ໃນວັນທີ 29 ມັງກອນ 2021 ຜ່ານມາ. ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກຳ ໄດ້ຈັດພິທີຮັບສະມາຊິກພັກສົມບູນຂຶ້ນ ທີ່ຫ້ອງປະຊຸມ ສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ. ຊື່ງໃຫ້ກຽດເປັນປະທານໂດຍ ສະຫາຍ ອະໂນລາດ ຈັນທະວົງສາ, ຮອງເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພ້ອມນີ້ຍັງມີບັນດາສະຫາຍ ເລຂາ, ຮອງເລຂາຄະນະໜ່ວຍພັກ 3ໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ອອ້ມຂ້າງຄະນະພັກຮາກຖານກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍໄພທູນ ພິລາກອນ, ຄະນະຮາກຖານ ໄດ້ອ່ານຜ່ານມະຕິຕົກລົງ ຂອງຄະນະພັກກະຊວງ ວ່າດ້ວຍເລື່ອນສະມາຊິກພັກສຳຮອງເຂົ້າພັກສົມບູນ. ຫຼັງຈາກນັ້ນ ສະຫາຍຮອງເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຂຶ້ນຕ້ອນຮັບ ແລະ ໃຫ້ຄໍາໂອວາດແກ່ສະມາຊິກພັກສົມບູນຜູ້ໃຫມ່.

ໃນວາລະທີ 2 ກອງປະຊຸມ ຮ່ວມຊີວິດພັກ ປະຈໍາເດືອນ ມັງກອນ ຂອງຄະນະພັກຮາກຖານຂອງກົມ ໃນກອງປະຊຸມ  ແຕ່ລະໜ່ວຍພັກໄດ້ຂື້ນລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກ ແລະ ສະພາບພົ້ນເດັ່ນຂອງແຕ່ລະໜ່ວຍພັກ ໃນໄລຍະ 1 ເດືອນຜ່ານມາ, ພ້ອມກັນນັ້ນ ໄດ້ເປີດໂອກາດໃຫ້ສະມາຊິກພັກ ສົມບູນ, ສຳຮອງ ປະກອບຄໍາເຫັນໃສ່ຮ່າງບົດລາຍງານ ຂອງແຕ່ລະໜ່ວຍພັກ. ຫຼັງຈາກນັ້ນ  ສະຫາຍ ອະໂນລາດ ຈັນທະວົງສາ, ຮອງເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໄດ້ໃຫ້ທິດຊີ້ນຳ ແກ່ສະມາຊິກພັກພາຍໃນກົມຈົ່ງໄດ້ພ້ອມກັນເອົາໃຈໃສ່ ເພີ່ມທະວີຄວາມສາມັກຄີພາຍໃນ,ສືບຕໍ່ປະຕິບັດແຜນການທີ່ວາງໄວ້ໃຫ້ສຳເລັດ ແລະ ໄດ້ກ່າວປິດກອງປະຊຸມຢ່າງເປັນທາງການ.

1,637 Comments