ໃນລະຫວ່າງວັນທີ 28–29 ເມສາ 2022 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ເປີດກອງປະຊຸມປັບປຸງ “ຮ່າງ” ດໍາລັດວ່າດ້ວຍທີ່ດິນກະສິກໍາ ທີ່ຫ້ອງປະຊຸມ ສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ ໂດຍໃຫ້ກຽດເປັນປະທານ ແລະ ຊີ້ນໍາກອງປະຊຸມໂດຍ ທ່ານ ປອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ມີຜູ້ເຂົ້າຮ່ວມ ຊື່ງຕາງໜ້າຈາກບັນດາກົມ, ສະຖາບັນ ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 07ທ່ານ ຄື: ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ (ພະແນກນະໂຍບາຍ ແລະ ນິຕິກໍາ), ກົມປູກຝັງ, ກົມປ່າໄມ້ (ພະແນກນິຕິກໍາ ກົມປ່າໄມ້), ກົມລ້ຽງສັດ ແລະ ການປະມົງ (ພະແນກລະບຽບການ), ກົມຊົນລະປະທານ, ຮອງຫົວໜ້າ ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມກົດໜາຍ ກະຊວງຍຸຕິທໍາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພະແນກນິຕິກໍາ), ສໍານັກງານນາຍົກລັດຖະມົນຕີ (ກົມນິຕິກໍາ), ສະພາແຫ່ງຊາດ (ກົມເສດຖະກິດ ການຜະລິດ, ກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ວິ່ງແວດລ້ອມ. ຈຸດປະສົງຂອງການປະຊຸມຄັ້ງນີ້ ແມ່ນເພື່ອລົງເລີກປືກສາຫາລື ແລະ ຄົ້ນຄວ້າບາງມາດຕາ ໃຫ້ປັບປຸງມີຄວາມລະອຽດ ສ່ອງຄ່ອງກ່ອນການໍາສະເໜີໃຫ້ລັດຖະບານພິຈາລະນາຕໍ່ໄປ.
ພາຍຫຼັງປະທານໄດ້ກ່າວເປີດກອງປະຊຸມແລ້ວ ຫົວໜ້າກອງເລຂາ ສ້າງຮ່າງດໍາລັດ ໄດ້ຂື້ນລາຍງານ ສະພາບລວມໃນການສ້າງ ແລະ ປັບປຸງຮ່າງດໍາລັດ ວ່າດ້ວຍທີ່ດິນກະສິກໍາ ໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ ຊື່ງກອງປະຊຸມແມ່ນມີຜົນໄດ້ຮັບຄື: ປືກສາຫາລື ແລະ ທົບທວນຄືນ, ສົນທະນາແລກປ່ຽນໃນແຕ່ລະຫົວຂໍ້ ນອກນີ້ ໄດ້ຕົກລົງເຫັນດີປັບປຸງບາງມາດຕາ ຊື່ງຮ່າງດໍາລັດດັ່ງກ່າວ ສະບັບເກົ່າ ມີ 14 ໜວດ 82 ມາດຕາ ພາຍຫຼັງໄດ້ຈັດກອງປະຊຸມ ປັບປຸງ ຄືນ ແມ່ນໄດ້ຕັດອອກ 8 ມາດຕາ 1 ໝວດ ຄື: ມາດຕາ 48 ການຢັ້ງຢືນ ການນໍາໃຊ້ ແລະ ພັດທະນາທີ່ດິນກະສິກໍາ ແລະ ມາດຕາ 49 ການຕິດຕາມ ປະເມີນຜົນ ການນໍາໃຊ້ທີ່ດິນກະສິກໍາ (ໝວດທີ 7 ການນໍາໃຊ້ທີ່ດິນກະສິກໍາ). ມາດຕາ 54 ມາດຕະການ ຕໍ່ ຜູ້ ລະເມີດສັນຍາເຊົ່າ, ມາດຕາ 55 ການຕິດຕາມກວດກາ ແລະ ປະເມີນຜົນ ການເຊົ່າທີ່ດິນກະສິກໍາ, ມາດຕາ 59 ມາດຕະການ ຕໍ່ ຜູ້ ລະເມີດສັນຍາສໍາປະທານທີ່ດິນກະສິກໍາຂອງລັດ ແລະ ມາດຕາ 60 ການຕິດຕາມກວດກາ ແລະ ປະເມີນຜົນ ການສຳປະທານທີ່ດິນກະສິກໍາຂອງລັດ (ໝວດທີ 8 ການເຊົ່າ, ການສໍາປະທານທີ່ດິນກະສິກໍາ). ໝວດທີ 11 ການແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງ, ມາດຕາ 65 ການແກ້ໄຂບັນຫາ ທີ່ມີລັກສະນະບໍລິຫານ ກ່ຽວກັບທີ່ດິນກະສິກໍາ ແລະ ມາດຕາ 66 ຮູບການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນກະສິກຳ. ໄດ້ເພີ່ມໝວດ ທີ 10 ສິດ ແລະ ພັນທະຂອງຜູ້ນຳໃຊ້ທີ່ດິນກະສິກຳເຂົ້າ ແລ້ວຍ້າຍ 2 ມາດຕາຈາກໝວດ ທີ 7 ການນໍາໃຊ້ທີ່ດິນກະສິກໍາ ມາດຕາ 46 ສິດຂອງຜູ້ນໍາໃຊ້ທີ່ດິນກະສິກໍາ ແລະ ມາດຕາ 47 ພັນທະຂອງຜູ້ນຳໃຊ້ທີ່ດິນກະສິກຳມາໃສ່.ສະນັ້ນ ຮ່າງ ດໍາລັດວ່າດ້ວຍທີ່ດິນກະສິກໍາ ດັ່ງກ່າວ ໄດ້ລຸດລົງ 8 ມາດຕາ ປັດຈຸບັນ ມີ ມາດຕາ 14 ໝວດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ກອງປະຊຸມ ກອງເລຂາ ຄະນະຮັບຜິດຊອບການສ້າງ ຮ່າງ ດໍາລັດ ວ່າດ້ວຍທີ່ດິນກະສິກໍາ ຈັດລຽງໜວດ, ມາດຕາ ແລະ ເນື້ອໃນຄືນ ແລ້ວສົ່ງໃຫ້ຄະນະຮັບຜິດຊອບສ້າງ ຮ່າງ ດໍາລັດວ່າດ້ວຍທີ່ດິນກະສິກໍາ ມີຄໍາເຫັນ ແລະ ຊ່ວຍປັບປຸງ ແລະ ສົ່ງໃຫ້ກະຊວງຍຸຕິທໍາ ເພື່ອກວດກາຄວາມສອດຄ່ອງຂອງ ຮ່າງ ດໍາລັດດັ່ງກ່າວ ກຽມເອົາລົງຈົດໝາຍເຫດທາງລັດຖະການກອງປະຊຸມໄດ້ປິດລົງໃນ ເວລາ 16:00 ໂມງ ຂອງວັນທີ 29 ເມສາ 2022.