ໃນລະຫວ່າງ ວັນທີ 20 ຫາ 21 ເມສາ ທີ່ຜ່ານມາ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ກະຊວງກະສິກຳ ແລະ ປ່າໄມ້ ບ້ານໜອງວຽງຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີການຈັດຝຶກອົບຮົມ ໃນຫົວຂໍ້: ນະວັດຕະກຳການເຮັດຝຸ່ນບົ່ມ ແລະ ການປັບປຸງດິນ ໃຫ້ກັບພະນັກງານຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທີ່ເປັນເປົ້າໝາຍຂອງໂຄງການ ພັດທະນາພື້ນຖານໂຄງຮ່າງກະສິກຳ.
ຈຸດປະສົງຂອງໂຄງການກໍ່ເພື່ອຜະລິດຜົນກະສິກຳໃຫ້ມີຄວາມສະອາດ ແລະ ປອດໄພ ໂດຍເນັ້ນໃສ່ການຜະລິດຊີ້ນ ແລະ ປາ ເປັນຫຼັກ ພ້ອມທັງພືດຜັກ ແລະ ໝາກໄມ້ອື່ນໆ ເປັນສ່ວນປະກອບ ໂດຍມີ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ຈັດຕັ້ງປະຕິບັດໂຄງການຮ່ວມກັນຕາມໜ້າວຽກທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນ.
ສຳລັບຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ກໍເພື່ອ ເນັ້ນໃຫ້ພະນັກງານຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳປະຈຳທ້ອງຖິ່ນ ໃຫ້ຮູ້ເຖິງຄວາມໝາຍ ຄວາມສຳຄັນຂອງການຈັດການດິນ ນະວັດຕະກຳຂອງການເຮັດຝຸ່ນບົ່ມທີ່ໃຊ້ເວລາສັ້ນ ແລະ ນຳໃຊ້ເຂົ້າໃນການການປັບປຸງດິນໃຫ້ນຳໃຊ້ໄດ້ຢ່າງຍືນຍົງ. ເພື່ອໃຫ້ເຂົາເຈົ້າສາມາດຖ່າຍທອດໃຫ້ຊາວກະສິກອນໄດ້ໃນຂັ້ນຕໍ່ໄປ. ການຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານເຊິ່ງມາຈາກ:
ນະຄອນຫຼວງວຽງຈັນ 5 ທ່ານ;ແຂວງວຽງຈັນ 5 ທ່ານ;ແຂວງໄຊຍະບູລີ 5 ທ່ານ;ແຂວງຫຼວງພະບາງ 5 ທ່ານ;ແຂວງອຸດົມໄຊ 5 ທ່ານ;ແຂວງຊຽງຂວາງ 5 ທ່ານ;ແລະ ກົມ ຄພດກ 7 ທ່ານ.
ໃນຕອນເຊົ້າຂອງວັນທີ 20 ພຶດສະພາ ເປັນກຽດໃນການເປີດການຝຶກອົບຮົມໃນຄັ້ງນີ້ ໄດ້ແກ່ທ່ານ ອາໂນລາດ ຈັນທະວົງສາ ຮອງຫົວໜ້າກົມ ຄພດກ. ເຊິ່ງທ່ານໄດ້ເນັ້ນໃຫ້ຜູ້ເຂົາຮ່ວມທັງໝົດໄດ້ເກັບກ່ຽວເອົາບົດຮຽນ ແລະ ປະສົບການຈາກຊ່ຽວຊານໃຫ້ໄດ້ຫຼາຍທີ່ສຸດ. ຈາກນັ້ນ ທ່ານ ປອ ຊອດ ວາກາ (Dr. Zsolt Varga) ໄດ້ໃຫ້ຄວາມຮູ້ກ່ຽວກັບ ຝຸ່ນບົ່ມ ແລະ ການນຳໃຊ້ຝຸ່ນບົ່ມຕໍ່ການປັບປຸງດິນ, ວີທີການນຳໃຊ້ເຄື່ອງເຜົາຖ່ານ ແລະ ຕູ້ບົ່ມຝຸ່ນທີ່ທາງໂຄງການມອບໃຫ້ ແກ່ກຸ່ມຊາວກະສິກອນເປົ້າໝາຍຂອງໂຄງການ. ຈາກນັ້ນໃນຕອນບ່າຍ ທ່ານ ປອ. ອະດຳ ຊໍບາ (Dr. Adam Csorba) ໄດ້ໃຫ້ຄວາມຮູ້ທາງອອນລາຍ ຈາກປະເທດຮັງກາຣີ ເລື່ອງຄວາມຮູ້ພື້ນຖານດິນກະສິກຳ, ວິວັດທະນາການການກຳເນີດດິນ, ການສຳຫຼວດດິນ ແລະ ການພັນລະນາຂຸມດິນ. ຕໍ່ຈາກນັ້ນ ທ່ານສາດສະດາຈານ ອີຣິກກາ ມິເຊວລີ (Prof. Erika Micheli) ໄດ້ໃຫ້ຄວາມຮູ້ກ່ຽວກັບວິທີການຈຳແນກດິນຕາມວິທີປັບປຸງໃໝ່ ປີ 2014 (world reference base for soil resource, 2014). ຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO).
ວັນທີ 21 ເມສາ 2021 ຝຶກພາກປະຕິບັດຕົວຈິງ ທີ່ຟາມ ພີພີຊີ ບ້ານນາບອນ ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງເປັນຟາມຕົວແບບໃນການລ້ຽງງົວ ໃນນີ້ມີການສາທິດການໃຊ້ເຄື່ອງເຜົາຖ່ານ ແລະ ການໃຊ້ເຄື່ອງບົ່ມຝຸ່ນ.ຈາກນັ້ນໄດ້ຢ້ຽມຊົມການປັບປຸງດິນສວນຫຍ້າອາຫານສັດ ໂດຍໃຊ້ສິ່ງເສດເຫຼືອຈາກຟາມ ເຊິ່ງຄູຝຶກໄດ້ສະແດງໃຫ້ຜູ້ເຂົ້າຮ່ວມເຫັນສະພາບຄວາມແຕກຕ່າງຢ່າງຊັດເຈນຂອງສວນຫຍ້າທີ່ໄດ້ຮັບການປັບປຸງດິນ ແລະ ສວນທີ່ບໍ່ໄດ້ຮັບການປັບປຸງດິນ.ພ້ອມດຽວກັນນີ້ທາງຄູຝຶກໄດ້ເນັ້ນໃຫ້ນັກຝຶກອົບຮົມ ໄດ້ເຫັນຄວາມໝາຍຄວາມສຳຄັນຂອງການປັບປຸງດິນ. ການຝຶກອົບຮົມສິ້ນສຸດລົງໃນຄາບເຊົ້າ.