ໃນຕອນບ່າຍວັນທີ 25 ກໍລະກົດ 2022 ນີ້, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງຢ້ຽມຢາມພື້ນທີ່ຂອງໂຄງການຈັດການດິນ, ນ້ຳ ແລະ ຝຸ່ນ ຕໍ່ການປູກພືດ ເພື່ອສ້າງລາຍຮັບໃຫ້ຊາວກະສິກອນ ໃນເຂດພື້ນທີ່ີມີຄວາມສ່ຽງຕໍ່ໄພແຫ້ແລ້ງ, ທີ່ເມືອງ ໂພນທອງ, ແຂວງ ຈຳປາສັກ. ໂດຍມີ ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ທ່ານ ຄຳ ນິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພ້ອມດ້ວຍພະນັກງານປະສານງານ, ພະນັກງານວິຊາການຈາກສູນກາງ ແລະ 3 ແຂວງເປົ້າໝາຍຂອງໂຄງການ (ແຂວງ ຈຳປາສັກ, ແຂວງ ສາລະວັນ ແລະ ແຂວງສະຫວັນນະເຂດ) ໃນ 6 ເມືອງ ແລະ ຊາວກະສິກອນ ເຂົ້າຮ່ວມທັງໝົດ 30 ຄົນ, ຍິງ 05 ຄົນ.

ໃນການລົງຢ້ຽມຢາມໃນຄັ້ງນີ້ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍາດເວລາຫຼັງຈາກເລີກປະຊຸມສ້າງການຫັນປ່ຽນການພັດທະນກະສິກຳ ເປັນສິນຄ້າ ຕາມທິດຍືນຍົງ ຮ່ວມ 4 ແຂວງພາກໃຕ້ ລົງຫາຄອບຄົວຕົວແບບເພື່ອຢ້ຽມຢາມກິດຈະກຳໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນຄອບຄົວຕົວແບບ ເປັນຕົ້ນແມ່ນການປູກເຂົ້າຍົກສະມັດຕະພາບການຜະລິດ, ການເກັບນ້ຳຝົນໄວ້ໃຊ້ໃນຍາມຈຳເປັນ, ການປູກພືດປະສົມປະສານຕາມຄັນຄູໜອງ (ປູກໝາກພ້າວນ້ຳຫອມ, ກ້ວຍ, ສາລີ, ໝາກຖົ່ວ, ປູກຜັກໃນເຮືອນຮົ່ມ ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ກາງປີ 2021. ຈາກນັ້ນ ຊາວກະສິກອນໄດ້ລາຍງານສະພາບການຈັດຕັ້ງປະຕິບັດກິດຈະກໍຳຮ່ວມກັບໂຄງການ ມີຄວາມຮູ້ເພີ່ມຕື່ມດ້ານການປູກ, ການລ້ຽງ ຍ້ອນໄດ້ຮັບການລົງຊຸກຍູ້ຕິດຕາມ ແລະ ນຳພາລົງປະຕິບັດຕົວຈີງ ຂອງພະນັກງານສູນກາງ, ພະນັກງານແຂວງ ແລະ ເມືອງ ເປັນປະຈຳ ຈົນໄດ້ຮັບຜົນສຳເລັດຫຼາຍດ້ານ ເຊັ່ນ: ໄດ້ເຮັດນາສາທິດ 1 ເຮັກຕາ, ປູກສາລີ, ໝາກອຶ, ພືດຜັກໃນລະດູແລ້ງ ຫຼັງເກັບກ່ຽວເຂົ້ານາໃນເນື້ອທີ່ 3.200 ຕາແມັດ, ປູກໄມ້ໃຫ້ໝາກ ແລະ ພືດອາຍຸຍາວຕາມຄັນຄູໜອງນ້ຳໄດ້ທັງໝົດ  150 ຕົ້ນ ໃນນີ້ມີ: ໝາກພ້າວ, ໝາກກ້ວຍ, ໝາກສີດາ ເຮັດໃຫ້ສາມາດສ້າງລາຍຮັບເພີ່ມເກືອບ 20 ລ້ານກີບ ໃນປີ 2021, ນອກຈາກນີ້ ຍັງໄດ້ຜະລິດຝຸ່ນອົງຄະທາດນຳໃຊ້ເອງ 3 ໂຕນ ທັງນີ້ກໍ່ເປັນການຫຼຸດຜ່ອນການຊື້ຝຸ່ນເຄມີ ແລະ ຍັງສາມາດປັບປຸງບຳລຸງດິນໃຫ້ອຸດົມສົມບູນນຳອີກ, ພາຍຫຼັງປະຕິບັດກິດຈະກຳຮ່ວມກັບໂຄງການແລ້ວ ແມ່ນເຮັດໃຫ້ຊາວກະສິກອນມີຄວາມຮູ້ສຶກເພິ່ງພໍໃຈກັບຜົນໄດ້ຮັບຕ່າງໆເລົ່ານັ້ນ ເຊັ່ນວ່າ ສາມາດຍົກ ສະມັດຕະພາບການຜະລິດເຂົ້າເພີ່ມຂຶ້ນເຖິງ 50 ເປີເຊັນຂອງປີຜ່ານໆມາ, ພິເສດແມ່ນໄດ້ຮຽນຮູ້ເຕັກນິກການປູກສາລີຫຼັງນາ ໃນລະດູແລ້ງ ທີ່ເປັນຄັ້ງທຳອິດ ເຊີ່ງບໍເຄີຍປູກມາກ່ອນ ແລະ ສາມາດສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວເຖິງ 1 ລ້ານກວ່າກີບໃນເນື້ອທີ່ ພຽງ 2 000 ຕາແມັດ, ສະນັ້ນ ແຜນໃນຕໍ່ໜ້າອັນທີ ໜຶ່ງແມ່ນຈະໄດ້ສືບຕໍ່ເລັ່ງໃສ່ການປັບປຸງດິນໃຫ້ດີຂຶ້ນກ່ວາເກົ່າໂດຍນຳໃຊ້ຝຸ່ນອົງຄະທາດປະສົມກັບຝຸ່ນວິທະຍາສາດ, ທັງເປັນການຫຼຸດຜ່ອນຕົ້ນທຶນການຊື້ຝຸ່ນວິທະຍາສາດລົງ ແລ້ວກ້າວໄປສູ່ການບໍ່ນຳໃຊ້ຝຸ່ນວິທະຍາສາດໃນອະນາຄົດ. ອັນທີ ສອງແມ່ນຂະຫຍາຍເນື້ອທີ່ການປູກສາລີຫຼັງນາໃນລະດູແລ້ງເພີ່ມຂຶ້ນເພື່ອສ້າງລາຍຮັບໃຫ້ໄດ້ຫຼາຍ ແລະ ເພື່ອເຮັດໃຫ້ເຂົ້ານາງາມຂຶ້ນເພາະໄດ້ຮັບຝຸ່ນຈາກສິ່ງເສດເຫຼືອຂອງການປູກສາລີ, ອັນທີສາມ ສືບຕໍ່ປູກພືດຜັກລະດູຝົນ ແລະ ພືດອ້ອມໜອງນ້ຳເພື່ອເປັນການນຳໃຊ້ພື້ນທີ່ຄັນຄູ ໜອງໃຫ້ເກີດຜົນປະໂຫຍດສູງສຸດ ແລະ ສ້າງເປັນແຫຼ່ງສ້າງລາຍຮັບຕະຫຼອດປີ. ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຜູ້ຊີ້ນຳໂຄງການໄດ້ກ່າວວ່າ:  ໂຄງການຈັດການດິນ, ນ້ຳ ແລະ ຝຸ່ນ ຕໍ່ການປູກພືດ ເພື່ອເພີ່ມສະມັດຕະພາບການຜະລິດ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ ໃນເຂດທີ່ມີຄວາມສ່ຽງຕໍ່ໄພແຫ້ແລ້ງ ທີ່ໄດ້ປະຕິບັດຢູ່ໃນ 3 ແຂວງ, 6 ເມືອງ ໂດຍ ໄດ້ຮັບການສະໜັບສະໜູນຈາກກອງທຶນ ແມ່ນ້ຳຂອງ ສ. ເກົາຫຼີ ໂດຍແມ່ນກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນຜູ້ຈັດຕັ້ງປະຕິບັດຮ່ວມກັບຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຢູ່ໃນ 3 ແຂວງເປົ້າໝາຍ, ເປັນໂຄງການໜຶ່ງທີ່ຊ່ວຍຫຼຸດຜ່ອນບັນຫາຂອງຊາວກະສິກອນໄດ້ໃນລະດັບໜຶ່ງ ໂດຍສະເພາະແມ່ນພື້ນທີ່ເຂດທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ, ເຂດທີ່ຂາດແຫຼ່ງນ້ຳ ແລະ ເຂດທີ່ມີດິນຂ້ອນຂ້າງອຸດົມສົມບູນຕ່ຳ ເຊັ່ນ: ເຂດດິນຊາຍ ແລະ ດິນເປັນກົດ ທີ່ເປັນຂໍ້ຈຳກັດຕົ້ນຕໍຕໍ່ການຈະເລີນເຕີບໂຕຂອງພືດ. 

ໂດຍ: ສຸລິກອນ ໃຈວັນນາ