ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການ ອາຫານ ແລະ ການກະເສດ FAO, ໄດ້ຈັດພິທີຈັດພິທີສະຫຼີມສະຫຼອງວັນດິນໂລກຂຶ້ນ, ໃນວັນທີ 26 ພະຈິກ 2021 ນີ້ , ໂດຍການເປັນປະທານ​ຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຈາກອົງການ ອາຫານ ແລະ ການກະເສດ ປະຈຳ ສ ປປລາວ (FAO), ເຊີ່ງມີພາກສ່ວນລັດຖະບານ ກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ, ສະຖາບັນຕ່າງໆ ອ້ອມຂ້າງກະຊວງ ຕະຫຼອດຮອດ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຂະແໜງ ການຕ່າງໆ ຕາມສາຍຕັ້ງ ແລະ ສາຍຂວາງຂອງກົມ. ນອກຈາກນີ້, ຍັງມີອົງການຈັດຕັ້ງທາງສັງຄົມ, ຕົວແທນຈາກອົງການຈັດຕັ້ງສາກົນຕ່າງໆ, ກອງປະຊຸມດັ່ງກ່າວແມ່ນໄດ້ຈັດໃນຮູບແບບທາງໄກໂດຍນຳໃຊ້ລະບົບຊູມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ  300 ກວ່າຄົນ ໃນນີ້ ລົງທະບຽນເຂົ້າຮ່ວມໃນບັນຊີ 200 ທ່ານ ແລະ ເຂົ້າຮ່ວມຮັບຟັງເປັນກຸ່ມ ປະມານ 100 ທ່ານ.

ຈຸດປະສົງຂອງການຈັດງານວັນດິນໂລກ ແມ່ນເພື່ອຍົກສູງຄຸນຄ່າຂອງດິນໃຫ້ຢູ່ ໃນວາລະລະດັບໂລກ (Global Agenda) ແລະ ເພື່ອເຜີຍແຜ່ຄວາມສຳຄັນຂອງຊັບພະຍາກອນດິນ ອອກສູ່ວົງກວ້າງ ເພາະດິນເປັນພາຫະນະທີ່ສຳຄັນ ໃນການບັນລຸຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ລົບລ້າງໄພອຶດຫິວໃນອະນາຄົດ

ການຈັດງານວັນດິນໂລກໃນແຕ່ລະປີ ຈະມີຄຳຂວັນ ທີ່ແຕກຕ່າງກັນ ໂດຍເນັ້ນໃຫ້ເຫັນເຖີງ: 1) ຂົງເຂດທີ່ເປັນບຸລິມະສິດທີ່ຄວນເອົາໃຈໃສ່ດຳເນີນງານ, 2) ຈຸດທີ່ເປັນຜົນກະທົບທີ່ມີຕໍ່ຊັບພະຍາກອນດິນ ແລະ 3) ເນັ້ນໃສ່ການສົ່ງເສີມຄວາມຮັບຮູ້ດ້ານດິນໃຫ້ຄົນທົ່ວໂລກ. ສຳລັບການສະເຫຼີມສະຫຼອງ ວັນດິນໂລກ ປີ 2021 ນີ້ ແມ່ນຈັດຂື້ນພາຍໃຕ້ຄຳຂວັນ “ຮ່ວມໃຈແກ້ໄຂບັນຫາດິນເຄັມ, ເພື່ອຜະລິດຕະພາບການຜະລິດສູງຂື້ນ”“ ຫຼື Halt soil salinization, boost soil productivity” ເຊິ່ງແນໃສ່ປູກຈິດສຳນຶກ ໃຫ້ທຸກຄົນເຫັນໄດ້ຄວາມສຳຄັນ ໃນການປົກປັກຮັກສາລະບົບນິເວດໃຫ້ມີຄວາມສົມບູນ ໂດຍການຈັດການກັບສິ່ງທ້າທາຍທີ່ເພີ່ມຂຶ້ນ ຕໍ່ກັບການນຳໃຊ້ດິນ, ປ້ອງກັນບໍ່ໃຫ້ເກີດມີດິນເຄັມ, ປັບປຸງບໍາລຸງດິນເຄັມໃຫ້ສາມາດກັບມານໍາໃຊ້ໄດ້ຄືນ ເຊິ່ງເປັນປັດໄຈພື້ນຖານສຳຄັນຕໍ່ການຜະລິດສະບຽງອາຫານ ແລະ ການດຳລົງຊີວິດຂອງມວນມະນຸດ.

ໃນພິ​ທີ​ແຂກ​ທີ່​ເຂົ້າ​ຮ່ວມ​ໄດ້ຮັບຊົມ ວີດີໂອ 3 ເລື່ອງ ຄື: ສະພາບດິນເຄັມຢູ່ໃນໂລກ, ບັນຫາ ແລະ ແນວທາງການແກ້ໄຂບັນຫາດິນເຄັມໃນ ສປປ ລາວ ແລະ ວີດີໂອການວາງສະແດງຜົນງານຂອງບັນດາຂະແໜງການປິ່ນອ້ອມກົມ, ນອກຈາກນີ້ຍັງໄດ້ເປີດເວທີສົນທະນາກັບ 4 ທ່ານ ຕົວແທນຈາກແຂວງທີ່ມີບັນຫາທາງດ້ານດິນສົ້ມ, ດິນເຄັມ, ດິນເຊື່ອມໂຊມ ແລະ ບັນຫາຂອງຊາວກະສິກອນພົບພໍ້ໃນເຂດດິນເຄັມ.

 ຂໍ້​ມູນເພີ້ມເຕີມ ສາມາດເຂົ້າເບິ່່ງວິດີໂອໄດ້ທີ່ ເຟດ​ບຸກ​ຂອງ DALaM: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ facebook ແລະ ເວັບ​ເພກ​ຂອງDALaM  https://dalam.org.la/category/news/