ວັນທີ 30 ມິຖຸນາ2021, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງຈຳປາສັກ ໄດ້ຈັດກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການ ຈັດການດິນ, ນໍ້າ ແລະ ຝຸ່ນ ເຂົ້າໃນການຜະລິດກະສິກໍາ ໃນເຂດທີ່ມີຄວາມສ່ຽງ ຕໍ່ໄພແຫ້ງແລ້ງ ຂອງ ສປປ ລາວ.
ກອງປະຊູມ ຈັດຂຶ້ນຢູ່ໂຮງແຮມປາກເຊ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ.ນິວົງ ສີປະເສີດ ກຳມະການພັກກະຊວງ, ເລຂາພັກຮາກຖານ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ທັງເປັນຜູ້ຊີ້ນໍາໂຄງການ, ທ່ານ ປອ.ສົມລິດ ວິລະວົງ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຈຳປາສັກ. ມີຮອງຫົວໜ້າພະແນກກະສິກໍາແລະ ປ່າໄມ້ ແຂວງສະຫວັນນະເຂດ, ຜູ້ຊີ້ນໍາໂຄງການຂັ້ນແຂວງ, ບັນດາຫົວໜ້າຂະແໜງ, ຮອງຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ຜູ້ປະສານງານຂັ້ນແຂວງ, ຂັ້ນເມືອງ ທັງ 3 ແຂວງ ສະຫວັນນະເຂດ, ຈໍາປາສັກ, ສາລະວັນ ພ້ອມດ້ວຍພະນັກງານວິຊາການຈາກສູນກາງ ເຂົ້າຮ່ວມ.
ໃນໂອກາດກ່າວເປີດກອງປະຊຸມ ທ່ານ ປອ.ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຜູ້ຊີ້ນໍາໂຄງການ ມີຄໍາເຫັນວ່າ: ພັກ-ລັດ ໄດ້ຖືເອົາວຽກງານກະສິກຳ ເປັນສຳຄັນໃນການຂັບເຄື່ອນເສດຖະກິດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນເປັນຈຳນວນຫຼາຍ ແລະ ໄດ້ຖືເອົາວຽກງານກະສິກຳ ເປັນວຽກງານຕົ້ນຕໍໃນການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເຊິ່ງ 3 ແຂວງ ຄື: ສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ ກໍນອນຢູ່ໃນຂອບເຂດຈຸດສຸມຂອງລັດຖະບານ ໃນການຊຸກຍູ້ສົ່ງເສີມການເປັນແຫຼ່ງຜະລິດສະບຽງອາຫານ ແລະ ຫັນເປັນອຸດສະຫະກຳ ເພື່ອຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ປະເທດຊາດ ເນື່ອງຈາກວ່າ 3 ແຂວງນີ້ ນອນໃນຂອບເຂດທົ່ງພຽງໃຫຍ່ຂອງປະເທດ ເປັນອູ່ເຂົ້າອູ່ປາຂອງປະຊາຊົນພາກກາງ ແລະ ພາກໃຕ້ ແຕ່ກໍຍັງມີຂໍ້ຈຳກັດບາງປະການ ເປັນຕົ້ນແມ່ນບັນຫາໄພທຳມະຊາດຂົ່ມຂູ່ເຊັ່ນ: ໄພແຫ້ງແລ້ງ, ໄພນໍ້າຖ້ວມ ບັນຫາດິນເຊື່ອມໂຊມ, ນໍ້າບໍ່ພຽງພໍ, ປະຊາຊົນຂາດຄວາມຮູ້ທາງດ້ານການຈັດການນໍ້າ ເຊິ່ງເປັນສາເຫດຕົ້ນຕໍທີ່ເຮັດໃຫ້ການຜະລິດຂອງປະຊາຊົນບໍ່ມີປະສິດທິພາບເທົ່າທີ່ຄວນ, ເຮັດຫຼາຍໄດ້ໜ້ອຍ, ຕົ້ນທຶນສູງ, ກຳໄລຕໍ່າ, ເຮັດໃຫ້ຊາວກະສິກອນ ແລະ ຜູ້ຜະລິດຈໍານວນໜຶ່ງທໍ້ຖອຍໃຈ ບໍ່ຢາກສືບຕໍ່ຜະລິດ ໂດຍການຊອກຫາອາຊີບອື່ນມາທົດແທນ ເຊັ່ນ: ອາຊີບກຳມະກອນຢູ່ໃນເມືອງ ແລະ ຕ່າງປະເທດ ປະລະພື້ນທີ່ເປົ່າຫວ່າງບໍ່ໄດ້ເຮັດການຜະລິດ ແລະ ອີກປັນຫາໜຶ່ງທີ່ຮ້າຍແຮງທີ່ສຸດໃນປະຈຸບັນກໍຄືການລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດບ້ານເມືອງ. ຍ້ອນແນວນັ້ນ, ພັກ ແລະ ລັດ ຈິ່ງຫາທຸກວິທີທາງ ເພື່ອຊ່ວຍເຫຼືອປະຊາຊົນ ແກ້ໄຂບັນຫາວິກິດການດັ່ງກ່າວ ໃຫ້ດີຂື້ນເທື່ອລະກ້າວ, ຈິ່ງໄດ້ມີນະໂຍບາຍ ແລະ ວາງແຜນຍຸດທະສາດ ໃຫ້ແທດເໝາະກັບສະພາບການຕົວຈິງ ດ້ວຍການດຶງດູດການລົງທຶນ ກໍຄືຍາດແຍ່ງເອົາການຊ່ວຍເຫຼືອຈາກແຫຼ່ງທຶນຕ່າງໆ ເຂົ້າມາເພື່ອແກ້ໄຂຊິວີດການເປັນຢູ່ຂອງປະຊາຊົນໃຫ້ຢູ່ລອດ ແລະ ເຂັມແຂງຂື້ນ.
ທ່ານ ປອ.ນິວົງ ສີປະເສີດ ກ່າວຕໍ່ອີກວ່າ: ໂຄງການຈັດການດິນ, ນໍ້າ ແລະ ຝຸ່ນ ກໍເປັນໂຄງການໜຶ່ງໃນບັນດາໂຄງການຊ່ວຍເຫຼືອຈາກສາກົນ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກປະເທດ ສ. ເກົາຫຼີ ຜ່ານອົງການແມ່ນໍ້າຂອງ ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດສັງຄົມຢູ່ໃນຂົງເຂດປະເທດລຸ່ມແມ່ນໍ້າຂອງ, ໂຄງການດັ່ງກ່າວໄດ້ຮັບການອະນຸມັດໃນເດືອນມັງກອນ 2021 ໂດຍຜ່ານກະຊວງ ການຕ່າງປະເທດ ໂດຍແມ່ນ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການຈັດຕັ້ງປະຕິບັດ ສົມທົບກັບຄູ່ຮ່ວມງານຂັ້ນແຂວງ-ເມືອງ ລົງສູ່ຂັ້ນບ້ານ ແລະ ຄອບຄົວຜູ້ຜະລິດຕົວຈິງ ໂດຍເນັ້ນໃສ່ເຂດທີ່ມີຄວາມສ່ຽງຕໍ່ກັບໄພແຫ້ງແລ້ງ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມີ 3 ແຂວງ 6 ເມືອງ 12 ບ້ານ 30 ຄອບຄົວ ທີ່ເປັນເປົ້າໝາຍຫຼັກຂອງໂຄງການ ເພື່ອຊຸກຍູ້ການຜະລິດກະສິກຳໃຫ້ມີປະສິດທິພາບ ແລະ ຍືນຍົງ ບັນລຸຕາມແຜນຍຸດທະສາດຂອງວຽກງານກະສິກຳ ແລະ ປ່າໄມ້ ແລະ ສອດຄອງການກັບພັດທະນາເສດຖະກິດ-ສັງຄົມ ຂອງແຂວງ. ໂຄງການດັ່ງກ່າວນີ້ແມ່ນມີຄວາມສຳຄັນຫຼາຍຕໍ່ກັບການສ້າງວຽກເຮັດງານທຳ ແລະ ຟື້ນຟູດີນເປົ່າຫວ່າງ, ດິນເຊື່ອມໂຊມໃຫ້ມີການຜະລິດຢ່າງຕໍ່ເນື່ອງຕະຫຼອດປີ ໂດຍຜ່ານເຕັກນິກຈັດການດິນ, ນໍ້າ ແລະ ຝຸ່ນເປັນຢ່າງດີ.
ໃນກອງປະຊຸມ ໄດ້ນໍາສະເໜີປະສົບການ ແລະ ຜົນສໍາເລັດດ້ານເຕັກນິກໃນການຈັດການດິນ, ນໍ້າ ແລະ ຝຸ່ນໃນໄລຍະຜ່ານມາ, ນໍາສະເໜີສະພາບລວມຂອງໂຄງການ, ຂອບເຂດແນວຄວາມຄິດ ແລະ ຄາດໝາຍຜົນໄດ້ຮັບໃນຕໍ່ໜ້າ, ນໍາສະເໜີແຜນຈັດຕັ້ງປະຕິບັດໂຄງການ ໄລຍະປີ 2021-2023, ນໍາສະເໜີມາດຖານ - ເງື່ອນໄຂຄັດເລືອກບ້ານ-ຄອບຄົວ ແລະ ລາຍງານຜົນການຄັດເລືອກຄອບຄົວຕົວແບບ. ຈາກນັ້ນ ແຕ່ລະແຂວງ ກໍໄດ້ລາຍງານຜົນຂອງການລົງເກັບກໍາຂໍ້ມູນ ເພື່ອຄັດເລືອກບ້ານເປົ້າໝາຍບ້ານ ແລະ ຄອບຄົວເປົ້າໝາຍໂຄງການ, ນໍາສະເໜີແບບຟອມ ແລະ ວິທີການເກັບກໍາ-ສໍາຫຼວດຂໍ້ມູນ ພື້ນຖານຂອງບ້ານ ແລະ ຄອບຄົວຕົວແບບ. ພ້ອມນີ້ ໃນກອງປະຊຸມຍັງໄດ້ປຶກສາຫາລືຄົ້ນຄ້ວາປະກອບຄໍາເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄງການ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພາຍຫຼັງສໍາເລັດກອງປະຊຸມ ທີມງານໂຄງການ ຍັງໄດ້ເຄື່ອນໄຫວພົບປະຄະນະພັກ-ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຢູ່ບ້ານເປົ້າໝາຍ ໃນ 2 ເມືອງ ຂອງແຂວງຈໍາປາສັກ ຕື່ມອີກ.
* ຂ່າວ-ພາບ: ທູນທອງໃຈ *