ໃນຕອນເຊົ້າຂອງວັນທີ 22 ສິງຫາ 2022, ຢູ່ທີ່ໂຮງແຮມ ຄຣາວພຣາຊາ ໄດ້ຈັດກອງປະຊຸມສຳມະນາຜ່ານຮ່າງຫຼັກສູດຝຶກອົບຮົມການຄຸ້ມຄອງທີ່ດິນກະສິກຳ ສະບັບທີ 1 ຂອງ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານຂໍ້ມູນຂ່າວສານ ແລະ ຝືກອົບຮົມວຽກງານວາງແຜນການນຳໃຊ້ທີ່ດິນກະສິກຳ ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງທ່ານ ປ.ອ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບດ້ວຍ ບັນດາທ່ານ ຫົວໜ້າ, ຮອງຫົວໜ້າ ພະແນກ, ສູນ, ພ້ອມດ້ວຍວິຊາການ ອ້ອມຂ້າງກົມຄູ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ທີມງານຊຽວຊານຂອງໂຄງການ, ມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 05 ທ່ານ.
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ມີການປະສານງານກັບໂຄງການ GIZ Land Management & Decentralized Planning (LMDP3) ເພື່ອຍົກສູງຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານຂໍ້ມູນຂ່າວສານ ແລະ ຝືກອົບຮົມວຽກງານຂອງກົມ ເພື່ອໃຫ້ສາມາດສະໜອງການຝຶກອົບຮົມທີ່ຈໍາເປັນຕ່າງໆ ໃຫ້ແກ່ພາກສ່ວນກ່ຽວຂ້ອງໃນທ້ອງຖິ່ນ. ໂຄງການ ຂອງ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານຂໍ້ມູນຂ່າວສານ ແລະ ຝືກອົບຮົມວຽກງານວາງແຜນການນຳໃຊ້ທີ່ດິນກະສິກຳ ຖືກສ້າງຂຶ້ນ ເພື່ອສະຫນັບສະຫນູນວຽກງານການຄຸ້ມຄອງທີ່ດິນກະສິກຳ ຂອງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຫນ່ວຍງານຂອງແຂວງ ແລະ ເມືອງ ເພື່ອຮັບປະກັນວ່າທີ່ດິນກະສິກໍາໄດ້ຮັບການວາງແຜນ ແລະ ໄດ້ຮັບການຄຸ້ມຄອງຢ່າງມີຍຸດທະສາດ, ມີປະສິດທິພາບ, ແລະ ຍືນຍົງ ເຊິ່ງຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ:
- ເພື່ອຜ່ານຮ່າງຫຼັກສູດຝຶກອົບຮົມການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
- ເພື່ອປຶກສາຫາລື ແລະ ປະກອບເນື້ອໃນເພີ່ມເຕີມໃຫ້ແກ່ຮ່າງຫຼັກສູດຝຶກອົບຮົມການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ຫຼັກສູດການຝຶກອົບຮົມ ການຄຸ້ມຄອງທີ່ດິນກະສິກຳ ແມ່ນການຮີບໂຮມເອົາບັນດາເຄື່ອງມື ແລະ ເຕັກນິກຕ່າງໆ ເພື່ອຄຸ້ມຄອງທີ່ດິນກະສິກຳໃຫ້ມີປະສິດທິຜົນ. ຫົວຂໍ້ ແລະ ເນື້ອໃນທີ່ຈະປະກອບເຂົ້າໃນຫຼັກສູດການຝຶກອົບຮົມ ແມ່ນຈະອີງໃສ່ສະພາບຄວາມຮຽກຮ້ອງຕ້ອງການຂອງ ວຽກງານຄູ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເພື່ອຈັດຕັ້ງປະຕິບັດໄປຕາມລວງດຽວກັນທັງສູນກາງ ແລະ ທ້ອງຖີ່ນ. ຈຸດປະສົງຫຼັກຂອງການຮວບຮວມແມ່ນເພື່ອສ້າງກ່ອງເຄື່ອງມື ແລະ ເຕັກນິກຕ່າງໆ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ໃຫ້ສາມາດນຳໃຊ້ເຂົ້າໃນວຽກງານຂອງຕົນ ໃນການສົ່ງເສີມການພັດທະນາກະສິກຳ ແລະ ການຄຸ້ມຄອງທີ່ດິນກະສິກຳ.
ໃນຕອນທ້າຍຂອງກອງປະຊູມ ທ່ານ ປ.ອ ທັດເທວາ ສະພັງທອງ ໄດ້ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ກໍ່ແມ່ນຄັ້ງທຳອິດ ໃນການຜ່ານຮ່າງຫຼັກສູດຝຶກອົບຮົມການຄຸ້ມຄອງທີ່ດິນກະສິກຳ. ຂ້າພະເຈົ້າຫວັງຢ່າງຍີ່ງວ່າ ບັນດາທ່ານຜູ້ເຂົ້າຮ່ວມທຸກທ່ານ ຈະປະກອບສ່ວນເຂົ້າໃນການປະກອບຄຳເຫັນຢ່າງຕັ້ງໜ້າ ແລະ ຟົດພື້ນ ພ້ອມທັງສືບຕໍ່ເຂົ້າຮ່ວມກອງປະຊຸມສຳມະນາຂອງພວກເຮົາໃນຄັ້ງຕໍ່ໄປ ເຊີ່ງໂຄງການຈະໄດ້ມີການຈັດກອງປະຊຸມຜ່ານຮ່າງຫຼັກສູດຝຶກອົບຮົມ ຮ່ວມກັບບັນດາກົມທີ່ກ່ຽວຂ້ອງ ແລະ ໃນຂັ້ນກະຊວງ ຕື່ມອີກ ປະມານ 2-3 ຄັ້ງ, ເພື່ອປັບປຸງຮ່າງດັ່ງກ່າວໃຫ້ສົມບູນຂຶ້ນ.