ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການ ອາຫານ ແລະ ການກະເສດ FAO, ໄດ້ຈັດພິທີຈັດພິທີສະເຫຼີມສະຫຼອງວັນດິນໂລກຂຶ້ນທີ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໃນວັນທີ 28 ພະຈິກ 2022 , ໂດຍການເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ປະທານຮ່ວມແມ່ນ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຈາກອົງການ ອາຫານ ແລະ ການກະເສດ ປະຈຳ ສປປ ລາວ (FAO), ເຊີ່ງມີຜູ້ເຂົ້າຮ່ວມມາຈາກ ພາກສ່ວນລັດຖະບານ ກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ, ສະຖາບັນຕ່າງໆ ອ້ອມຂ້າງກະຊວງ ຕະຫຼອດຮອດ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຂະແໜງ ການຕ່າງໆ ຕາມສາຍຕັ້ງ ແລະ ສາຍຂວາ. ນອກຈາກນີ້, ຍັງມີຜູ້ປະກອບການ,ອົງການຈັດຕັ້ງທາງສັງຄົມ, ຕົວແທນຈາກອົງການຈັດຕັ້ງສາກົນຕ່າງໆ, ພິທີດັ່ງກ່າວແມ່ນໄດ້ຈັດໃນຮູບແບບເຊີ່ງໝ້າ ແລະ ທາງໄກ ໂດຍນຳໃຊ້ລະບົບປະຊູມທາງໄກ

ຈຸດປະສົງຂອງການຈັດງານວັນດິນໂລກ ແມ່ນເພື່ອຍົກສູງຄຸນຄ່າຄວາມສໍາຄັນຂອງດິນ. ເຊີ່ງເປັນວາລະຢູ່ໃນລະດັບໂລກ (Global Agenda) ແລະ ເພື່ອເຜີຍແຜ່ຄວາມສຳຄັນຂອງຊັບພະຍາກອນດິນ ອອກສູ່ວົງກວ້າງ ເພາະດິນເປັນພາຫະນະການຜະລິດທີ່ສຳຄັນ ໃນການບັນລຸຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ລົບລ້າງໄພອຶດຫິວໃນ ໂລກ ແລະ ໃນສປປ ລາວ.

ການຈັດງານວັນດິນໂລກໃນແຕ່ລະປີ ຈະມີຄຳຂວັນ ທີ່ແຕກຕ່າງກັນ ໂດຍເນັ້ນໃຫ້ເຫັນເຖີງ: 1) ຂົງເຂດທີ່ເປັນບຸລິມະສິດທີ່ຄວນເອົາໃຈໃສ່ໃນແຜນດຳເນີນງານ, 2) ຈຸດທີ່ເປັນຜົນກະທົບທີ່ມີຕໍ່ຊັບພະຍາກອນດິນ ແລະ 3) ເນັ້ນໃສ່ການສົ່ງເສີມຄວາມຮັບຮູ້ດ້ານດິນໃຫ້ຄົນທົ່ວໂລກ.

ສຳລັບການສະເຫຼີມສະຫຼອງ ວັນດິນໂລກ ປີ 2022 ນີ້ ແມ່ນຈັດຂື້ນພາຍໃຕ້ຄຳຂວັນ “ດິນ ເປັນແຫຼ່ງກໍາເນີດອາຫານ”“ ຫຼື Soil, where food begins ” ເຊິ່ງແນໃສ່ປູກຈິດສຳນຶກ ໃຫ້ທຸກຄົນເຫັນໄດ້ຄວາມສຳຄັນ ໃນການປົກປັກຮັກສາລະບົບນິເວດໃຫ້ມີຄວາມສົມບູນ ໂດຍການຈັດການກັບບັນຫາທ້າທາຍທີ່ເພີ່ມຂຶ້ນ ຕໍ່ກັບການນຳໃຊ້ທີ່ດິນ, ເພື່ອຍົກລະດັບຄວາມອຸດົມສົມບູນຂອງດິນ ໃຫ້ສາມາດຕອບສະໜອງຕໍ່ການຜະລິດ ແລະ ມີຄວາມຍືນຍົງ ເຊິ່ງເປັນປັດໄຈພື້ນຖານສຳຄັນຕໍ່ການຜະລິດສະບຽງອາຫານ ແລະ ການດຳລົງຊີວິດຂອງມວນມະນຸດ