ໃນຕອນເຊົ້າຂອງວັນທີ 26 ສິງຫາ 2022, ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ-ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ຂອງໂຄງການຈັດການ ດິນ, ນໍ້າ ແລະ ຝຸ່ນ ເຂົ້າໃນການຜະລິດກະສິກໍາ ໃນເຂດທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ ຂອງ ສປປ ລາວ ຂອງ ທ່ານ Madhurjya Kumar Dutta ຫົວຫນ້າກົມອໍານວຍຄວາມສະດວກການຄ້າ ແລະ ການລົງທຶນ, ສະຖາບັນແມ່ນໍ້າຂອງ  ສໍາລັບການພັດທະນາ ແລະ ການຮ່ວມມື-ສ.ເກົາຫຼີ ພ້ອມດ້ວຍທີມງານກອງທຶນແມ່ຂອງ-ສ.ເກົາຫລີ, ຈຸດປະສົງການຢ້ຽມຢາມໃນຄັ້ງນີ້້:

  • ເພື່ອກວດກາຄວາມຖືກຕ້ອງ ໃນການປະກອບເອກະສານດ້ານການເງິນ ລວມທັງລະບົບຈັດເກັບເອກະສານຕ່າງໆ ໃຫ້ຖືກຕາມລະບຽບຂອງທຶນ.
  • ເພື່ອຕິດຕາມຄວາມຄືບຫນ້າໃນການຈັດຕັ້ງປະຕິບັດ ກິດຈະກໍາຂອງໂຄງການ ແລະ ຟັງສຽງຈາກທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ.

ທ່ານ Madhurjya Kumar Dutta ຫົວຫນ້າກົມອໍານວຍຄວາມສະດວກການຄ້າ ແລະ ການລົງທຶນ, ສະຖາບັນແມ່ນໍ້າຂອງ  ສໍາລັບການພັດທະນາ ແລະ ການຮ່ວມມື-ສ.ເກົາຫຼີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງກອງທຶນ ແມ່ນ້ຳຂອງ-ສ.ເກົາຫຼີ, ຄວາມຄາດຫວັງຈາກການສະໜັບສະໜູນຂອງກອງທຶນດັ່ງກ່າວຢູ່ໃນບັນດາປະເທດ ລຸ່ມແມ່ນ້ຳຂອງ ລາວ, ຫວຽດນາມ, ໄທ, ກຳປູເຈຍ ແລະ ມຽນມາ.

ຈາກນັ້ນ, ທ່ານ ສຸລິກອນ ໃຈວັນນາ ໄດ້ຂື້ນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັງປະຕິບັດກິດຈະກຳ ແລະ ແຜນການຈັດຕັ້ງປະຕິບັດ ຂອງໂຄງການ, ການເຂົ້າພົບປະ ຢ້ຽມຢາມຂອງ ທີມງານກອງທຶນແມ່ຂອງ-ສ.ເກົາຫລີໃນຄັ້ງນີ້:

  • ທາງທີມງານກອງທຶນແມ່ຂອງ-ເກົາຫລີ ໄດ້ສຳພາດ ຄຳຄິດເຫັນຂອງຜູ້ປະສານງານ ຂັ້ນແຂວງ, ເມືອງ ແລະ ຄວາມຮູ້ສຶກຂອງ ຊາວກະສິກອນ ພາຍຫຼັງໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ.
  • ທາງທີມງານກອງທຶນແມ່ຂອງ-ເກົາຫລີ ໄດ້ກວດກາເອກະສານດ້ານການເງິນ ແລະ ພ້ອມທັງແນະນຳການຈັດເກັບ ແລະ ປະກອບເອກະສານຕ່າງໆ ໃຫ້ຖືກຕາມລະບຽບຂອງຜູ້ທຶນ.

ໃນຕອນທ້າຍທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ຫົວຫນ້າກົມອໍານວຍຄວາມສະດວກການຄ້າ ແລະ ການລົງທຶນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໂຄງການດັ່ງກ່າວ ພ້ອມນີ້, ໄດ້ອວຍພອນໃຫ້ ທ່ານ ຫົວຫນ້າກົມອໍານວຍຄວາມສະດວກການຄ້າ ແລະ ການລົງທຶນ ພ້ອມດ້ວຍທີມງານ ຈົ່ງເດີນທາງກັບໂດຍສະຫວັດດີພາບ ແລະ ສືບຕໍ່ໃຫ້ການສະໜັບສະໜູນທຶນຮອນໃຫ້ແກ່ກົມໃນຕໍ່ໜ້າ.