ໃນຕອນເຊົ້າຂອງວັນທີ 9 ສິງຫາ 2022 ຢູ່ທີ່ໂຮງແຮມ ຄຣາວພຣາຊາ ໄດ້ຈັດກອງປະຊຸມເປີດການນຳໃຊ້ປື້ມແຜນທີ່ກ່ຽວກັບ ການປະກອບອາຊີບດ້ານກະສິກຳແບບມີສ່ວນຮ່ວມ ແລະ ການກຳນົດຄວາມສ່ຽງທາງດ້ານສະພາບອາກາດເພື່ອສ້າງບູລິມະສິດສຳລັບບໍລິການຂໍ້ມູນດ້ານສະພາບອາກາດ ຢູ່ ສປປ ລາວ, ປີ 2019-2020 ຂຶ້ນຢ່າງເປັນທາງການ ໂດຍການຮ່ວມເປັນປະທານຂອງທ່ານ ປ.ອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ທ່ານນາງ Dr. Monica Pretry ຜຸ້ປະສານງານໂຄງການ ຊາມີສ ແລະ ທ່ານ Dr. Jonathan Newby ຫົວໜ້າສູນເພື່ອການກະສິກຳເຂດຮ້ອນ ສາກົນ (CIAT), ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບດ້ວຍ ຕາງໜ້າຫ້ອງການກະຊວງ, ກົມ ແລະ ສະຖາບັນ ອ້ອມຂ້າງ ກະຊວງ ກະສິກຳ ແລະ ປ່າໄມ້; ບັນດາທ່ານ ຜູ້ຕາງໜ້າຈາກບັນດາກົມ ອ້ອມຂ້າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງພາຍໃນ; ບັນດາທ່ານ ຄູອາຈານ ຈາກມະຫາວິທະຍາໄລແຫ່ງຊາດ; ແລະ ບັນດາທ່ານ ຕາງໜ້າໂຄງການ ແລະ ອົງການຈັດຕັ້ງສາກົນ

ໂດຍປື້ມແຜນທີ່ດັ່ງກ່າວແມ່ນກົມ​ຄຸ້ມ​ຄອງ ​ແລະ ພັດທະນາ​ທີ່​ດິນ​ກະ​ສິ​ກຳ, ສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃນຂອບເຂດທົ່ວປະເທດ ໄດ້ຮ່ວມມືກັບ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຈັດຕັ້ງປະຕິບັດພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ (ໂຄງການຊາມິສ) ແລະ ສູນເພື່ອການກະສິກຳເຂດຮ້ອນ ສາກົນ (CIAT) ເຊິ່ງ ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ

  1. ເປີດການນຳໃຊ້ ປື້ມແຜນທີ່ກ່ຽວກັບ ການປະກອບອາຊີບດ້ານກະສິກຳແບບມີສ່ວນຮ່ວມ ແລະ ການກຳນົດຄວາມສ່ຽງທາງດ້ານສະພາບອາກາດເພື່ອສ້າງບູລິມະສິດສຳລັບບໍລິການຂໍ້ມູນດ້ານສະພາບອາກາດຢູ່ ສປປ ລາວ ຢ່າງເປັນທາງການ
  2. ນຳສະເໜີ ປື້ມແຜນທີ່ ແລະ ຜູ້ຮ່ວມພັດທະນາ ໃຫ້ແກ່ບັນດາກະຊວງ, ກົມ, ໂຄງການ ແລະ ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ
  3. ເພື່ອຮັບຮູ້ ແລະ ເຂົ້າໃຈກ່ຽວກັບຂໍ້ມູນ ແລະ ການນຳໃຊ້ປື້ມແຜນທີ່ ໂດຍການຖາມ-ຕອບ

ປື້ມແຜນທີ່ດັ່ງກ່າວ ແມ່ນ ເປັນຂໍ້ມູນພື້ນຖານທີ່ຈຳເປັນ ແລະ ສໍາຄັນດັ່ງນີ້:

  • ຊ່ວຍສະໜັບສະໜູນໃນການກຳນົດນະໂຍບາຍ ແລະ ຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ,
  • ຮັບປະກັນຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ວິທີການທີ່ເຂົາເຈົ້າປັບຕົວກັບຄວາມສ່ຽງດ້ານດິນຟ້າອາກາດ, ພ້ອມທັງກໍານົດຄວາມຕ້ອງການຂອງຊາວກະສິກອນຕໍ່ກັບການບໍລິການດ້ານດິນຟ້າອາກາດໃນລະດັບຊາດ.
  • ເພື່ອກຳນົດຄວາມສ່ຽງດ້ານດິນຟ້າອາກາດທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການດຳລົງຊີວິດຂອງຊາວກະສິກອນ ແລະ ວິເຄາະບູລິມະສິດການປັບຕົວໃນລະດັບພູມສັນຖານ ນອກຈາກນັ້ນ, ເພື່ອຊ່ວຍກໍານົດທາງເລືອກການປັບຕົວໃຫ້ເຫມາະສົມກັບສະຖານະການທ້ອງຖິ່ນທີ່ນໍາໃຊ້ເຕັກໂນໂລຊີສຳລັບການກະສິກໍາທີ່ດີກວ່າ ແລະ ຊຸກຍູ້ໃຫ້ມີການຮັບຮອງເອົາວິທີການແກ້ໄຂໄປນຳໃຊ້ຢ່າງກວ້າງຂວາງ.
  • ກຳນົດຮູບແບບໃນຂົງເຂດບໍລິຫານ, ເປີດໂອກາດໃຫ້ມີການປະສານງານ ແລະ ປະຕິບັດມາດຕະການດັດແກ້ລະຫວ່າງອົງການປົກຄອງຢ່າງມີປະສິດທິຜົນ.
  • ກໍານົດຄວາມສ່ຽງດ້ານດິນຟ້າອາກາດ ແລະ ຜົນກະທົບຂອງພວກມັນ ເພື່ອສະໜັບສະໜູນການວາງແຜນການກະສິກໍາ, ຍົກສູງການເພີ່ມຜົນຜະລິດຂອງຊາວກະສິກອນ ແລະ ຄວາມທົນທານຕໍ່ດິນຟ້າອາກາດ.

ທ່ານ ປ.ອ ນີວົງສີປະເສີດ ໄດ້ກ່າວບາງຕອນວ່າ: ກະສິກຳເປັນຂະແໜງການຫນຶ່ງທີ່ຂຶ້ນກັບດິນຟ້າອາກາດ, ມີຄວາມອ່ອນໄຫວສູງຕໍ່ກັບການປ່ຽນ ແປງຂອງດິນຟ້າອາກາດ ແລະ ຄວາມກົດດັນຂອງອາກາດ. ປະຊາກອນລາວຮູ້ເຖິງສະພາບດິນຟ້າອາ ກາດທີ່ປ່ຽນແປງໄປ ແລະ ຮັບຮູ້ເຖິງພາວະສຸກເສີນ ແລະ ຄວາມສ່ຽງຕໍ່ອະນາຄົດຂອງເຂົາເຈົ້າ. ເຊິ່ງປື້ມດັ່ງກ່າວນີ້ເປັນປື້ມທຳອິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຖືກອອກແບບໃຫ້ຜູ້ຕັດສິນໃຈ ແລະ ຜູ້ວາງແຜນເພື່ອນຳໃຊ້ໃນວຽກງານຄຸ້ມຄອງທີ່ດິນ. ຍັງຊ່ວຍໃຫ້ຜູ້ໃຫ້ທຶນ, ຫນ່ວຍງານຂອງລັດຖະບານ, ນັກລົງທຶນ, ແລະ ປະຊາຊົນທົ່ວໄປໃນການກໍານົດບູລິມະສິດ ແລະ ກໍານົດວິທີແກ້ໄຂເປົ້າຫມາຍສໍາລັບປະຊາກອນທີ່ແຕກຕ່າງກັນ ແລະ ການດໍາລົງຊີວິດໂດຍອີງໃສ່ຄວາມອ່ອນໄຫວຂອງເຂົາເຈົ້າ, ຊັບພະຍາກອນທີ່ເຂົາເຈົ້າມີໃນການປັບຕົວ, ແລະ ຄວາມສາມາດໃນການປັບຕົວເຂົ້າກັບສະພາບແວດລ້ອມພາຍນອກ. ຊຶ່ງປື້ມແຜນທີ່ດັ່ງກ່າວນີ້ ເປັນຊຸດເຄື່ອງມືທີ່ຄົບວົງຈອນ ສໍາລັບການເບິ່ງເຫັນຂໍ້ມູນທີ່ມີຢູ່ແລ້ວ ໃນລັກສະນະທີ່ຂ້ອນຂ້າງງ່າຍທີ່ຈະນໍາໃຊ້. ການນຳໃຊ້ຂໍ້ມູນເຫຼົ່ານີ້ເຂົ້າໃນການຕັດສິນໃຈ ແລະ ວາງແຜນໃຫ້ແກ່ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 9 (NSEDP) ແລະ ສະໜັບສະໜູນໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງອົງການສະຫະປະຊາຊາດ ໂດຍການປະຕິບັດຢ່າງຮີບດ່ວນເພື່ອຕ້ານຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ຂຽນຂ່າວໂດຍ: ນາງ ຊໍລາຕີ ເພັງເຊັ້ງຊື້