ເນື່ອງໃນໂອກາດການລົງຊຸກຍູ້ ຕິດຕາມຊີ້ນໍາວຽກງານທີ່ດິນກະສິກຳ ຂອງຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ທ່ານ ກິແກ້ວ ສີງນາວົງ. ວັນທີ 27 ເມສາ 2022, ຄະນະນໍາກົົມພ້ອມດ້ວຍອ້າຍເອື້ອຍນ້ອງພະນັກງານຫຼັກແຫລ່ງ ຫົວໜ້າພະແນກ, ຄະນະພະແນກ, ຫົວໜ້າສູນ, ຄະນະສູນ ໄດ້ຈັດປະຊຸມຂື້ນເປັນເວລາເຄີ່ງວັນທີ່ຫ້ອງປະຊຸມຂອງກົມຄພດກຢູ່ສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ.
ຈຸດປະສົງຕົ້ນຕໍຂອງການລົງມາເຮັດວຽກຄັ້ງນີ້ແມ່ນເພື່ອຊຸກຍູ້ ແລະ ແລະໃຫ້ທິດຊີ້ນຳລວມໃນການຈັດຕັ້ງປະຕິບັດວຽກງານຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບໃໝ່ ທີ່ຖືກມອບໝາຍ ເປັນຕົ້ນແມ່ນ ວຽກກ່ຽວກັບວຽກງານວາລະແຫ່ງຊາດ, ວຽກງານສົ່ງເສີມການຜະລິດເພື່ອທົດແທນານນໍາເຂົ້າຂອງບັນດາແຂວງ ຕາມແລວທາງລົດໄຟ.
ໃນໂອກາດທີ່ລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກໄລຍະຜ່ານມາ(2015-2020) ພ້ອມທັງແຜນ5ປີ(2021-2025) ນໍໍາສະເໜີ ໂດຍ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ. ພີເສດແມ່ນໄດ້ລາຍງານສະພາບ ແລະ ຄວາມຄືບໜ້າຮ່າງຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຮ່າງດຳລັດວ່າດ້ວຍທີ່ດິນກະສິກຳ, ຮ່າງຄຳສັ່ງຢຸດຕິການນຳເຂົ້າຝຸ່ນ ແລະ ຮ່າງຄູ່ມືວາງແຜນນຳໃຊ້ທີ່ດິກະສິກຳ ພາຍຫຼັງຮັບຟັງການລາຍງານແລ້ວ ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາຕໍ່ທີ່ປະຊຸມ ເພື່ອການຂັບເຄືອ່ນວຽກງານກົມໃນໄລຍະໃໝ່ ຊື່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຕໍ່ກັບຜົນການງານແຕ່ລະດ້ານທີ່ກົມຍາດມາໄດ້: ສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນ, ວຽກຄຸ້ມຄອງການນໍາໃຊ້ທີ່ດິນ, ວຽກງານວິໄຈ ແລະ ວຽກງານການຄຸ້ມຄອງ ແລະ ພັດທະນາຝຸ່ນ. ເພື່ອໃຫ້ເຮັດສໍາເລັດໜ້າທີ່ ແລະ ມີປະສິດຕິຜົນສູງຂື້ນຕື່ມນັ້ນ ທ່ານໄດ້ເໜັ້ນບາງປະເດັນດັ່ງນີ້:
- ເອົາໃຈໃສ່ດ້ານຂອດການຄຸ້ມຄອງ, ນໍາໃຊ້, ພັດທະນາ ແລະ ປົກປັກຮັກສາ ດິນກະສິກຳ 4.5ລ້ານ ຮຕໃຫ້ຮັບປະກັນຄວາມໝັ້ນຄົງ.
- ເພີມທະວີ ແລະ ໃຫ້ຄວາມສໍາຄັນ ວຽກງານດ້ານການສ້າງ ແລະ ພັດທະນາ ດ້ານນິຕິກຳ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃຫ້ມີຄວາມຫຼາກຫຼາຍຂື້ນເພື່ອເປັນບ່ອນອີງ ແລະ ເອື້ອອໍານວຍ ການປະຕິບັດວຽກງານມີປະສິດຕິຜົນສູງຂື້ນ.
ພາຍຫຼັງສຳເລັດຮັບຝັງ ແລະ ແລກປ່ຽນຄວາມຄິດໃນໃນທີ່ປະຊຸມແລ້ວ, ຄະນະນໍາ ແລະ ພະນັກງານຫຼັກແຫລ່ງ ພ້ອມຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ໄດ້ລົງຢ້ຽມຢາມຊົມ ບັນດາ ສູນ, ພະແນກ ຂອງກົມ ຄພດກ. ກອງປະຊຸມໄດ້ສີ້ນສຸດລົງໃນເວລາ 12:00 ໃນວັນດຽວກັນ ດ້ວຍຜົນສໍາເລັດອັຍຈົບງາມ.
ຂຽນຂ່າວໂດຍ: ນາງ ມະໄລທິບ ວີຣາວົງ
ກວດແກ້ໂດຍ: ສົມເພັດ ສຸລິຍາລາດ