ແກບເປັນສິ່ງເສດເຫຼືອ ຈາກຜົນຜະລິດກະສິກໍາ, ຫຼາຍຄົນຍັງບໍ່ທັນຮູ້ດີ ວິທີໃຊ້ແກບເຂົ້າໃນການກະສິກໍາ ທີ່ມີປະສິດທິຜົນ. ການນຳໃຊ້ແກບ ເພື່ອການປູກພືດຂອງຊາວກະສິກອນ ສ່ວນໃຫຍ່ຈະນໍາແກບຈາກໂຮງສີເຂົ້າໄປລົງໃສ່ນາ ແລະ ສວນ ໂດຍກົງ ເພື່ອປະສົມລົງດິນແລ້ວປູກພືດ, ປົກໜານຜັກທີ່ຂຸດແລ້ວ ຫຼື ຈູດໃຫ້ເປັນຂີ້ເທົ່າຈຶ່ງນໍາໃຊ້.

        ແກບ ແມ່ນສິ່ງເສດເຫຼືອ ຈາກຜົນຜະລິດກະສິກຳ ຫຼັງຈາກການສີເຂົ້າ ການໃສ່ແກບດິບລົງດິນ ແກບຈະມີຄຸນສົມບັດ ໃນການປັບປຸງບຳລຸງດິນຕໍ່າ, ໃຫ້ປະສິດທິຜົນຕໍ່າ ແລະ ຊ້າ, ເນື່ອງຈາກແກບເປັນວັດຖຸຫຍາບ ທີ່ນານເປື່ອຍ. ການປ່ຽນຮູບມາເປັນອິນຊີວັດຖຸ ເພື່ອປັບປຸງດິນ ເປັນປະໂຫຍດແກ່ພືດຈະໃຊ້ເວລາເຖິງ 1-2 ປີ ໂດຍຜ່ານ ຂະບວນການຍ່ອຍສະຫລາຍ ທາງທໍາມະຊາດ, ຖ້າເຮົານໍາໃຊ້ແກບ ໂດຍຜ່ານການເຜົາ ເປັນຖ່ານແກບ ນໍາໄປປະສົມກັບຝຸ່ນຄອກ, ດິນ, ປູນຂາວ, ຮໍາອ່ອນ, ນໍ້າສະກັດຈາກປາ ຫຼື ອີເອັມ, ແກບຈະປ່ຽນຮູບມາເປັນອິນຊີວັດຖຸຈະໃຫ້ຜົນປະໂຫຍດແກ່ພືດ, ຊ່ວຍກະຕຸ້ນການເຮັດວຽກຂອງຈຸລິນຊີໃນດິນ, ປະສິດທິຜົນຈະສູງກວ່າການໃຊ້ແກບດິບ. ແກບເຜົາ ຫຼື ຖ່ານແກບ ແມ່ນນິຍົມກັນໃຊ້ເຂົ້າໃນການກະສິກຳ ໃນຫຼາຍປະເທດ. ເນື່ອງຈາກວ່າ ຖ່ານແກບ ເຕັມໄປດ້ວຍກາກບອນ (75-80%), ຊີລິເກດ ແລະ ທາດອາຫານອື່ນໆ ທີ່ເປັນປະໂຫຍດຫຼາຍຢ່າງຕໍ່ດິນ ແລະ ພືດ, ຊຶ່ງຊາວກະສິກອນຍີ່ປຸ່ນໄດ້ນຳໃຊ້ແກບເຜົາ/ຖ່ານແກບ ເຂົ້າໃນການປັບປຸງດິນມາດົນນານແລ້ວ.

        ຖ່ານແກບ ເປັນວັດຖຸປັບປຸງດິນ ທີ່ມີປະສິດທິພາບສູງ, ມີຄ່າ (pH) ເປັນດ່າງ ຊຶ່ງເໝາະສົມກັບດິນເປັນກົດ (Ishii & Kodoya, 1990). Antunes & Cardoso. 1991 ຄົ້ນຄວ້າ ພົບວ່າ ຖ່ານແກບຊ່ວຍເພີ່ມການລະລາຍ ຟົສຟໍຣັດ ທີ່ບໍ່ເປັນປະໂຫຍດຢູ່ໃນດິນໃຫ້ກາຍເປັນປະໂຫຍດແກ່ພືດ, ກະຕຸ້ນຈຸລິນຊີໃນດິນໃຫ້ຂະຫຍາຍ ຕົວດີຂຶ້ນ, ເກັບກັກທາດອາຫານພືດໄວ້ໃນດິນ ແລະ ເພີ່ມລະດັບການແລກປ່ຽນທາດໂປຕາຊຽມ (K), ແມັກນີຊຽມ (Mg) ໃນດິນ ຊ່ວຍໃຫ້ໂຄງສ້າງຂອງດິນໜຽວຜຸຜຸ່ຍດີ, ຮັກສາຄວາມຊຸ່ມ ໃນດິນຊາຍໄວ້ໄດ້ດົນ.

          ນ້ຳຊີ່ແກບ ທີ່ໄດ້ຈາກການເຜົາແກບ ສາມາດບັນຈຸໃສ່ ຕຸກຢາງ ຕັ້ງປະໄວ້ປະມານ 2 ອາທິດ, ຈາກນັ້ນ ຖອກເອົາສ່ວນເທິງໄປປະສົມກັບນໍ້າ ໃຊ້ສີດປ້ອງກັນ ສັດຕູພືດທຳລາຍພືດຜັກ, ເຂົ້ານາ ໃນອັດຕາສ່ວນ 1:10 (ນໍ້າຊີ່ແກບ 1 ລິດ ປະສົມກັບນໍ້າ 10 ລິດ) ປະສົມກັບແຟັບ, ກາເຟ ແລະ ນ້ຳມັນພືດ 1 ບ່ວງ ເພື່ອຊ່ວຍຫຼໍ່ລື້ນ. ໃຊ້ນ້ຳຊີ່ແກບປະສົມນ້ຳ ໃນອັດຕາສ່ວນ 2:1 (ນໍ້າຊີ່ແກບ 2 ລິດ ປະສົມກັບນໍ້າ 1 ລິດ) ບວກກັບແຟັບ ແລະ ນໍ້າມັນພືດຢ່າງລະ 1 ບ່ວງ ເພື່ອຊີດຂ້າຫຍ້າ.

ຂຽນໂດຍ: ນ. ສີ​ສຸວັນ

ທ່ານໃດສົນໃຈຂໍ້ມູນເພີ່ມຕື່ມ ສາມາດ ຕິດຕໍ່ສອບຖາມໄດ້ທີ່: ສູນພັດທະນາທີ່ດິນກະສິກຳ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ບ້ານ ໜອງວຽງຄຳ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ

ເບີໂທ: 021 770201