ກຳມະບານຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ເຊື່ອມຊືມເອກະສານ ສຳຄັນຂອງສະຫະພັນກຳມະບານລາວ ຂຶ້ນ ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021, ໂດຍການເປັນປະທານຂອງທ່ານ ຈັນທະສອນ ຄຳໄຊຄ້າຍ, ຮອງປະທານກຳມະບານຮາກຖານກົມ, ມີຜູ້ເຂົ້າຮ່ວມຮັບຟັງທັງ  ໝົດ 17 ທ່ານ, ຍິງ 5 ສະຫາຍ ທີ່ມາຈາກຄະນະກຳມະບານຮາກຖານ, ຄະນະໜ່ວຍ, ຫົວໜ້າຈຸ, ຮອງຈຸ ອ້ອມຂ້ອງກົມເຂົ້າຮ່ວມ ແຕ່ສະມາຊິກກຳມະບານບໍ່ໄດ້ເຂົ້າຮ່ວມທັງໝົດ ເນື່ອງຈາກປະຕິບັດຕາມມາດຕະການປ້ອງກັນ, ສະກັດກັ້ນ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19ຢ່າງເຄັ່ງຄັດ ທັງເປັນການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ, ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊືມປະກອບມີ 02 ເອກະສານຄື: 1)  ລະບຽບສະຫະພັນກຳມະບານລາວສະໄໝທີ VIII ແລະ 2) ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ເຊີ່ງໃຫ້ກຽດບັນລະຍາຍເອກະສານໂດຍ ທ່ານ ຈັນທະສອນ ຄຳໄຊຄ້າຍ ຮອງປະທານກຳມະບານຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃຊ້ເວລາບັນລະຍາຍເປັນເວລາ 4 ຊົ່ວໂມງ ທ່ານໄດ້ເນັ້ນບາງມາດຕາທີ່ສຳຄັນໂດຍສະເພາະແມ່ນ ມາດຕາທີ່ມີການປັບປຸງແກ້ໄຂເຊີ່ງເຫັນວ່າເປັນອັນໃໝ່ ສະນັ້ນຈື່ງໄດ້ຮຽກຮ້ອງໃຫ້ສະມາຊິກກຳມະບານທົ່ວຮາກຖານກົມຈົ່ງເອົາໃຈໃສ່ສືກສາ ເພື່ອໃຫ້ເຂົ້າໃຈ ແລະ ສາມາດນຳໄປປະຕິບັດໃຫ້ໄດ້ຮັບຜົນດີ, ພ້ອມກັນນີ້ທ່ານຍັງໄດ້ໃຫ້ຄຳແນະນຳເພີ່ມເຕີມກ່ຽວກັບການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈີງ ແລະ ເນັ້ນການປະເມີນຜົນ

ໃຫ້ມີຄຸນນະພາບ ແລະ ເຮັດໃຫ້ສຳເລັດຕາມກຳນົດເວລາ. ອົງການຈັດຕັ້ງກຳມະບານແມ່ນອົງການຈັດຕັ້ງມະຫາຊົນໜຶ່ງທີ່ມີຄວາມສຳຄັນບໍ່ໜ້ອຍໄປກວ່າອົງການຈັດຕັ້ງອຶ່ນໆ ທີ່ກວມເອົາຈຳນວນຫຼາຍກວ່າອົງການຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງ ເນື່ອງຈາກວ່າກຳມະບານແມ່ນກວມເອົາພົນລະເມືອງຜູ້ທີ່ມີອາຍຸ 18ປີຂຶ້ນໄປ ລວມທັງຍິງ ແລະ ຊາຍ, ເຊິ່ງສະ ແດງໃຫ້ເຫັນວ່າເປັນອົງການຈັດຕັ້ງທີ່ໃຫຍ່ ແລະ ເປັນຕົວແທນໃຫ້ແກ່ກຳມະກອນຊາວຜູ້ອອກແຮງງານລວມທັງຜູ້ອອກແຮງງານທາງດ້ານຮ່າງກາຍ ແລະ ມັນສະໝອງ ເປັນອົງການຈັດຕັ້ງທີ່ປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກ ແຮງງານທົ່ວປະເທດກໍ່ຄືທົ່ວໂລກ.