ພາຍຫຼັງທີ່ໄດ້ເປີດຕົວ ລະບົບອຸຕຸກະເສດ ຂອງ ສປປ ລາວ ຫລື LaCSA APP ເປັນນະວັດຕະກຳໄໝ່ໃຫ້ແກ່ຊາວກະສິກອນ ປົດລອກການຜະລິດກະສິກຳແບບທັນສະໄໝ, ຊາວກະສິກອນສາມາດເຂົ້າເຖິງຂໍ້ມູນອຸຕຸກະເສດ ແລະ ສາມາດດຶງເອົາຂໍ້ມູນຈາກລະບົບຫຼັກຊາໄດ້ງ່າຍ ແລະ ສະດວກ ເພາະເປັນລະບົບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີໆ ມີອິນເຕີເນັດໂດຍຜ່ານທາງໂມບາຍໂພນ ແລະ ເວັບໄຊ້ທາງຄອມພິວເຕີ.
ເພື່ອຂະຫຍາຍຕາໜ່າງໃຫ້ແກ່ທີມງານຂັ້ນເມືອງ ໃນຄູ້ມຄອງຂໍ້ມູນແອັບໃຫ້ມີປະສິດທິພາບ ແລະ ການນຳເຂົ້າຂໍ້ມູນທີ່ສະໝຳສະເໝີ ແລະ ຫລາກຫລາຍ ທາງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ພາຍໃຕ້ໂຄງການ ຊາມິສ ໄດ້ຮ່ວມກັນຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ : ເກັບກຳຂໍ້ມູນ ແລະ ວິທີການປ້ອນຂໍ້ມູນເຂົ້າໃນລະບົບການບໍລິການຂໍ້ມູນພູມອາກາດ ສຳລັບກະສິກຳ ໃນ ສປປ ລາວ ໃຫ້ກັບພະນັກງານເມືອງ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ ຂື້ນໃນວັນທີ 22 ກໍລະກົດ 2022 ທີ່ຫ້ອງປະຊຸມຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ສໍາລັບການຝຶກອົບຮົມດັ່ງກ່າວ ເປັນການຝຶກອົບຮົມ ຮູບແບບທາງໄກ. ໂດຍການໃຫ້ກຽດເປັນປະທານຂອງທ່ານ ກອງແກ້ວ ພະຈອມພົນ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ພ້ອມດ້ວຍ ພະນັກງານເມືອງ ຈຳນວນ 30 ເມືອງ ແລະ ພະນັກງານ 18 ແຂວງ ແລະ ພະນັກງານວິຊາການກົມ ຈຳນວນ 10 ທ່ານ ເຂົ້າຮ່ວມ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເມືອງໃຫ້ມີຄວາມຮູ້, ຄວາມສາມາດ ໃນການເກັບກຳຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າ ໃນລະບົບ ການບໍລິການ ຂໍ້ມູນພູມອາກາດ ສຳລັບກະສິກຳ ໃນ ສປປ ລາວ. ເປົ້າໝາຍຂອງການຝຶກອົບຮົມ ເພື່ອໃຫ້ພະນັກງານເມືອງມີຄວາມຮູ້ກ່ຽວກັບ ແອັບລັກຊາ ແລະ ສາມາດຕິດຕັ້ງ, ນຳໃຊ້ ແລະ ປ້ອນຂໍ້ມູນ ໃນໂທລະສັບມືຖື ດ້ວຍການນໍາໃຊ້ແອບຂໍ້ມູນອຸຕຸກະເສດ (LaCSA app) ເຂົ້າໃນການວາງແຜນການຜະລິດກະສິກຳ.
ໃນພິທີ ທ່ານ ກອງແກ້ວ ພະຈອມພົນ ໄດ້ກ່າວຕໍ່ການຝຶກອົບຮົມຄັ້ງນີ້ວ່າ: ໃນການພັດທະນາກະສິກຳໃຫ້ມີຄວາມທັຍສະໄໝຂຶນ ມັນຮຽກຮ້ອງໃຫ້ມີນໍາໃຊ້ເຕັກນິກວິທະຍາສາດ ເຕັກໂນໂລຍີ ຕ່າງໆ ເຂົ້າມາໃສ່ໃນການຜະລິດກະສິກໍາເຊັນວ່າ: ເຕັກນິກການປັບປຸງດິນ ແລະ ການຈັດການດິນ, ການນໍາໃຊ້ຂໍ້ມູນພະຍາກອນອາກາດເຂົ້າມາໃສ່ການແຜນການຜະລິດ, ການຈັດການແມງໄມ້ສັດຕູພືດ, ການວາງແຜນການປູກໃນແຕ່ລະດູການ, ຈົນຮອດການຕະຫລາດ. ສະນັ້ນມັນມີຄວາມຈໍາເປັນຢ່າງຍິງທີ່ພະນັກງານຂອງພວກເຮົາ ໂດຍສະເພາະ ພະນັກງານ ກະສິກໍາ ແລະ ປ່າໄມ້ ເມືອງ, ແຂວງ, ແລະ ພະນັກງານຂອງໂຄງການ ຕ້ອງໄດ້ຮູ້, ໄດ້ເຂົ້າໃຈ, ແລະ ສາມານໍາໄປແນະນໍາຕໍ່ໃຫ້ແກ່ຊາວກະສິກອນ ເພື່ອກຽມຄວາມພ້ອມໃນການຜະລິດຂອງເຂົາເຈົ້າ ໃຫ້ສາມາດປັບໂຕໄປກັບການປ່ຽນແປງຂອງດິນຟ້າອາກາດໄດ້.
ນອກຈາກນັ້ນ ນັກສຳມະນາກອນຍັງໄດ້ຝຶກຕົວຈີງໃນການນຳໃຊ້ລະບົບຂໍ້ມູນຂ່າວສານ LaCSA (ບົດແຈ້ງຂ່າວອາກາດປະຈຳອາທິດ “ Season forecast bulletin” ແລະ ການເກັບກໍຂໍ້ມູນເພື່ອປັບປຸງລະບົບລັກຊາ) ສາມາດດາວໂລດບົດຂ່າວອຸຕຸກະເສດອອກມາໄດ້, ສຳລັບຂໍ້ມູນເພີ່ມເຕີມສາມາດເຂົ້ານຳໃຊ້ເວັບໄຊທ໌ຂໍ້ມູນອຸຕຸກະເສດ (https://www.lacsa.net) ຕື່ມ.