ໃນຕອນບ່າຍຂອງວັນທີີ 12 ເມສາ 2021, ຢູ່ທີ່ ສະໂມສອນກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປະລິນຍາເອກ ເພັດ ພົມພິພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ແລະ ທ່ານ Mr. DINKAR ASTHANA (ເອກອັກຄະລັດຖະທູດອິນເດຍ, ປະຈໍາ ສປປ. ລາວ). ມີທ່ານ ຫົວໜ້າກົມ/ຮອງກົມ, ຫົວໜ້າພະແນກ/ຮອງພະແນກ, ຫົວໜ້າສູນ/ຮອງສູນ ອ້ອມຂ້າງກະຊວງກະສິກຳ ແລະປ່າໄມ້, ມີຄະນະຕິດຕາມ ພະນະທ່ານເອກອັກຄະລັດຖະທູດອິນເດຍ ພ້ອມທັງຄະນະຮັບຜິດຊອບໂຄງການເຫັນຜົນໄວເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ24 ທ່ານ, ຍິງ 03 ທ່ານ, ອຸປະກອນທີ່ນຳມາມອບມີຈຳນວນ 22 ລາຍການ, ຄິດເປັນມູນຄ່າ 439,076,000 ລ້ານກີບ. ໃນພິທີ ທ່ານ ປະລິນຍາເອກ ນິວົງ ສີປະເສີດ ຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ກ່າວຕ້ອນຮັບ ທ່ານ ປະລິນຍາເອກ ເພັດ ພົມພິພັກ, ທ່ານ Mr. DINKAR ASTHANA (ເອກອັກຄະລັດຖະທູດອິນເດຍ, ປະຈຳ ສປປ. ລາວ) ພ້ອມທັງລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດ ແລະຄວາມສຳຄັນຂອງວຽກງານວິໄຈດິນ ແລະຝຸ່ນ ຕໍ່ກັບການຜະລິດກະສິກຳຢູ່ໃນ ສປປ ລາວ. ຈາກນັ້ນ ທ່ານ Mr. DINKAR ASTHANA (ເອກອັກຄະລັດຖະທູດອິນເດຍ, ປະຈຳ ສປປ. ລາວ) ໃຫ້ກຽດກ່າວຄຳເຫັນຕໍ່ພິທີດັ່ງກ່າວ ພ້ອມທັງຍົກໃຫ້ເຫັນເຖິງການພົວພັນລະຫວ່າງ ປະເທດ ອິນເດຍ ກັບ ສ ປປ ລາວ ແລະ ບັນດາໂຄງການຕ່າງໆທີ່ອິນເດຍໄດ້ສະໜັບສະໜູນໃຫ້ແກ່ ສ ປປ ລາວ, ຈາກນັ້ນ ທ່ານ ປະລິນຍາເອກ ເພັດ ພົມພິພັກ ໃຫ້ກຽດມີຄຳເຫັນຕໍ່ພິທີ ພ້ອມທັງກ່າວຄຳຂອບໃຈເປັນຢ່າງສູງຕໍ່ປະຊາຊົນ ແລະ ລັດຖະບານ ອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ປະຊາຊົນ ແລະ ລັດຖະບານແຫ່ງ ສປປ ລາວ, ນອກຈາກນີ້ທ່ານຍັງໄດ້ເນັ້ນໃຫ້ມີການນຳໃຊ້ເຄື່ອງອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດເຂົ້າໃນວຽກງານຂອງຕົນ. ໃນຕອນທ້າຍພິທີທ່ານ ປະລິນ ຍາເອກ ນິວົງ ສີປະເສີດ ຫົວໜ້າກົມ ຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ຄະນະນຳຂັ້ນສູງຂອງກະຊວງກະສິກຳ  ແລະປ່າໄມ້ ທີ່ເຫັນເຖິງຄວາມສຳຄັນຂອງວຽກງານວິໄຈດິນ ທີ່ໄດ້ຍາດແຍ່ງການຊ່ວຍເຫຼືອໂຄງການດ່ັງກ່າວນີ້ ເຂົ້າມາຊ່ວຍເຫຼືອເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການວິໄຈດິນ ແລະຝຸ່ນ.

ຈາກນັ້ນ ປະທານຮ່ວມທັງ 2 ທ່ານ ໄດ້ໃຫ້ກຽດ ເຂົ້າຮ່ວມພິທີຕັດແຖບຜ້າ ເພື່ອເປັນສັກຂີພິຍານໃນການມອບ – ຮັບ ໃນຄັ້ງນີ້ ພ້ອມທັງໃຫ້ກຽດຢ້ຽມຊົມເຄືອງອຸປະກອນໃນຫ້ອງວິໄຈແຕ່ລະຫ້ອງ. ພິທີດັ່ງກ່າວແມ່ນໄດ້ສິ້ນສຸດລົງໃນເວລາ 16:00 ຂອງວັນດຽວກັນ.

ຂ່າວໂດຍ: ທ. ສຸລິກອນ ແລະ ມະໄລທິບ

ຮູບພາບການການຕັດແຖບຜ້າ ແລະ ເຂົ້າຢ້ຽມຊົມເຄື່ອງອຸປະກອນວິໄຈດິນ ແລະ ຝຸ່ນ ໃນຫ້ອງວິໄຈ

7,058 Comments