ໃນວັນທີ່ 09 ມີຖຸນາ 2022 (ຕອນເຊົ້າ) ຢູ່ທີສະໂມສອນກະຊວງກະສິກໍາ ແລະ ປ່າໄມ້, ກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມ ຂັ້ນກະ ຊວງຄັ້ງທີ 2 ຂື້ນ ເພືອຜ່ານຍຸດທະສາດວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2040 (ສະບັບຮ່າງປັບປຸງ) ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ, ຮອງ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ເປັນຜູ້ຊີ້ນໍາວຽກງານ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ມີແຂກເຂົ້າຮ່ວມກອງ ປະຊຸມຄັ້ງນີ້ລວມທັງໝົດ ຈໍານວນ 35 ທ່ານ (ຍີງ 11ທ່ານ) ຊື່ງແມ່ນຕາງໜ້າຈາກບັນດາພາກສວ່ນກ່ຽວຂ້ອງ ຂອງກົມ; ສະຖາບັນອອ້ມ ຂ້າງກະຊວງກະສິກໍາ ແລະ ປ່າໄມ້ ລວມທັງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ລວມ 14 ທ່ານ, ພິເສດ ແມ່ນມີແຂກຕາງໜ້າໃຫ້ບັນດາກົມ, ສະ ຖາບັນຈາກ 4 ກະຊວງ ທີ່ກ່ຽວຂ້ອງປະກອບມີ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງ ງານ ແລະ ບໍ່ແຮ່ ແລະ ກະ ຊວງອຸສາຫະກໍາ ແລະ ການຄ້າ ກໍໄດ້ໃຫ້ກຽດເຂົ້າຮ່ວມດ້ວຍຄວາມພ້ອມພຽງ.
ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແມ່ນໄດ້ລິເລິ່ມຮ່າງ ແຕ່ປີ 2015 ເປັນຕົ້ນມາ ແລະໄດ້ມີການພັດທະນາ ມາຈົນຮອດປີ 2019 ຈື່ງໄດ້ ສຳ ເລັດ ເປັນຍຸດທະສາດສະບັບ(ຮ່າງ)ປັບປຸງດັ່ງກ່າວນີ້ ໂດຍການເຮັດວຽກຮ່ວມກັບບັນດາກົມ, ພະແນກການກ່ຽວຂ້ອງທຸກພາກສ່ວນຢ່າງໄກ້ສິດ ເປັນຕົ້ນແມ່ນກັບ ບັນດາສາຍຕັ້ງຂອງຂະແໜງກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ,ນະຄອນຫຼວງ , ຂະແຫນງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຕະຫຼອດຮອດຂັ້ນເມືອງ ລວມທັງ ຫມົດມີ 15 ແຂວງຄື: ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ, ຊຽງຂວາງ, ໄຊຍະບູລີ, ຫົວພັນ, ຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ.
ໃນໄລຍະປີ 2020-2021 ແມ່ນໄດ້ເລ່ງໃສ່ການທາບທາມຕໍ່ກັບຍຸດທະສາດນີ້້ ຊື່ງໄດ້ເຮັດສໍຳເລັດດັ່ງນີ້: ຈັດກອງປະຊຸມຂັ້ນກົມ 5 ຄັ້ງ, ສະເໜີຜ່ານບັນດາກົມ ອ້ອມຂ້າງກະຊວງ 2 ຄັ້ງ, ສະ ເໜີຜ່ານ ບັນດາກົມ ຂອງ3 ກະຊວງທີ່ຕິດພັນ 1 ຄັ້ງ, ສະເໜີຜ່ານພະແນກກະສິກໍາ ແລະ ປ່າໄມ້ ທົ່ວປະເທດ1 ຄັ້ງ ແລະ ສະເໜີຜ່ານ ຂັ້ນກະຊວງ1 ຄັ້ງ.
ກອງປະຊຸມ ຜ່ານຮ່າງດຳລັດໃນຄັ້ງນີ້ ແມ່ນ ໄດ້ຮັບຜົນສໍາເລັດອັນຈົບງາມ ໄດ້ມີການເອກະພາບທາງດ້ານໂຄງຮ່າງ, ເນື້ອໃນ ແລະ ໄດ້ຮັບຄຳຄິດ ຄຳຄິດເຫັນ ທີ່ມີ ປະໂຫຍດ ຈາກຜູ້ເຂົ້າຮ່ວມກອງປະຊຸມ ທີ່ເປັນທັງຄຳແນະນໍາ ແລະ ຂໍ້ຄິດເຫັນ ທີ່ມີປະໂຫຍດ ແກ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃນການນຳມາ ຄົ້ນ ຄວ້າ ແລະ ປັບປຸງ ຄັ້ງສຸດທ້າຍ ເພື່ອກ້າວໄປສູ່ຂັ້ນຕອນຕໍ່ໄປ ກໍ່ຄືການຜ່ານເອກະສານຈາກພາກສ່ວນທີ່ກ່ຽວຂ້ອງຕາມລະບົບ ແລະ ນຳສະເໜີເຂົ້າ ກອງປະຊຸມລັດ ຖະບານ ໃນອານາຄົດ. ກອງປະຊຸມໄດ້ດໍາເນີນມາຮອດເວລາ 12:00 ແລະ ໄດ້ປິດລົງດ້ວຍຄວາມຈົບງາມ.

ກວດແກ້ບົດຂ່າວໂດຍ: ທ່ານ ເພັດສາຄອນ
ຂຽນບົດຂ່າວໂດຍ: ນາງ ມະໄລທິບ ວີຣາວົງ