ໃນວັນທີ 26-28 ຕຸລາ 2022 ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, (ໂຄງການ ປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄຟຂອງອາຫານຢູ່ ສປປ ລາວ), ໄດ້ເປີດກອງປະຊຸມ ສ້າງ ແລະ ປັບປຸງຄູ່ມື ເຕັກນິກການພັດທະນາທີ່ດິນ ຂຶ້ນທີ່ ເມືອງວັງວຽງ ແຂວງວຽງ ໂດຍໃຫ້ກຽດເປັນປະທານຂອງ ປະລິນຍາເອກ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ,  ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດຈໍານວນ 14 ທ່ານ, ເປັນຍິງ 04 ທ່ານ,

          ຈຸດປະສົງຂອງ ກອງປະຊຸມ      ເພື່ອສ້າງບັນດາຄູ່ມື, ປົດສະເຕີ, ແຜ່ນພັບ ທີ່ຈະສະໜັບສະໜູນ ການສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດ ນິເວດກະສິກໍາ, ການສ້າງ ແລະ ປັບປຸງຄູ່ມືໃນຄັ້ງນີ້ ແມ່ນເພື່ອເປັນການ ສ້າງໃຫ້ວິຊາການທ້ອງຖິ່ນ, ຊາວກະສິກອນໄດ້ນໍາໃຊ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນ ທີ່ໄດ້ພັດທະນາໃນເຄື່ອງມື ທີ່ຫຼາກຫຼາຍ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍນິເວດກະສິກໍາ ໃນ ສປປ ລາວ.     

           ໄດ້ກໍານົດໂຄງສ້າງ, ຮູບແບບ ແລະ ເນື້ອໃນຂອງຄູ່ມື ທີ່ຈະນໍາໄປເຜີຍແຜ່ຊ່ວຍໃນການຝຶກອົບຮົມ ແລະ ຜັນຂະຫຍາຍບັນດາອົງຄວາມຮູ້ທີ່ຈະຊ່ວຍໃຫ້ກັບຄູ່ຮ່ວມງານ ນໍາໄປຜັນຂະຫຍາຍອອກສູ່ຊາວກະສິກອນບ້ານ ເປົ້າໝາຍຂອງໂຄງການໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.