ເຂົ້າເປັນອາຫານຫຼັກສໍາລັບຫຼາຍກວ່າເຄິ່ງໜື່ງຂອງປະຊາກອນໂລກ (FAO, 2004). 90 ເປີເຊັນຂອງການປູກ ແລະ ບໍລິໂພກເຂົ້າໃນໂລກແມ່ນຢູ່ທະວີບອາຊີ (ຈີນ, ອິນເດຍ, ບັງກະລາເທດ, ວຽດນາມ, ໄທ, ອິນໂດເນເຊຍ, ກໍາປູຊາ ແລະ ລາວ). ເຂົ້າຖືເປັນອາຫານຫຼັກທີ່ຂາດບໍ່ໄດ້ສໍາລັບປະຊາຊົນລາວບັນດາເຜົ່າ. ການ​ປູກ​ເຂົ້າ​ນາຂອງຊາວກະສິກອນໃນ ສປປ ລາວ ສ່ວນໃຫ່ຍແມ່ນອາໃສທ່າແຮງຂອງດິນ ແຕ່ລະໆດັບຄວາມອຸດົມສົມບູນຂອງດິນນາ ແມ່ນປານກາງ ຫາຕໍ່າ ກວມອັດຕາສ່ວນໃຫຍ່ (ກົມຄພດກ 2014). ການນໍາໃຊ້ຝຸ່ນຂອງຊາວກະສິກອນກໍ່ຍັງກວມອັດຕາສ່ວນໜ້ອຍຂອງພື້ນທີ່. ຝຸ່ນເປັນທາດອາຫານທີ່ຈໍາເປັນ ສໍາລັບການຈະເລີນເຕີບໂຕຂອງຕົ້ນພືດ ແຕ່ການໃສ່ຝຸ່ນຂອງຊາວກະສິກອນຫຼາຍໆ ທ່ານຍັງບໍ່ພຽງພໍ ກັບຄວາມຕ້ອງການຂອງພືດ ຫຼື ຫຼາຍທ່ານ ອາດໃສ່ຫຼາຍໂພດ ແລະ ປະຕິບັດບໍ່ຖືກຕາມຫຼັກວິຊາການ ເປັນສາເຫດ ເຮັດໃຫ້ປະສິດທິຜົນຝຸ່ນທີ່ໃສ່ບໍ່ສູງທັງສູນເສຍງົບປະ ມານໄປລ້າໆ. ສະນັ້ນ, ການໃສ່ຝຸ່ນທີ່ຖືກຕາມຫຼັກວິຊາການແມ່ນຈໍາເປັນຫຼາຍສໍາລັບຊາວກະສິກອນ. ການໃສ່ຝຸ່ນທີ່ຖືກຕາມຫຼັກວິຊາການຄວນປະຕິບັດແນວໃດ?: ຈະມີ 3 ປະການຫຼັກ ທີ່ຜູ້ຜະລິດເຂົ້າຄວນເອົາໃຈໃສ່ດັ່ງລຸ່ມນີ້:

I. ໃສ່ຝຸ່ນໃຫ້ຖືກປະເພດແລະອັດຕາ (ຮູ້ກໍານົດປະເພດຝຸ່ນ ແລະ ອັດຕາຝຸ່ນທີ່ຈະໃສ່)

  • ກໍານົດໄດ້ ໂດຍອີງໃສ່ປະເພດເນື້່ອດິນ (ເປັນດິນຊາຍ, ດິນຕົມ), ເບີ່ງປະສິດທິພາບການຜະລິດຜ່ານມາ ແລະ ລະດັບຄວາມອຸດົມສົມບູນຂອງດິນ ຫຼື ລະດັບທາດອາຫານພືດບັນຈຸໃນດິນນາ  (ຖ້າມີຜົນການວິໄຈ).
  • ນາດິນຊາຍ ທີ່ມີຄວາມອຸດົມສົມບູນຕໍ່າ ຫາ ປານກາງ ໃນເນື້ອທີ່ນາ 1 ເຮັກຕາ ຄວນໃສ່ຝຸ່ນບົ່ມ/ຝຸ່ນອົງຄະທາດຜະລິດເອງ ຫຼື ຊື້ຈາກໂຮງງານປະມານ 3 ຫາ 5 ໂຕນຕໍ່ເຮັກຕາ ເພື່ອເພີ່ມອິນຊີວັດຖຸ ແລະ ຊ່ວຍໃຫ້ຝຸ່ນວິທະຍາສາດເປັນປະໂຫຍດຕໍ່ພືດຫຼາຍຂຶ້ນ, ໃສ່ຝຸ່ນວິທະຍາສາດ ສູດ 15-15-15 ປະມານ 100-150 ກິໂລ ຫຼື 2-3 ເປົາ ແລະ ຝຸ່ນ ສູດ 46-0-0, 50-75 ກິໂລ ຫຼື 1-1.5 ເປົາ.
  • ນາດິນຕົມ ທີ່ມີຄວາມອຸດົມສົມບູນປານກາງເນື້ອທີ່ 1 ເຮັກຕາ ຄວນໃສ່ຝຸ່ນປະເພດຝຸ່ນບົ່ມ/ຝຸ່ນອົງຄະທາດ 2 ຫາ 3 ໂຕນຕໍ່ເຮັກຕາ, ຝຸ່ນວິທະຍາສາດ ສູດ 15-15-15 ຫຼື ຝຸ່ນ 16-20-0 ປະມານ 100 ກິໂລ ຫຼື 2 ເປົາ ແລະ ຝຸ່ນ ສູດ 46-0-0, 50 ກິໂລ ຫຼື ເປົາ.

II. ໃສ່ຝຸ່ນຖືກວິທີ:

  • ພື້ນທີ່ນາຕ້ອງຮາບພຽງ ມີຄັນນາດີ ສາມາດເກັບຮັກສານໍ້າ ແລະ ຮັບປະກັນໃຫ້ລະດັບນໍ້າໃນນາສະໝໍ່າສະເໝີ (ລະດັບນໍ້າຂັງ 5-10 ຊມ ແມ່ນເໝາະສົມທີ່ສຸດ).
  • ຝຸ່ນອົງຄະທາດ, ຝຸ່ນ ສູດ 15-15-15, ແລະ ຝຸ່ນ 16-20-0 ແມ່ນຝຸ່ນທີ່ໃສ່ຮອງພື້ນຄັ້ງດຽວສະນັ້ນ, ກ່ອນຈະປັກດໍາ, ຢອດປຽກ, ຢອດແຫ້ງນາໃຫ້ຫວ່ານຝຸ່ນທົ່ວພື້ນທີ່ ທີ່ກໍານົດໃຫ້ສະໝໍ່າສະເໝີ ແລ້ວ ໄຖຄົ້ນປົກ ແລະ ຄາດໃຫ້ລະອຽດ ຈຶ່ງດໍານາ ຫຼື ຢອດເມັດເຂົ້າ (ຝຸ່ນທີ່ຫວ່ານຈະປະປົນຢູ່ພື້ນດິນ ເຂົ້າຈະຄ່ອຍດູດມາໃຊ້ປະໂຫຍດຊ່ວຍການຈະເລີນເຕີບໂຕ). ຜ່ານມາຊາວນາເຂົ້າໃຈຜິດວ່າຝຸ່ນ 15-15-15 ແລະ ຝຸ່ນ 16-20-0 ເປັນຝຸ່ນໝາກຕ້ອງໃສ່ຊ່ວງທີ່ເຂົ້າໄກ້ຈະຕັ້ງທ້ອງອອກຮວງເປັນຄວາມເຊື່ອທີ່ຜິດກັບຫຼັກວິທີການ ຖ້າໃສ່ຊ່ວງດັ່ງກ່າວຝຸ່ນ ເຫັນຕົ້ນເຂົ້າຂຽວ ເພາະຝຸ່ນ ເອນ (N)ແຕ່ ທາດ ພີ (P)ແລະ ເຄ (K)ແມ່ນພືດບໍ່ສາມາດດູດກິນໄດ້ ຈະສູນເສຍຝຸ່ນໄປນໍານໍ້າເພາະຝຸ່ນທີ່ຫວ່ານຈະຄ້າງຕາມຜິວດິນ.
  • ຝຸ່ນເລັ່ງ (ຝຸ່ນເອນ/ໄນໂຕຣເຈນ/N)ສູດ 46-0-0 ແມ່ນຝຸ່ນທີ່ໃຊ້ເລັ່ງ ການຈະເລີນເຕີບໂຕ ແລະ ຮັກສາຄຸນນະພາບຂອງຜົນຜະລິດ. ຖາມວ່າຈະໃສ່ຝຸ່ນເລັ່ງຊ່ວງໃດ? ທ່ານຄວນໃສ່ 2 ຄັ້ງ:
  1. ໃສ່ສອງຄັ້ງ: ຊ່ວງອາຍຸເຂົ້າ 25-30 ວັນຫຼັງປັກດໍາ, ຄັ້ງທີ ສອງ ອາຍຸເຂົ້າ 50-60 ວັນຫຼັງປັກດໍາ (ຮັບປະກັນໃຫ້ມີນໍ້ານາ ແລະ ຫ້າມຫວ່ານຝຸ່ນໃສ່ນາບໍ່ມີນໍ້າ)
  2. ນາຢອດແຫ້ງ, ຢອດປຽກໃສ່ສອງຄັ້ງ: ຄັ້ງທີໜື່ງ ຊ່ວງຍຸເຂົ້າ 35-40 ວັນ ນັບຫຼັງເຂົ້າງອກພົ້ນອອກມາ, ຄັ້ງທີ ສອງ ອາຍຸເຂົ້າ 60-50 ວັນຫຼັງເຂົ້າງອກອອກມາ (ຮັບປະກັນໃຫ້ມີນໍ້ານາ ແລະ ຫ້າມຫວ່ານຝຸ່ນໃສ່ນາບໍ່ມີນໍ້າ)

ສິ່ງທີ່ຄວນເອົາໃຈໃສ່ຕໍ່ການໃສ່ຝຸ່ນເລັ່ງ: ໃຫ້ມີນໍ້າໃນໄຮ່ນາ, ຫຼົກ ຖອນຫຍ້າອອກກ່ອນ, ກວດເບິ່ງຄັນນາບໍ່ໃຫ້ນໍ້າຮົ່ວໄຫຼອອກ ພ້ອມສັງເກດເບິ່ງສີຂອງໃບເຂົ້າ (ເຂົ້າຕ້ອງການ ຫຼື ຂາດຝຸ່ນເລັ່ງ ໃບຈະເຫຼືອງ ຄ້າຍສີໃບຕອງກ້ວຍອ່ອນ ແລະ ເຫຼືອງແຮງຂຶ້ນເມື່ອຂາດຢ່າງຮຸນແຮງ),ໃບເຂົ້າສີຂຽວແກ່ ສະແດງວ່າບໍ່ຂາດແຄນ ຊ່ວງນັ້ນ ເລື່ອນເວລາການໃສ່ຝຸ່ນໄປກ່ອນ, ຖ້າວ່າໃບເຂົ້າຍັງຂຽວເຂັ້ມສະແດງວ່າບໍ່ຕ້ອງການຝຸ່ນ ຍ້ອນຝຸ່ນໄນໂຕຣເຈນ/Nມີໃນດິນພຽງພໍແລ້ວ, ຫາກໃສ່ເພີ່ມ ເຂົ້າຈະອົ໋ວະ ລໍາຕົ້ນ ແລະ ໃບອ່ອນ ເຟື້ອຍ ສ່ຽງຕໍ່ການເກີດພະຍາດ, ແມງໄມ້ທໍາລາຍ ບໍ່ໃຫ້ເມັດ (ໄດ້ແຕ່ໃບ).

III. ໃສ່ຖືກເວລາ: ເວລາໃນການໃສ່ຝຸ່ນສໍາຄັນຫຼາຍ

  • ຝຸ່ນອົງຄະທາດ, ຝຸ່ນວິທະຍາສາດ/ຝຸ່ນເຄມີ ສູດ 15-15-15 ຫຼື ຝຸ່ນ 16-20-0 ໃສ່ຮອງພື້ນ ພ້ອມກັບການກຽມດິນ ເພື່ອໃຫ້ພືດໄດ້ນໍາໃຊ້ (ຫ້າມຫວ່ານຝຸ່ນຮອງພື້ນ ເມື່ອນາມີນໍ້າຫຼາຍເກີນ ແລະ ຝົນຕົກແຮງ).
  • ຝຸ່ນເລັ່ງ (ຝຸ່ນໄນໂຕຣເຈນ/N) ເວາລາທີ່ເໝາະສົມຕໍ່ການຫວ່ານຝຸ່ນໃນຍາມເຊົ້າ 9-10 ໂມງ ຫຼື ຊ່ວງ 3-4 ໂມງແລງ ອາກາດດີ ບໍ່ໃຫ້ມີນໍ້າຄ້າງໃນໃບເຂົ້າ ຊ່ວງຝົນໃກ້ຈະຕົກ ຫຼື ຫຼັງຝົນຕົກເຊົາໃໝ່ໆ ບໍ່ຄວນຫວ່ານຝຸ່ນ.

ຂຽນໂດຍ: ນ ສີສຸວັນ

ທ່ານໃດສົນໃຈຂໍ້ມູນເພີ່ມຕື່ມ ສາມາດ ຕິດຕໍ່ສອບຖາມໄດ້ທີ່:

ສູນພັດທະນາທີ່ດິນກະສິກຳ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ບ້ານ ໜອງວຽງຄຳ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ

ເບີໂທ: 021 770201