ໃນຕອນບ່າຍ ວັນທີ 24 ທັນວາ 2020 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມ ສະຫລຸບຜົນການລົງຊຸກຍູ້ຕິດຕາມການກວດກາວຽກງານຮອບດ້ານ ຂອງສະຫະພັນແມ່ຍິງຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຂຶ້ນ.

ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ປອ ຈັນທະຄອນ ບົວລະພັນ, ປະທານກວດກາສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ອຳພາວັນ ໄຊຍັນທອນ, ປະທານສະຫະພັນແມ່ຍິງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນປະທານຮ່ວມ ພ້ອມທັງຄະນະກວດກາສະພັນແມ່ຍີງກະຊວງກະສິກຳ ແລະ ປ່າໄມ້, ເຊີ່ງໃນນັ້ນມີເອື້ອຍນ້ອງແມ່ຍິງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເຂົ້າຮ່ວມຢ່າງພ້ອມພຽງ.
ພາຍໃນກອງປະຊຸມ ຄະນະຈັດຕັ້ງໄດ້ນຳສະເໜີຈຸດປະສົງ ແລະ ມະຕິຕົກລົງ ຫລັງຈາກນັ້ນ ທ່ານ ນາງ ອາລຸນນີ ສິນບັນດິດ, ຄະນະສະຫະພັນແມ່ຍິງຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ.ໄດ້ຜ່ານຮ່າງບົດສະຫຼຸບຜົນຂອງການກວດກາ ແລະ ປະເມີນຜົນວຽກງານຮອບດ້ານ ປະຈຳປີ 2020 ແລະ ແຜນການຈັດຕັ້ງໃນຕໍ່ໜ້າ ປີ 2021 ຂອງສະຫະພັນແມ່ຍິງຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ. ນອກນັ້ນ ຍັງໄດ້ເປີດໂອກາດໃຫ້ ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນ
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ຈັນທະຄອນ ບົວລະພັນ ພ້ອມຄະນະກວດກາສະພັນແມ່ຍີງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ນຳເອື້ອຍນ້ອງແມ່ຍິງພາຍໃນກົມ ຄພດກ ຈາກນັ້ນ ປະທານສະຫະພັນແມ່ຍິງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຶ້ນຮັບເອົາທິດຊີ້ນຳ ແລະ ໄດ້ກ່າວຄຳຂອບໃຈ ແລະກ່າວປິດກອງປະຊຸມໃນເວລາ 16:00 ໂມງ ຂອງວັນດຽວກັນ.
There is no gallery selected or the gallery was deleted.
ຂ່າວສານ: ວິຊາການຂໍ້ມູນຂ່າວສານທີ່ດິນກະສິກຳ
ກວດແກ້ໂດຍ: ທ່ານ ນາງ ອໍາໄພວັນ ໄຊຍັນທອນ