
ການລົງຊຸກຍູ້ຕິດຕາມໃນຄັ້ງນີ້ແມ່ນ ເພື່ອປະເມີນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃນໄລຍະຜ່ານມາ ພ້ອມທັງຕີລາຄາ ຈຸດດີ, ຈຸດອ່ອນ, ບັນຫາຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ຫນ້າ ໃຫ້ແທດເຫມາະກັບສະພາບຕົວຈິງ. ພ້ອມດຽວກັນນັ້ນ ທາງກົມພວກເຮົາ ໄດ້ລົງຊຸກຍູ້ ຕິດຕາມ ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດຈໍານວນ 2 ເມືອງ 2 ແຂວງຄື:
– ແຂວງບໍລິຄໍາໄຊ: ຕິດຕາມປະເມີນຜົນ ການອອກໃບຢັ້ງຢືນນໍາໃຊ້ທີ່ດິນກະສິກໍາ ທີ່ບ້ານ ໜອງແດງ, ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ແລະ ການສໍາຫຼວດຂອບເຂດ ແລະ ປະເມີນຄຸນນະພາບຂອງດິນນາ ເຂດຊົນລະປະທານ, ການນໍາໃຊ້ຂໍ້ມູນການວາງແຜນການນໍາໃຊ້ທີ່ດິນກະສິກໍາ ໃນເມືອງບໍລິຄັນ ແຂວງບໍລິຄໍາໄຊ.
– ແຂວງສາລະວັນ: ໄດ້ຕິດຕາມປະເມີນຜົນການສ້າງຊາວນາຕົວແບບ ແລະ ລົງຕິດຕາມ ຄອບຄົວ ຕົວແບບທີ່ບ້ານ ບຶງໄຊ, ເມືອງ ສາລະວັນ, ແຂວງສາລະວັນ ໃນການສຶບຕໍ່ຖ່າຍທອດຄວາມຮູ້ສູ່ຊາວກະສິກອນດ້ວຍກັນ ແລະ ສຶບຕໍ່ຜະລິດຝຸ່ນ ເພື່ອປັບປຸງບໍາລຸງດິນ ຍົກສະມັດຕະພາບເຂົ້າ ແລະ ພືດລະດູແລ້ງ.
ໃນການລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃນ 2 ແຂວງ ເປົ້າໝາຍຂອງໂຄງການ ໃນໄລຍະ 2-3 ປີຜ່ານມາ ເຫັນໄດ້ວ່າ: 1) ວຽກງານການອອກໃບຢັ້ງຢືນນໍາໃຊ້ທີ່ດິນກະສິກໍາ ຍັງມີຂອດເອກະສານທີ່ຍັງທັບຊ້ອນກັນ ລະຫວ່າງຂະແຫນງການກະສິກໍາ ແລະ ປ່າໄມ້ ແລະ ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. 2) ວຽກງານ ການນໍາໃຊ້ຂໍ້ມູນການວາງແຜນການນໍາໃຊ້ທີ່ດິນກະສິກໍາ ຈາກການສໍາຫຼວດຂອບເຂດ ແລະ ປະເມີນຄຸນນະພາບຂອງດິນນາເຂດຊົນລະປະທານ ແມ່ນຍັງບໍ່ຖືກນໍາໃຊ້ຢ່າງກວ້າງຂວາງເທື່ອ ຍ້ອນຍັງຂາດການເຜີຍແຜ່ ໃຫ້ພະນັກງານແຂວງ ແລະ ເມືອງເຂົ້າໃຈຢ່າງເລີກເຊີ່ງ ແລະ ນຳໃຊ້ເຂົ້າໃນວຽກງານຕົວຈິງຢູ່ທ້ອງຖິ່ນໄດ້ ແລະ 3) ການສ້າງຊາວນາຕົວແບບ ເຫັນວ່າ ມີການສືບຕໍ່ດໍາເນີນກິດຈະກໍາການຜະລິດຝຸ່ນ ອົງຄະທາດນຳໃຊ້ເອງ ພາຍໃນກຸ່ມ ແລະ ຂາຍເປັນສິນຄ້າຈຳນວນໜຶ່ງ. ຜົນຂອງການນຳໃຊ້ຝຸ່ນອົງຄະທາດຂອງສະມາຊິກພາຍໃນກຸ່ມ ແລະ ຜູ້ຊື້ ເຫັນວ່າ ມີຄວາມເພິ່ງພໍໃຈ ຕໍ່ຄຸນນະພາບຂອງຝຸ່ນ ເຮັດໃຫ້ສະມັດຕະພາບການຜະລິດສູງຂື້ນ ເປັນຕົ້ນແມ່ນ ການປູກເຂົ້ານາ ແລະ ການປູກພືດລະດູແລ້ງ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ສູງພໍສົມຄວນ. ນອກຈາກນີ້ ກຸ່ມຊາວນາຕົວແບບ ຍັງເປັນແບບຢ່າງ ໃຫ້ຊາວກະສິກອນ ພາຍໃນບ້ານ ແລະ ບ້ານອ້ອມຂ້າງ ມາແລກປ່ຽນ ເອົາບົດຮຽນ ແລະ ຄວາມຮູ້ ນຳຊາວນາຕົວແບບ ນັບມື້ຫຼາຍຂື້ນ.


