ໃນຕອນບ່າຍຂອງວັນທີ 09 ທັນວາ 2022, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໄດ້ຈັດກອງປະຊຸມປຶກສາຫາລື ໃນການສ້າງຮ່າງລະບົບຖານຂໍ້ມູນທີ່ດິນກະສິກຳຂື້ນ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ນອກນີ້ຍັງມີ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຫົວໜ້າພະແນກ, ສູນ ແລະ ພະນັກງານວິຊາການອ້ອມຂ້າງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 7 ທ່ານ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ ເພື່ອສ້າງລະບົບຖານຂໍ້ມູນ ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃຫ້ເປັນລະບົບທີ່ສົມບູນ ແລະ ຖືກຕ້ອງ. ພ້ອມກັນນັ້ນກໍ່ສາມາດເກັບຮັກສາຂໍ້ມູນບໍ່ໃຫ້ເສຍຫາຍ ແລະ ສະດວກໃນການຊອກຫາ.
ກອງປະຊຸມໄດ້ຮັບຟັງການນຳສະເໜີ ລະບົບຖານຂໍ້ມູນພະນັກງານ ແລະ ເວັບໄຊຂອງກົມຈັດຕັ້ງ ແລະ ພະນັກງານ, ເຊິ່ງນຳສະເໜີໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາຄິດເຫັນແລກປ່ຽນ ຢ່າງກົງໄປກົງມາ

ໃນຕອນທ້າຍ ທ່ານປະທານກອງປະຊຸມໄດ້ມີຄຳເຫັນເພີ່ມເຕີມ ໂດຍມອບໃຫ້ບັນດາພະແນກ ແລະ ສູນອ້ອມຂ້າງກົມ ອອກແບບຮ່າງລະບົບຖານຂໍ້ມູນຂອງບັນດາພະແນກ ແລະ ສູນຂອງຕົນ, ພ້ອມທັງຈັດກອງປະຊຸມປຶກສາຫາລືຮ່ວມກັບທີມງານຈາກກົມຈັດຕັ້ງ ແລະ ພະນັກງານ ໃນການສ້າງຮ່າງລະບົບຖານຂໍ້ມູນຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນຄັ້ງຕໍ່ໄປ ໃຫ້ສາມາດນໍາໃຊ້ໄດ້ໃນໄວໆນີ້.
