ໃນຕອນບ່າຍຂອງວັນທີ 11 ສິງຫາ 2022, ຢູ່ທີຫ້ອງປະຊຸມສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ, ຄຊປປ ລາວ ຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊືອມຊືມເອກະສານ, ຂໍ້ຕົກລົງ ແລະ ແຜນການສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງມ່ວຍພັກປອດໃສ່ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ໄຊສົງຄາມ ໄຊຍະວົງ ເລຂາ ຊປປລ ຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ມີບັນດາສະຫາຍຄະນະຊາວໜຸ່ມຮາກຖານ, ພ້ອມດ້ວຍເລຂາໜ່ວຍ, ຄະນະໜ່ວຍ ແລະ ສະມາຊິກ ທັງໝົດ ອອ້ມຂ້າງ ຊປປລ ຮາກຖານກົມ ຄພດກ ເຂົ້າຮ່ວມທັງໝົດ ຈໍານວນ 31 ສະຫາຍ, ຍິງ 19 ສະຫາຍ.ກອງປະຊຸມໄດ້ຮັບຟັງການ ເຜີຍແຜ່ເອກະສານ ກ່ຽວກັບບົດແນະນໍາ ເລກທີ 333/ລຂ ແລະ ເຜີຍແຜ່ເອກະສານ ການຍ້ອງຍໍ ຂອງ ສູນກາງ ຊປປ ລາວ ເລກທີ 541/ລຂ. ພ້ອມດຽວກັນນັ້ນ, ໄດ້ຜ່ານຂໍ້ຕົກລົງ ແລະ ແຜນການສະຫຼຸບຕີລາຄາປະເມີນການກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ຜ່ານແຈ້ງການກວດກາ ສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຂໍ້ແຂ່ງຂັນ 4 ບຸກທີ່ຂື້ນກັບ ຄຊປປລ ຮາກຖານກົມ ຄພດກ ປະຈໍາປີ 2022.

ນອກຈາກນັ້ນ, ກອງປະຊຸມໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບໃນດ້ານຕ່າງໆ ຄື:

  1. ປຶກສາຫາລືການສ້າງຂະບວນການແລກປ່ຽນບົດຮຽນທາງດ້ານວິຊາການ ແລະ ຂະບວນການແຂ່ງຂັນກິລາຕ່າງໆ ໃນຂັ້ນໝ່ວຍ ແລະ ຂັ້ນຮາກຖານກົມ
  2. ໃຫ້ສັງລວມຜົນງານຂອງສະມາຊິກຊາວໜຸ່ມ ແຕ່ປີ 2016 ຮອດປະຈຸບັນ ເພື່ອສະເໜີເອົາລຽນກາລະນຶກຄົບຮອບ 65 ປີ ຂອງການສ້າງຕັ້ງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ
  3. ປຶກສາຫາລືການສ້າງລາຍຮັບເຂົ້າຄັງແຮຊາວໜຸ່ມ ຂອງ ຄຊປປລ ຮາກຖານ ກົມ ຄພດກ

ໃນຕອນທ້າຍ ທ່ານປະທານ ໄດ້ໃຫ້ທິດຊີ້ນໍາ ຕໍ່ ຊປປລ ຮາກຖານ ກົມ ໃຫ້ພ້ອມກັນປະຕິບັດ ຕາມການມອບໝາຍ ສໍາເລັດຕາມແຜນທີ່ວາງໄວ ເຂົ້າຮ່ວມປະກອບສ່ວນຂະບວນການຕ່າງໆ ຢ່າງຫ້າວຫັນ ເຂັ້ມແຂງ  ໃຫ້ທັນກັບເວລາ ແລະ ໃຫ້ມີຄວາມສາມັກຄີ ພ້ອມກັນຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ສໍາເລັດຕາມລະກັບຄາດໝາຍ.