ໃນວັນທີ່ 12 ສີງຫາ 2022 ທີຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ໄດ້ມີພິທີມອບ-ຮັບອາຄານວິໄຈດິນຂອງກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ລະຫວາງ ບໍລິສັດ ເຮື່ອງຈະເລີນ ກໍ່ສ້າງຄົບວົງຈອນຈຳ ກັດຜູ້ດຽວ ກັບ ໂຄງການ ພັດທະນາພື້ນຖານໂຄງລາງດ້ານກະສິກຳຮ່ວມມືລາວ – ຮົງກາລີ ( ກົມລ້ຽງສັດ ແລະ ການປະມົງ ), ແລະ ລະຫວ່າງ ໂຄງການພັດທະນາພື້ນຖານໂຄງລາງດ້ານກະສິກຳຮ່ວມມືລາວ – ຮົງກາລີ (ກົມລ້ຽງສັດ ແລະ ການປະມົງ ) ກັບ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ.
ເຊີ່ງໃຫ້ກຽດເປັນປະທານໂດຍ: ທ່ານ ກິແກ້ວ ສີນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້.
ໃຫ້ກຽດການມອບ – ຮັບ ຈາກທ່ານຫົວໜ້າກົມ ແລະ ປະທ່ານບໍລິສັດເຊັ່ນ:
ທ່ານ ປອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ
ທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ
ທ່ານ ໄຊຍະວົງ ເຮື່ອງຈະເລີນ ປະທ່ານ ບໍລິສັດ ເຮື່ອງຈະເລີນ ກໍ່ສ້າງຄົບວົງຈອນຈໍາກັດຜູ້ດຽວ
ນອກນັ້ນ, ກໍ່ຍັງມີແຂກຖືກເຊີນຈາກ ກົມກວດກາ, ກົມແຜນການ ແລະ ການຮ່ວມມື, ວີຕ້າຟອດອາໂກຣເອເຊຍ(Vitafort Agro Asia) ຮ່ວມມືລາວ – ຮົງກາລີ ເຂົ້າຮ່ວມ.
ບໍລິສັດ ເຮື່ອງຈະເລີນ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງໄດ້ມອບອາຄານວິໄຈດິນ ຂອງກົມຄຸ້ມຄ້ອງ ແລະ ພັດທະນາທີດິນກະສິກຳ ທີ່ໄດ້ດຳເນີນການກໍ່ສ້າງ – ສ້ອມແປງມາແຕ່ວັນທີ່ 25 ທັນວາ 2021 ມາຮອດ ວັນທີ 06 ກໍລະກົດ 2022 ສໍາເລັດ 100%, ໃຊ້ເວລາໃນການກໍ່ສ້າງ – ສ້ອມແປງທັງໝົດ 25 ອາທິດ, ໂດຍອາຄານຫ້ອງວິໃຈປະກອບມີ:
- ອາຄານ 2 ຊັ້ນ ຈຳນວນ 1 ຫຼັງ.
- ທາງຍ່າງ ພ້ອມມຸງຫຼັງຄາ.
- ສ້ອມແປງ ແລະ ມຸງຫຼັງຄາຫ້ອງວິໄຈ 1 ຫຼັງ ພ້ອມລະບົບໄຟ້ຟ້າ, ນໍ້າປະປາ ຄົບຊຸດ.
ໃຫ້ແກ່ ໂຄງການ ພັດທະນາພື້ນຖານໂຄງລາງ ດ້ານກະສິກຳຮ່ວມມືລາວ – ຮົງກາລີ ( ກົມລ້ຽງສັດ ແລະ ການປະມົງ ) ໄດ້ມອບຕໍ່ໃຫ້ກົມ ຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້.
ຂຽນໂດຍ: ນ. ຕິ່ງຄຳ ພັນທະລາດ



