ສະຫາຍ ປອ. ນິວົງ ສີປະເສີດ, ກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ໃນຕອນເຊົ້າຂອງວັນທີ 06 ສິງຫາ 2021, ທີ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ຄຳສັ່ງເລກທີ 01/ກມສພ ແລະ ຄຳແນະນຳ ເລກທີ 291/ຄຈສພ, ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນ, ໂດຍການເປັນປະທານຂອງສະຫາຍ ປອ ນິວົງ ສີປະເສີດ, ກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາ ສະຫາຍຄະນະພັກຮາກຖານກົມ, ເລຂາ/ຮອງເລຂາໜ່ວຍພັກພະແນກ, ສູນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ອ້ອມຂ້າງກົມ ເຂົ້າຮ່ວມທັງໝົດ 48 ສະຫາຍ, ຍິງ 13 ສະຫາຍ. ໃຫ້ກຽດເຜີຍແຜ່ເອກະສານຄຳສັ່ງ ເລກທີ 01/ກມສພ, ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະຫາຍ ປອ ນິວົງ ສີປະເສີດ, ກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້.

ສະຫາຍໄດ້ເນັ້ນເຖິງອົງການຈັດຕັ້ງຂອງພັກຕ້ອງໄດ້ມີການຕົນເອງຢ່າງແຂງແຮງ ໂດຍເລີ່ມຈາກການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນໃຫ້ພັກເຮົາສືບຕໍ່ຮັກສາໄດ້ບົດບາດ ແລະ ຄວາມສາມາດກຳອຳນາດ, ນຳພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມຈຸດໝາຍສັງຄົມນິຍົມ, ນອກຈາກນີ້ ຍັງໄດ້ຊີ້ນຳໃຫ້ບັນດາຄະນະໜ່ວຍພັກອ້ອມຂ້າງກົມໃຫ້ເອົາໃຈໃສ່ຮີບຮ້ອນ ສຳຫຼວດກວດກາຢູ່ພາຍໃນໜ່ວຍພັກ ແລ້ວສັງລວມລາຍງານຕໍ່ໃຫ້ຮາກຖານສັງລວມເພື່ອລາຍງານຄະນະພັກກະຊວງຕາມກຳນົດເວລາ ແລະ ມີຄຸນນະພາບ.
ສຳລັບເອກະສານຄຳແນະນຳ ເລກທີ 291/ຄຈສພ, ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ກຽດບັນລະຍາຍໂດ ສະຫາຍ ອະໂນລາດຈັນທະວົງສາ, ຮອງເລຂາຄະນະພັກຮາກຖານກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້.

ໃນນີ້ ສະຫາຍຍັງໄດ້ຍົກໃຫ້ເຫັນເຖິງບົດບາດການຊີ້ນຳໆພາຂອງຄະນະພັກຮາກຖານຂອງກົມ ໄລຍະຜ່ານມາ ພ້ອມທັງໄດ້ສະເໜີໃຫ້ບັນດາໜ່ວຍພັກອ້ອມຂ້າງກົມໃຫ້ກວດກາຄືນຜົນການຈັດຕັ້ງປະຕິບັດແຜນພັດທະນາຂອງ ໜ່ວຍຕົນເອງເພື່ອໃຫ້ເຫັນເຖິງຜົນສຳເລັດຕ່າງໆທີ່ຍາດມາໄດ້ ມີການຕີລາຄາເຖິງ ຈຸດດີ, ຈຸດອ່ອນຈື່ງສາມາດປະເມີນໄດ້ວ່າ ໜ່ວຍພັກມີຄວາມເຂັ້ມແຂງໃນລະດັບໃດ. ນອກຈາກນີ້ ສະຫາຍຍັງໄດ້ແນະນຳວິທີການປະເມີນຕົນເອງການໃຫ້ຄະແນນປະເມີນບຸກຄົນ, ການປະເມີນເປັນໝູ່ຄະນະ ແລະ ການໃຫ້ຄະແນນເປັນໝູ່ຄະນະ ເພື່ອໃຫ້ແຕ່ລະໜ່ວຍສາມາດນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຄຳແນະນຳສະບັບນີ້.
ນອກຈາກ2 ເອກະສານຂອງພັກແລ້ວ ຍັງໄດ້ມີການເຜີຍແຜ່ເອກະສານກ່ຽວກັບວັນສ້າງຕັ້ງພັກຄອມມຸນິດຈີນຄົບຮອບ 100ປີ ແລະ ເອກະສານກ່ຽວກັບສາຍພົວພັນຮ່ວມມືລາວ-ຫວຽດນາມ 2021-2025.