ໃນຕອນເຊົ້າຂອງວັນທີ 01 ເມສາ 2021 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ເປີດກອງປະຊຸມຜ່ານ “ຮ່າງ” ດໍາລັດວ່າດ້ວຍທີ່ດິນກະສິກໍາ ທີ່ຫ້ອງປະຊຸມ(ຫ້ອງ 111) ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ເພື່ອສະເໝີຕໍ່ຄະນະຊີ້ນໍາຂັ້ນກະຊວງ ແລະ ບັນດາກົມກອງທີ່ກ່ຽວຂ້ອງ. ໂດຍໃຫ້ກຽດເປັນປະທານ ແລະ ຊີ້ນໍາກອງປະຊຸມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການ ທີ່ມາຈາກກົມ ຄພດກ ແລະ ກົມກອງທີ່ກ່ຽວຂ້ອງອ້ອມຂ້າງກະຊວງເຂົ້າຮ່ວມ ລວມທັງໝົດມີ 26 ທ່ານ, ຍິງ 05 ທ່ານ.

ໃນເບື້ອງຕົ້ນ ຕາງໜ້າກອງເລຂາສ້າງຮ່າງດໍາລັດ ໄດ້ຂຶ້ນລາຍງານກ່ຽວກັບເຫດຜົນ, ບ່ອນອີງ ແລະ ຄວາມຄືບໜ້າໃນການສ້າງດໍາລັດ ໃຫ້ທີ່ປະຊຸມໄດ້ຮັບຮູ້.

 ທ່ານ ທອງພັດ ວົງມະນີ ປະທານກອງປະຊຸມໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນ ເພື່ອປືກສາຫາລື, ທົບທວນຄືນ, ສົນທະນາແລກປ່ຽນຮ່ວມກັນ ແລະ ເບິ່ງຄືນ ໃນແຕ່ລະຫົວຂໍ້ ເປັນຕົ້ນແມ່ນ: ຄວາມເໝາະສົມຂອງຊື່ດໍາລັດ, ໝວດ, ເນື້ອໃນ, ມາດຕາ, ການຈັດວາງຂອງໂຄງຮ່າງຂອງດໍາລັດ, ຊັບຊ້ອນໝວດ, ມາດຕາ ,ຄວາມສອດຄ່ອງຂອງດໍາລັດດັ່ງກ່າວຕໍ່ກັບບັນດານິຕິກໍາທີ່ມີ    (ກົດໝາຍທີ່ດິນ, ກົດໝາຍກະສິກໍາ, ກົດໝາຍອົງການປົກຄອງທ້ອງຖິ່ນ ແລະ ບັນດາກົດໝາຍອື່ນໆ)

ຫຼັງຈາກນັ້ນ, ໄດ້ເປີດການສົນທະນາ, ປະກອບຄໍາເຫັນຕໍ່ກັບດໍາລັດດັ່ງກ່າວຢ່າກົງໄປກົງມາ ດ້ວຍບັນຍາກາດທີ່ຟົດຟື້ນ, ບັນດາທ່ານທີ່ເຂົ້າຮ່ວມໄດ້ຍົກເອົາບາງໝວດ, ບາງມາດຕາ ມາແລກປ່ຽນສົນທະນາກັນ, ປັບປຸງໂຄງຮ່າງດຳລັດ, ບາງມາດຕາເຫັນດີໃຫ້ຕັດອອກ ແລະ ບາງມາດຕາຍັງບໍທັນຄົບຖ້ວນແມ່ນເຫັນດີໃຫ້ເພີ່ມເຂົ້າຕື່ມ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ທອງພັດ ວົງມະນີ ປະທານກອງປະຊຸມ ໄດ້ມີຄໍາເຫັນແນະນໍາໃນບາງຈຸດວ່າ: ໃຫ້ກອງເລຂາ ຈັດລຽງ ບັນດາໝວດ, ມາດຕາ ທີ່ເຫັນວ່າບໍ່ສອດຄ່ອງຄືນໃໝ່ ພ້ອມໃສ່ເນື້ອໃນລາຍລະອຽດໃຫ້ຄົບຖ້ວນ. ພ້ອມກັນນັ້ນ, ຖ້າເຫັນວ່າຍັງມີໜ້າວຽກໃດທີ່ບໍ່ທັນຄົບຖ້ວນຕ້ອງໄດ້ເພິ້ມບາງມາດຕາເຂົ້າຕື່ມ. ພາຍຫຼັງທີ່ໄດ້ປັບປຸງແລ້ວ ໃຫ້ຄະນະຮັບຜິດຊອບກະກຽມເພື່ອເປີດກອງປະຊຸມຜ່ານ “ຮ່າງ” ດໍາລັດ ວ່າດ້ວຍທີ່ດິນກະສິກໍາ ຕໍ່ຄະນະຊີ້ນໍາຂັ້ນກະຊວງ ຕື່ມອີກ ແລະ ກອງປະຊຸມດັ່ງກ່າວໄດ້ປິດລົງ ໃນເວລາ 12:00 ໂມງ ຂອງວັນດຽວກັນ.

ຂ່າວ ແລະ ພາບ: ນ. ມະໄລທິບ ວີຣາວົງ

ກວດແກ້: ທ່ານ ສົມເພັດ