ໃນວັນທີ 10-12 ສິງຫາ 2022, ທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ສົບເບົາ, ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້ ການນຳໃຊ້ທິດສະດີການປ່ຽນແປງໃໝ່ ເຂົ້າໃນວຽກງານກະສິກຳ ໂດຍສະເພາະແມ່ນການຜະລິດສາລີ ລຽບຕາມຊາຍແດນ ສປປລາວ-ຫວຽດນາມ,ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວັນໄຊ ສຸລິວົງ ຮອງເຈົ້າເມືອງ ເມືອງ ສົບເບົາ ແລະ ທ່ານ ປອ ພູທອນ ທຳມະວົງ ຫົວໜ້າສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ ທັງເປັນຫົວໜ້າປະສານງານໂຄງການ, ໃນນັ້ນມີພາກສ່ວນທີ່ກ່ຽວຂ້ອງຈາກພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ແຂວງ ແລະ 3 ເມືອງຄື: ເມືອງສົບເບົາ, ເມືອງ ຊຽງຄໍ້, ເມືອງແອດ ແລະ ພະນັກງານວິຊາການເຂົ້າຮ່ວມທັງໝົດ 20 ທ່ານ.
ຈຸດປະສົງຂອງກອງປະຊຸມ ດັ່ງກ່າວ ແມ່ນ
- ເພື່ອທົບທວນຄືນ ບັນດານະໂຍບາຍ ທີ່ສະໜັບສະໜູນວຽກງານກະສິກຳ ແລະ ປ່າໄມ້ຂັ້ນແຂວງ ໂດຍສະເພາະແມ່ນການຜະລິດສາລີ ແລະ ລ້ຽງສັດ ລຽບຕາມຊາຍແດນ.
ຈາກນັ້ນ ນັກສຳມະນາກອນໄດ້ແບ່ງກຸ່ມສົນທະນາຖາມ-ຕອບເປັນ 3 ກຸ່ມຄື: ກຸ່ມພາກສ່ວນລັດ, ກຸ່ມພໍ່ຄ້າ ແລະ ກຸ່ມຊາວກະສິກອນ ເພື່ອທົບທວນຄືນບັນດານະໂຍບາຍຕ່າງໆ ທີ່ໄດ້ຮັບຈາກຂັ້ນແຂວງ, ໂດຍສະເພາະແມ່ນການຜະລິດສາລີ ແລະ ລ້ຽງສັດ ລຽບຕາມຊາຍແດນ, ການຮ່ວມມືແບບພິເສດ, ຄວາມຮັບຜິດຊອບແຕ່ລະຂະແໜງການ ທີ່ມີສ່ວນຮ່ວມເຂົ້າໃນການຜະລິດກະສິກຳ (ກຸ່ມຊາວກະສິກອນ, ການເຂົ້າເຖິງສິນເຊື່ອ, ສັນຍາຊື້-ຂາຍ ແລະ ອື່ນໆ). ແຜນຍຸດທະສາດແຕ່ລະຂະແໜງການ ທີ່ພົວພັນເຖິງວຽກງານການຜະລິດພືດ, ສັດ ແລະ ການຄ້າ ລຽບຕາມຊາຍແດນລາວ-ຫວຽດ ລະຫ່ວາງ 2 ແຂວງ (ຫົວພັນ-ເຊິນລາ) ມີທັງຈຸດດີ, ຈຸດອ່ອນ ແລະ ການປະເມີນຜົນການແກ້ໄຂບັນຫາດັ່ງກ່າວໄດ້ຕອບຄຳຖາມເຈາະຈີ້ມຢ່າງກົງໄປກົງມາ. ໃນນີ້ທີ່ປະຊຸມຍັງໄດ້ວາງທິດທາງແຜນການ, ໜ້າທີ່ລວມ, ຄາດໝາຍໃນ 5 ປີຂ້າງ ໜ້ານັບແຕ່ 2021-2025, ລວມມີ 4 ແຜນງານ 13 ວຽກສະໜັບສະໜຸນ 3 ຂົງເຂດຄື: ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ຕອນທ້າຍ ທ່ານ ປອ ພູທອນ ທຳມະວົງ ຫົວໜ້າສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງນັກສຳມະນາກອນແຕ່ລະກຸ່ມທີ່ໃຫ້ຄວາມຮ່ວມມືໃນການເກັບກຳຂໍ້ມູນ, ໄດ້ຕາມຈຸດປະສົງລະດັບຄາດໝາຍ ພ້ອມທັງນຳສະເໜີໂຄງການ ເພື່ອສືບຕໍ່ຈັດຕັ້ງປະຕິບັດຕັ້ງແຕ່ນີ້ເຖິງປີ 2025, ໃຫ້ໄດ້ຕາມແຜນ ແລະ ຄາດໝາຍທີ່ວາງໄວ້.
ຂຽນໂດຍ: ນ. ສີສຸວັນ