ໃນວັນທີ 10 ມີນາ 2022, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ XI ຂຶ້ນ ທີ່ ຫ້ອງປະຊຸມສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ ຊື່ງໃຫ້ກຽດເປັນປະທານໂດຍ ທ່ານ ປອ ນິວົງ ສີປະເສີດ, ຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ພ້ອມດ້ວຍ ຄະນະກົມ, ຫົວໜ້າພະແນກ ແລະ ສູນ, ຄະນະພະແນກ ແລະ ສູນ ແລະ ພະນັກງານວິຊາການ ພາຍໃນກົມ
ກອງປະຊຸມໄດ້ຈັດຂຶ້ນ ໃນເວລາ 8: 30, ໂດຍ ຕອນເຊົ້າຂອງວັນດັ່ງກ່າວ ສະຫາຍ ປອ ນິວົງ ສີປະເສີດ ເລຂາຄະນະພັກຮາກຖານ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມ 3 ເອກະສານມີເນື້ອໃນດັ່ງນີ້ ເອກະສານທີ່1 ມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊີ່ງ ວຽກງານພະນັກງານ ສະບັບເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021, ເອກະສານທີ່2 ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີXI ເລກທີ 219/ຄບສພ, ລົງວັນທີ 08 ພະຈິກ 2021,ເອກະສານທີ່3 ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີXI . ຈາກນັ້ນ ແມ່ນທ່ານ ສະຫາຍ ອາໂນລາດ ຈັນທະວົງສາ ຮອງເລຂາຄະນະພັກຮາກຖານ ໄດ້ເຜີຍແຜ່ເອກະສານທີ່4 ບົດສະຫຼຸບຕີລາຄາສະພາບການຈັດຕັງປະຕິບັດວຍກງານກໍ່ສ້າງພັກ – ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີທີ່ຜ່ານມາ 2016 – 2020 ແລະ ທິດທາງໜ້າທີ່ 5 ປີ ຕໍ່ໜ້າ 2021 – 2025 ຂອງຄະນະຈັດຕັງສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີXI ແລະ ເອກະສານທີ່5 ບົດລາຍງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນທົ່ວພັກ ແລະ ທິດທາງໃນຕໍ່ໜ້າ ຂອງຄະນະຈັດຕັ້ງສູນກາງພັກກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີXI.
ໃນພາກບ່າຍຂອງກອງປະຊຸມ ສະຫາຍ ປອ ທັດເທວາ ສະພັງທອງ ຄະນະພັກຮາກຖານ ໄດ້ເຜີຍແຜ່ ເອກະສານທີ 6 ກ່ຽວກັບ ບົດລາຍງານການຫັນປ່ຽນຢ່າງແຂງແຮງການປັບປຸງການຈັດຕັ້ງຕິດພັນກັບການກຳນົດຕຳແໜ່ງງານຂອງກະຊ່ວງພາຍໃນຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີXI, ເອກະສານທີ່ 7 ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີXI.ເອກະສານທີ່ 8 ຮ່າງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ – ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີທີ່ຜ່ານມາ 2016 – 2020 ແລະ ທິດທາງໜ້າວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໃນ5 ປີ ຕໍ່ໜ້າ 2021 – 2025 ຂອງຄະນະກະຊວງກະຊິກຳ ແລະ ປ່າໄມ້ ເອກະສານທີ່ 9 ຮ່າງບົດລາຍງານເພີ່ມເຕີມ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ການກຳນົດຕໍາແໜ່ງງານຂອງກະຊ່ວງກະສິກຳ ແລະ ປ່າໄມ້.
ຈາກນັ້ນ ກອງປະຊຸມເຜີຍແຜ່ໄດ້ດຳເນີນມາຮອດເວລາ 14:30 ທ່ານສະຫາຍ ປອ ນິວົງ ສີປະເສີດ ເລຂາຄະນະພັກຮາກຖານ ປະທານກອງປະຊຸມ ໄດ້ກ່າວຄຳຂອບໃຈ ແລະ ປິດກອງປະຊຸມຢ່າງເປັນທາງການ ໃນເວລາ 14: 30