ໃນລະຫວ່າງ ວັນທີ 22 ຫາ 28 ກຸມພາ 2021 ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ພ້ອມດ້ວຍທີມງານວິຊາການທີ່ມາຈາກກົມ ໄດ້ລົງຕິດຕາມການສ້າງໜອງເກັບນໍ້າ ໂດຍສົມທົບກັບການນຳຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເປົ້າໝາຍ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 65 ທ່ານ, ຍີງ 9 ທ່ານ ແລະ ພື້ນທີ່ການລົງຕິດຕາມໃນນີ້ມີ 11 ເມືອງ 14 ບ້ານ ຂອງແຂວງ ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
- ບ້ານ ນາດູ່ ເມືອງ ມະຫາໄຊ ແຂວງ ຄຳມ່ວນ
- ບ້ານ ສົ້ມ ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ
- ບ້ານ ສິວິໄລ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ
- ບ້ານ ພິນເໜືອ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ
- ບ້ານ ນາຄຳ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ
- ບ້ານ ນາກະຈາງ ເມືອງ ຕຸ້ມລານ ແຂວງ ສາລະວັນ
- ບ້ານ ໂນນດິນຊາຍ ເມືອງ ລະຄອນເພັງ ແຂວງ ສາລະວັນ
- ບ້ານ ທົ່ງແຄນ ເມືອງ ກະລຶມ ແຂວງ ເຊກອງ
- ບ້ານ ອຸດົມໄຊ ເມືອງ ສະໜາມໄຊ ແຂວງ ອັດຕະປື
- ບ້ານ ໄຊໂພສີ ເມືອງ ສາມັກຄີໄຊ ແຂວງ ອັດຕະປື
- ບ້ານ ໂພນຍາງ ເມືອງ ສຸຂຸມມາ ແຂວງ ຈຳປາສັກ
ການລົງຊຸກຍູ້ຄັ້ງນີ້ແມ່ນໄດ້ລົງເບີ່ງພື້ນທີ່ການຜະລິດເຂົ້ານາແຊງເຂດເມືອງມະຫາໄຊນຳໃຊ້ນໍ້າຈາກເຄື່ອນນຳເທີນສອງປູກເຂົ້າ. ໄດ້ລົງຕິດຕາມຄອບຄົວຕົວແບບເກົ່າ ທີ່ປະຕິບັດໃນພື້ນທີ່ແຫ້ງແລ້ງຂອງເມືອງ ລະຄອນເພັງ, ແຂວງ ສາລະວັນ, ເຫັນວ່າຄອບຄົວດັ່ງກ່າວຫັນປ່ຽນວິທີຈັດການດິນ, ການນໍ້າ ແລະ ຝຸ່ນ ຕາມແນວຄວາມຄິດທີ່ໄດ້ຝຶກຮໍ່າຮຽນຈາກໂຄງການເຊັ່ນ: ຄອບຄົວທ່ານ ທອງດີ ບ້ານ ກະໂພ ໄດ້ນຳໃຊ້ທີ່ດິນຫຼັງເກັບກ່ຽວປູກຖົ່ວ ແລະ ສາລີ ແລະ ສາມາດສ້າງລາຍໄດ້ໃຫ້ຄອບຄົວຫຼາຍກວ່າ 40 ລ້ານກີບຕໍ່ປີ. ນອກຈາກລົງເບີ່ງກິດຈະກຳໃນສະໜາມແລ້ວ ທ່ານຫົວໜ້າກົມຍັງໄດ້ລົງໂອ້ລົມ ໃຫ້ທິດຊີ້ນຳຕໍ່ຄະນະຂະແໜງ ຄພດກ ແຕ່ລະແຂວງ ເພື່ອເນັ້ນໃສ່ໃຫ້ເອົາໃຈໃສ່ຜັນຂະຫຍາຍພາລະບົດບາດຂອງຕົນໃຫ້ເປັນແຜນດຳເນີນງານ ແລະ ແຜນຈັດຕັ້ງປະຕິບັດ ແລະ ຊອກຫາແຫລ່ງທຶນເພື່ອມາຮັບໃຊ້ວຽກງານ ຄພດກ ໃຫ້ມີຄວາມເຂັ້ມອຂງ ແລະ ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈີງ
ຂ່າວໂດຍ: ວິຊາການຂໍ້ມູນຂ່າວສານທີ່ດິນກະສິກຳ
ຮູບພາບການລົງຕິດຕາມການສ້າງໜອງເກັບນໍ້າ ໃນ 6 ແຂວງ ພາກໃຕ້