ໃນຕອນບ່າຍ ຂອງວັນທີ 09 ສິງຫາ 2021 ການລົງນາມເຊັນສັນຍາຂໍ້ຕົກລົງຮ່ວມມືດ້ານວິທະຍາສາດ ແລະ ດ້ານວິຊາການ ລະຫວ່າງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກ ແລະ ສະຖາບັນຄົ້ນຄວ້າແຫ່ງຊາດດ້ານການພັດທະນາແບບຍືນຍົງ ປະເທດຝຣັ່ງ (IRD) ຂຶ້ນ ທີ່ຫ້ອງປະຊຸມສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ນິວົງ ສີປະເສີດ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ທ່ານ Dr.Eric DEHARO ຕົວແທນຂອງສະຖາບັນຄົ້ນຄ້ວາແຫ່ງຊາດດ້ານການພັດທະນາແບບຍືນຍົງ ປະເທດ ຝຣັ່ງ (IRD) ປະຈໍາ ສປປ ລາວ. ພ້ອມດ້ວຍແຂກທີ່ມີກຽດຈາກຈາກພາກສ່ວນທີ່ກ່ຽວຂ້ອງຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ  IRD ຈໍານວນທັງໝົດ 17 ທ່ານ, ຍິງ 6 ທ່ານ. ໃນພິທີລົງນາມເຊັນສັນຍາທາງຝ່າຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຕາງໜ້າໂດຍທ່ານ ປອ ນິວົງ ສີປະເສີດ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ກຽດລົງລາຍເຊັນ ແລະ ທາງຝ່າຍສະຖາບັນຄົ້ນຄວ້າແຫ່ງຊາດດ້ານການພັດທະນາແບບຍືນຍົງ ປະເທດຝຣັ່ງ (IRD)ແມ່ນຕາງໜ້າໂດຍທ່ານ Dr.Eric DEHARO ຕົວແທນຂອງສະຖາບັນຄົ້ນຄ້ວາແຫ່ງຊາດດ້ານການພັດທະນາແບບຍືນຍົງ ປະເທດ ຝຣັ່ງ (IRD) ປະຈຳສປປ ລາວ.

ໄລຍະຜ່ານມາກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ສະຖາບັນຄົ້ນຄ້ວາແຫ່ງຊາດດ້ານການພັດທະນາແບບຍືນຍົງ ປະເທດ ຝຣັ່ງ (IRD) ປະຈໍາ ສປປ ລາວ ໄດ້ມີການຮ່ວມມືກັນມາເປັນເວລາຍາວນານສົມຄວນເຊິ່ງເລີ່ມແຕ່ປີ 1998 ເປັນຕົ້ນມາຈົນເຖິງປະຈຸບັນ ໂດຍມີຫຼາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນເປັນຕົ້ນແມ່ນ: 1) ໄລຍະທໍາອິດຂອງໂຄງການ MSEC ລະຫວ່າງ IRD ກັບ NAFRI ໄລຍະປີ 1998-2002 ດ້ວຍການສະໝັບສະໜູນທຶນຂອງ ADB, 2) ໄລຍະທີ່ສອງຂອງໂຄງການ MSEC ລະຫວ່າງ IRD ກັບ NAFRI ແມ່ນໄລຍະປີ 2002-2010 ດ້ວຍການສະໝັບສະໜູນທຶນຂອງ IWMI/IRD, 3) ໄລຍະທີ່ 3 ຂອງ ໂຄງການ MSEC ແມ່ນໄລຍະປີ 2011-2015 ດ້ວຍການສະໝັບສະໜູນທຶນຂອງ IRD, 4) ໄລຍະທີ່ 4 ຂອງ ໂຄງການ MSEC/M-TROPICS ແມ່ນໄລຍະປີ 2016-2021 ດ້ວຍການສະໝັບສະໜູນທຶນຂອງ IRD/INSU/SU/PSU, 5) ໄລຍະທີ່ 5 ຂອງ M-TROPICS ໄລຍະປີ 2022-2026 ດ້ວຍການສະໝັບສະໜູນທຶນຂອງ IRD/INSU/SU/PSU. ສໍາລັບໄລຍະປີ 2016-2020 ຜ່ານມານີ້ ທັງສອງຝ່າຍແມ່ນຍາດໄດ້ຜົນງານຫຼາຍອັນທີ່ພົ້ນເດັ່ນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍວຽກງານຂອງກົມ ຄພດກ ເຊັ່ນ: 1) ດ້ານການກໍ່ສ້າງຊັບພະຍາກອນມະນຸດ: ໄດ້ສໜອງທຶນ ຍົກລະດັບ  ໃຫ້ແກ່ ພະນັກງານຂອງກົມ ຈຳນວນຫຼາຍກວ່າ 52 ທຶນ ປະກອບມີໄລຍະສັ້ນ 2 ທຶນ ແລະ ໄລຍະຍາວຫຼາຍກວ່າ 50, 2) ດ້ານການຄົ້ນຄວ້າ-ທົດລອງ: ມີໂຄງການຄົ້ນຄວ້າ-ທົດລອງ ມີຫຼາຍກວ່າ 20 ໂຄງການ ຄິດເປັນມູນຄ່າເງິນທັງໜົດປະມານ 3 ລ້ານ ຢູໂຣ, 3) ສາມາດຜະລິດສິ່ງພິມທາງດ້ານວິທະຍາສາດ-ເຕັກນິກ ໄດ້ຫຼາຍກວ່າ 120 ສິ່ງພິມ ລວມທັງພາສາລາວ ແລະ ພາສາອັງກິດ, ນອກຈາກນີ້ ຍັງໄດ້ຊີ້ນໍາ ແລະ ໃຫ້ຄໍາປຶກສາ ໃຫ້ກັບນັກສຶກສາມາຝຶກງານ ໄດ້ຫຼາຍກວ່າ 200 ຄົນ ແລະ ອຶ່ນໆ.

ຈາກຜົນສຳເລັດກໍ່ຄືຜົນງານທີ່ຍາດມາໄດ້ ຄືດັ່ງກ່າວມານັ້ນ ແລະ ເພື່ອເປັນການສືບຕໍ່ການຮ່ວມມືກັນທັງສອງຝ່າຍ ລະຫວ່າງກົມ ຄພດກ ແລະ IRD ໃນໄລຍະໃໜ່ ກໍ່ຄື ການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດທິດທາງ ແຜນການກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ IX (2021-2025) ຂອງລັດຖະບານ ສປປລາວ ແລະ ຂອງກະຊວງ ກປ ໃຫ້ມີຜົນສຳເລັດ ແລະ ຜົນງານອັນພົ້ນເດັ່ນຫຼາຍຍິ່ງໆຂຶ້ນນັ້ນ, ກົມ ຄພດກ ແລະ IRD ໄດ້ສ້າງຂໍ້ຕົກລົງການຮ່ວມມື ດ້ານວິທະຍາສາດ ແລະ ວິຊາການ ໄລຍະ 5 ປີ (2021-2025) ພາຍໃຕ້ ຫົວຂໍ້ “ການນໍາໃຊ້ທີ່ດິນ ແລະ ການປ່ຽນແປງດິນຟ້າອາກາດ ຢູ່ໃນສປປລາວ: ຜົນກະທົບ, ການຫຼຸດຜ່ອນ ແລະ ການປັບຕົວ”  ລວມທັງ ການພັດທະນາໂຄງການຄົ້ນຄວ້າ ແລະ ແຜນງານຕ່າງໆ, ພ້ອມທັງການຈັດຕັ້ງປະຕິບັດ, ການສ້າງຄວາມອາດສາມາດ ແລະ ການຝຶກອົບຮົມ. ນອກຈາກນີ້, ທັງສອງຝ່າຍຈະມຸ່ງໝັ້ນປະຕິບັດວຽກງານໃຫ້ບັນລຸໄວໃນການຮ່ວມມື ດ້ານວິທະຍາສາດ ແລະ ວິຊາການ ເຊັ່ນ: 

  • ສົ່ງເສີມ ແລະ ເຂົ້າຮ່ວມບັນດາໂຄງການຄົ້ນຄວ້າຮ່ວມກັນໃນລະດັບຊາດ ແລະ ສາກົນ, ການສ້າງຄວາມອາດສາມາດ ແລະ ການຝຶກອົບຮົມ;
  • ພັດທະນາແຜນງານ ແລະ ກິດຈະກໍາຮ່ວມດ້ານການຄົ້ນຄວ້າ – ເຊິ່ງອາດຈະລວມເຖິງ – ການຮ່າງບົດສະເໜີການຄົ້ນຄວ້າ, ການລະດົມທຶນ, ການ ອໍານວຍຄວາມສະດວກ ໃຫ້ການຄົ້ນຄວ້າ ແລະ ອື່ນໆ.
  • ນຳເອົາຜົນການຄົ້ນຄວ້າ ອອກສູ່ວົງກວ້າງໂດຍອີງໃສ່ ຄວາມເໝາະສົມ ລະຫວ່າງການຄົ້ນຄວ້າວິທະຍາສາດພື້ນຖານ ແລະ ຜົນການຄົ້ນຄວ້າສະເພາະພື້ນທີ່
  • ອໍານວຍຄວາມສະດວກການແລກປ່ຽນຄວາມຮູ້ທາງດ້ານວິທະຍາສາດ ແລະ ວິຊາການ;
  • ຮ່ວມຈັດກອງປະຊຸມ, ປະຊຸມຝຶກອົບຮົມ ແລະ ປະຊຸມວິຊາການ;
  • ຮ່ວມມືສ້າງຕັ້ງລະບົບເອກະສານອ້າງອີງ, ດັດແກ້ ແລະ ຈັດພິມເຜີຍແຜ່ຜົນໄດ້ຮັບຈາກການຄົ້ນຄວ້າ.
  • ພັດທະນາລະບົບຂໍ້ມູນຂ່າວສານ (ເຊັ່ນ ຖານຂໍ້ມູນວິທະຍາສາດ) ແລະ ແອັບເຕັກໂນໂລຊີຂໍ້ມູນຂ່າວສານ (IT).

ພິທີດັ່ງກ່າວໄດ້ສິ້ນສຸດລົງໃນເວລາ 16 ໂມງຂອງວັນດຽວກັນ ດ້ວຍບັນຍາກາດທີ່ມີຄວາມຄວາມສຳຄັນເປັນຢ່າງຍິ່ງ.

1,718 Comments