ໃນວັນທີ 12-18 ຕຸລາ 2022 ທີ່ຜ່ານມາພະນັກງານສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮ່ວມກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ, (ໂຄງການ ສົ່ງເສີມລະບົບຕ໋ອງໂສ້ ການຜະລິດກະສິກໍາ ເປັນສິນຄ້າ), ໄດ້ເປີດຝຶກອົບຮົມ ຂຶ້ນທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໃຫ້ແກ່ພະນັກງານ ເມືອງ ແລະ ພະນັກງານແຂວງ ກ່ຽວກັບເຕັກນິກການອະນຸລັກດິນກະສິກໍາ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປະລິນຍາເອກ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 47 ທ່ານ, ເປັນຍິງ 17 ທ່ານ,

     ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການ ສ້າງຄວາມເຂັ້ມແຂງ ແລະ ສ້າງຄວາມອາດສາມາດ ກ່ຽວກັບການອະນຸລັກດິນກະສິກໍາ ໃຫ້ພະນັກງານ ເມືອງ ແລະ ແຂວງ ເປົ້າໝາຍຂອງໂຄງການ. ໃນການຝຶກອົບຮົມປະກອບມີພາກທິດສະດີ 90% ແລະ ພາກປະຕິບັດຕົວຈິງ 10%. ໃນນັ້ນ, ພາກທິດສະດີແມ່ນເພື່ອຍົກສູງຄວາມສາມາດ ແລະ ຄວາມເປັນເຈົ້າການໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງເປົ້າໝາຍໂຄງການ ໃຫ້ສາມາດກາຍເປັນຄູຝຶກທີ່ດີ, ສ້າງຂີດຄວາມສາມາດດ້ານເຕັກນິກ ກ່ຽວກັບການຈັດການດິນ ແລະ ຝຸ່ນ ເພື່ອປູກພືດຜັກເປັນສິນຄ້າ,ໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ສາມາດຖອດຖອນບົດຮຽນ ເພື່ອນໍາໄປວາງແຜນ ແລະ ແກ້ໄຂບັນຫາ ທີ່ເກີດຂື້ນໃນ ການຈັດຕັ້ງປະຕິບັດ. ພາກ​ປະຕິບັດ​ຕົວ​ຈິງ ນໍາມາສາທິດຂັ້ນຕອນການຜະລິດຝຸ່ນອົງຄະທາດ, ວັດຖຸດິບຈາກ ແກບເຜົາ, ຂີ້ງົວ, ດິນຕະກອນນໍ້າ, ນໍ້າໝັກຊີວະພາບຈາກພືດ ແລະ ສັດ, ນໍ້າໜັກຊີວະພາບສູດບໍາລຸງພືດ, ປັບປຸງດິນ ແລະ ຂັບໄລ່ແມງໄມ້ສັດຕູພືດ. ພ້ອມດຽວກັນນັ້ນ ກໍ່ໄດ້ປຶກສາຫາລື ສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຫັນວ່າພະນັກງານ ເມືອງ ແລະ ແຂວງ ໄດ້ເຂົ້າໃຈເປັນຢ່າງດີ, ໄດ້ຮຽນຮູ້ກ່ຽວກັບບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ເຕັກນິກການຜະລິດກະສິກໍາແບບອະນຸລັກ ເພື່ອນໍາໄປຜັນຂະຫຍາຍອອກສູ່ຊາວກະສິກອນ ບ້ານເປົ້າໝາຍຂອງໂຄງການໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.