
ໃນລະຫວ່າງ ວັນທີ 7 – 8 ກຸມພາ 2023 ທີ່ຜ່ານມາ ໂຄງການສ້າງຄວາມອາດສາມາດໃນການຄຸ້ມຄອງທີ່ດິນກະສິກໍາ (SALM) ຫຼື ໂຄງການໄລຟ໌ ພາຍໃຕ້ ອົງການບ້ານຈຸດສຸມສາກົນ (VFI) ຮ່ວມກັບ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALaM), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັນຈັດກອງປະຊຸມ ປຶກສາຫາລືໃນ ການພັດທະນາຫຼັດສູດສໍາລັບ ຮ່າງດໍາລັດ ວ່າດ້ວຍທີ່ດິນກະສິກໍາ.
ກອງປະຊຸມນີ້ ມີບັນດາພະນັກງານວິຊາການ ຂອງໜ່ວຍງານການທີ່ກ່ຽວຂ້ອງ ຈາກ DALaM ຂັ້ນສູນກາງ ແລະ ແຂວງ ໄດ້ເຂົ້າຮ່ວມໃນການປຶກສາຫາລື ໃນການພັດທະນາຫຼັກສູດ ສໍາລັບຮ່າງດໍາລັດ ວ່າດ້ວຍທີ່ດິນກະສິກໍາ ໂດຍສະເພາະແມ່ນການຄັດເລືອກບັນດາມາດຕາທີ່ເຫັນວ່າມີຄວາມຈໍາເປັນ ແລະ ແທດເໝາະໃນການນໍາມາພັດທະນາຫຼັກສູດ ເພື່ອເປັນຄູ່ມື ໃນການນໍາໄປຈັດຕັ້ງປະຕິບັດໃນການເຜີຍແຜ່ຂໍ້ມູນຂອງດໍາລັດດັ່ງກ່າວແກ່ຊຸມຊົນ.
ເນື່ອງຈາກ ດໍາລັດ ວ່າດ້ວຍທີ່ດິນກະສິກໍາ ຍັງເປັນສະບັບຮ່າງ (ຍັງບໍ່ທັນມີການປະກາດນໍາໃຊ້ ຢ່າງເປັນທາງການ) ສະນັ້ນ ປອງປະຊຸມນີ້ ຈຶ່ງເນັ້ນໄປເຖິງວິທີການຄັດເລືອກມາດຕາທີ່ກ່ຽວຂ້ອງ ຈາກຮ່າງດໍາລັດດັ່ງກ່າວ ເພື່ອນໍາມາເປັນບ່ອນອ້າງອີງໃນການພັດທະນາຫຼັກສູດ (ສໍາລັບການຝຶກອົບຮົມ ໃຫ້ແກ່ພະນັກງານວິຊາການ ແລະ ການເຜີຍແຜ່ໃນຂັ້ນຊຸມຊົນ).
ຫຼັງຈາກນີ້ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ໂຄງການ SALM ຫຼື ໂຄງການໄລຟ໌ ແມ່ນຈະໄດ້ມີການສືບຕໍ່ຄົ້ນຄວ້າ ແລະ ວິເຄາະ ທາງດ້ານເນື້ອໃນ ແລະ ວິທີການ ໃສ່ແຕ່ລະຫົວຂໍ້ ແລະ ມາດຕາທີ່ມີການຄັດເລືອກ.
ຈຸດປະສົງໃນການພັດທະນາຫຼັກສູດ ສໍາລັບ ດໍາລັດ ວ່າດ້ວຍທີ່ດິນກະສິກໍາ ແມ່ນເພື່ອເປັນຄູ່ມື ໃຫ້ແກ່ພະນັກງານວິຊາການ ໂດຍສະເພາະຂັ້ນແຂວງ ຂອງໜ່ວຍງານທີ່ກ່ຽວຂ້ອງ ໃນການເຜີຍແຜ່ບັນດາຕາດຕາຕ່າງໆ ແກ່ຊຸມຊົນ ໂດຍເນັ້ນການນໍາໃຊ້ວິທີການທີ່ຫຼາກຫຼາຍ ເພື່ອໃຫ້ປະຊາຊົນເຂົ້າເຖິງ ແລະ ເຂົ້າໃຈຂໍ້ມູນຢ່າງມີປະສິດທິພາບ.
ຫຼັງຈາກຫຼັກສູດພັດທະນາສໍາເລັດແລ້ວ ກໍ່ຈະມີການນໍາໄປທົດລອງໃນເຂດພື້ນທີ່ເປົ້າໝາຍ ຄື ເມືອງມະຫາໄຊ ແລະ ເມືອງ ຍົມມະລາດ ແຂວງ ຄໍາມ່ວນ.
—-
ແຫລ່ງຂ່າວຈາກ: ເຟດບຸກເພດຂອງ #LIFE project/ໂຄງການສົ່ງເສີມການຮຽນຮູ້ກ່ຽວກັບທີ່ດິນ

