ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂຄງການສາມິດ ກ່ຽວກັບການຂຽນຂ່າວໃຫ້ແກ່ພະນັກງານລັດຂື້ນ ໃນວັນທີ 30 ມີຖຸນາ ຫາ 9 ກໍລະກົດ 2022 ທີ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ທັດເທວາ ສະພັງທອງ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ທ່ານ ນາງ ໂມນີກາ ປີຕຼິ ຜູ້ປະສານງານ ໂຄງການ ສາມິດ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ FAO ພ້ອມບັນດານັກສຳມະນາກອນຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກົມອຸຕຸນິຍົມ ແລະ ອຸທົບກະສາດ ເຂົ້າຮ່ວມທັງໝົດ  26 ທ່ານ

          ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອພັດທະນາທັກສະ, ວິທີການກຳນົດ ແລະ ຮ່າງການຂຽນບົດຂ່າວທີ່ດຶງດູດູດຄວາມສົນໃຈ ແລະ ການສືບສວນຂ່າວ ເຄັດລັບ ແລະ ເຕັກນິກວິທີການສ້າງຂ່າວທີ່ໜ້າສົນໃຈໃນສື່ອອນລາຍ ລາຍການຕິດຕາມ ແລະ ການສະໜັບສະໜູນສຳລັບແນວຄິດການຮ່າງບົດຂ່າວ, ເນື້ອໃນຂ່າວ ພັດທະນາຍຸດທະສາດການສື່ສານ ສຳລັບລະບົບຂໍ້ມູນ ແລະ ການສະເໜືບົດສຸດທ້າຍທີ່ສົມບູນແບບຕໍ່ອົງການ  FAO ເປົ້າໝາຍຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອໃຫ້ຜູ້ຊ່ຽວຊານດ້ານການຄຸ້ມຄອງຂໍ້ມູນ 70/100 ທີ່ຈະຕ້ອງໄດ້ຮຽນຮູ້ການກຳນົດບົດຂ່າວ, ວິທີການກຳນົດວັນເວລາທີ່ຈະປະກາດຂ່າວອອກສູ່ສັງຄົມ ແລະ ມິໄອເດຍໃນການຮ່າງບົດສື່ຂ່າວ ແລະ 30/100 ຊ່ຽວຊານໜ່ວຍງານວຽກງານຂໍ້ມູນຂ່າວສານຕ້ອງໄດ້ຂຽນຂ່າວເພື່ອເຜີຍແຜ່ສູ່ສັງຄົມ ແລະ ພັດທະນາຍຸດທະສາດການສື່ສານຢ່າງເປັນປົກກະຕິ.

          ທ່ານ ປອ ທັດເທວາ ສະພັງທອງ ໄດ້ກ່າວວ່າ ກີດຈະກຳທີ່ກ່ຽວຂ້ອງກັບຂໍ້ມູນລວມເຖີງການຫັນເປັນດິຈິຕອນຂອງຂໍ້ມູນທີ່ຢູ່ໃນແຜ່ນເຈ້ຍເຊັ່ນ: ສະຖິຕິເກົ່າລວມທັງພາລະກິດພາກສະໜາມທີ່ຍາວນານ ສຳລັບການສ້າງໂພຟາຍດິນ ແລະ ແຜນທີ່ການນຳໃຊ້ການຮຽນຮູ້ເຄື່ອງຈັກສຳຫຼັບການສ້າງແຜນທີ່ປົກຫູ້ມຂອງພືດຄວາມສະຫຼັບສະຊ້ອນຂອງການຝຶກອົບຮົມຕົວຈີງ ສະພາບດິນຟ້າອາກາດ ແລະ ການປຸກພືດໃນອານາຄົດ ທັງໝົດນັ້ນແມ່ນເພື່ອ ຊຸດເຄື່ອງມືກິດຈະກຳໃນ ແອວລິມ ຫຼື ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນທີ່ດິນ ນອກຈາກນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ເຮັດວຽກຮ່ວມກັບກົມອຸຕຸນິຍົມ ແລະ ອຸທົບກະສາດ ໃນການຜະລິດຂໍ້ມູນການເຕືອນໄພລວງໜ້າ ໂດຍຜ່ານລະບົບການບໍລິການດຶນຟ້າອາກາດເພື່ອການກະສິກຳຂອງລາວ LaCSA ຂໍ້ມູນທັງໝົດເຫຼົ່ານີ້ໄດ້ຖືກເຜີຍແຜ່ຕໍ່ສາທາລະນະໃນປັດຈຸບັນນີ້ ແຕ່ຂັ້ນຕອນຕໍ່ໄປແມ່ນເພື່ອໃຫ້ເປັນທີ່ຮູ້ຈັກ ແລະ ນຳໃຊ້ຢ່າງກ້ວາງຂວາງໂດຍຜູ້ຊ່ຽວຊານລະດັບຊາດ ແລະສາກົນ ເພື່ອສ້າງຄວາມຮູ້ກ່ຽວກັບຂໍ້ມູນເຫຼົ່ານີ້ເປັນເວລາ 9 ເດືອນທື່ໂຄງການ ສາມີດ ໄດ້ເລີ່ມຜະລິດຂ່າວປົກກະຕິສຳລັບໜ້າເວັບໄຊຂອງກະຊວງກະສິກຳ ແລະ ປ່າໄມ້ ຢ່າງໃດກໍ່ຕາມພວກເຮົາໄດ້ປະເຊີນກັບສີ່ງທ້າທາງບາງຢ່າງກ່ຽວກັບເລື່ອງນັ້ນມັນເປັນໄປບໍ່ໄດ້ທີ່ຜູ້ບໍ່ແມ່ນຊ່ຽວຊານຈະຮູ້ເຜີຍແຜ່ຂອງວຽກງານນັ້ນນັ້ນອອກໄປການກຳນົດຂ່າວຈຳເປັນຕ້ອງໄດ້ເຮັດໂດຍວິຊາການຫຼັກທີ່ກ່ຽວຂ້ອງດັ່ງນັ້ນ ການຝຶກອົບຮົມນີ້ແມ່ນມີຄວາມສຳຄັນຫຼາຍບໍ່ແມ່ນສະເພາະແຕ່ໜ່ວຍງານຂໍ້ມູນຂ່າວສານ ແຕ່ມັນສຳຄັນສຳລັບຊ່ຽວຊານ GIS ທີ່ຈະຕ້ອງເປັນຜູ້ກໍານົດຂ່າວໃນເບີ້ອງຕົ້ນການຝືກອົບຮົມໃນຄັ້ງນີເພື່ອໃຫ້ວິຊາການສາມາດກຳນົດຂ່າວທີ່ມີຄຸນຄ່າຕໍ່ຄວາມສົນໃຈຂອງຜູ້ຄົນ ຕໍ່ຜົນກະທົບ ຄູນປະໂຫຍດ ແລະ ຄວາມຜິດປົກກະຕິທີ່ອາດຈະເກີດຂື້ນ ການຝຶກອົບຮົມຈະສອນວິທີການຂຽນຂ່າວທີ່ກະທັດຮັດໂດຍການຫຍໍ້ມາຈາກໜັງສືພິມ ໄປສະນີ ເຟດບຸກ ແລະ ອື່ນອື່ນ ດັ່ງທີ່ພວກເຮົາຮູ້ແລ້ວວ່າ ສາມິດ 2 ຍັງຢູ່ພາຍໃຕ້ການກະກຽມ ແລະ ມັນລວມມີລະບົບໃຫມ່ຫລາຍອັນເພື່ອການປັບປຸງຂະແໜງການກະສິກຳໂດຍຜ່ານລະບົບຂໍ້ມູນຂ່າວສານຫລາຍຢ່າງ ໃນໄລຍະຕໍ່ໄປຄວາມຮັບຮູ້ທີ່ເພື່ມຂຶ້້ນ ແລະ ເຄື່ອງມືຂ່າວຈະມີຄວາມສຳຄັນຫຼາຍຕໍ່ການວາງແຜນ ແລະ ການຕັດສິນໃຈ

ສະນັ້ນການຝຶກອົບຮົມນີ້ແມ່ນມີຄວາມສຳຄັນບໍ່ພຽງແຕ່ໃນປັດຈຸບັນແຕ່ຍັງສຳຄັນສຳລັບອານາຄົດອີກດ້ວຍທ່ານ ນາງ ໂມນີກາ ປີຕຼິ ໄດ້ກ່າວວ່າ ການຝຶກອົບຮົມນີ້ແມ່ນໃຫ້ ນັກສຳມະນາກອນຮູ້ເຖີງວິທີ່ການກຳນົດ ແນວຄວາມຄິດການຂຽນຂ່າວທີ່ໜ້າຈັບໃຈ ແລະ ກະທັດຮັດ ເຊີ່ງໃຫ້ຜູ້ອ່ານມີຄວາມສົນໃຈ ສ່ວນທີ່ສອງຂອງການຝຶກອົບຮົມ ແມ່ນການນຳໃຊ້ຮູບພາບ ແລະ ສັນຍາລັກທີ່ໜ້າຮັກຫຼືສວຍງາມເປັນໜ້າປະທັບໃຈ ແລະ ໜ້າສົນໃຈ