ໃນວັນທີ 23 ທັນວາ 2020 ທີ່ຜ່ານມາ, ສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້ ໄດ້ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້ຂຶ້ນ ທີ່ເດີນບານເຕະກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍການໃຫ້ກຽດເປັນປະທານເປີດພິທີ ຂອງ ທ່ານ ນາງ ພວງເພັດ ປູ່ວັງ ຄະນະປະຈຳພັກ,  ຮອງປະທານສະຫະພັນກຳມະບານກະຊວງກະສິກໍາແລະ ປ່າໄມ້ ເຊີ່ງມີສະມາຊິກກຳມະບານມາຈາກບັນດາກົມກອງພາຍໃນກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມໃນການສ້າງຂະບວນການຢ່າງຟົດຟື້ນ.

ຈຸດປະສົງການສ້າງຂະບວນການຄັ້ງນີ້ເພື່ອສ້າງຂະບວນການມິດຕະພາບ, ຮັດແໜ້ນຄວາມສາມັກຄີ ແລະ  ຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນກຳມະບານ ຊີງຂັນ ພະນະທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພາຍໃນການແຂ່ງຂັນກິລາປະກອບມີກິລາດຶງເຊືອກ ແລະ ກິລາເປຕັງ ເຊີ່ງຜົນຂອງການແຂ່ງຂັນກິລາດຶງເຊືອກແມ່ນ ກົມຊົນລະປະທານແມ່ນໄດ້ ອັນດັບ 1. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແມ່ນໄດ້ອັນດັບ 2.ກົມປ່າໄມ້ ແມ່ນໄດ້ອັນດັບ 3. ສໍາລັບຜົນຂອງການແຂ່ງຂັນກິລາເປຕັງ ແມ່ນ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແມ່ນໄດ້ ອັນດັບ 1. ກົມປູກຝັງ ໄດ້ອັນດັບ 2.ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ອັນດັບ 3.

ໃນຕອນທ້າຍຂອງການແຂ່ງຂັນກິລາ ແມ່ນໄດ້ມີພິທີມອບຂັນພະນະທ່ານລັດຖະມົນ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍເງີນລາງວັນໃຫ້ແກ່ທິມກິລາ ອັນດັບ 1, 2, 3 ຂອງ ກິລາດຶງເຊືອກ ແລະ ເປຕັງ ເຊີ່ງໃຫ້ກຽດມອບໂດຍ ທ່ານ ນາງ ພວງເພັດ ປູ່ວັງ.

ຂ່າວໂດຍ: ວິຊາການຂໍ້ມູນຂ່າວສານທີ່ດິນກະສິກຳ

ກວດແກ້ໂດຍ: ທ່ານ ປອ ພູທອນ ທໍາມະວົງ