ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ເປັນການແລກປ່ຽນບົດຮຽນໃຫ້ພະນັກງານເມືອງ, ແຂວງ ແລະ ຊາວກະສິກອນ ໃນການປັບປຸງດິນ ແລະ ການຜັນຂະຫຍາຍເຕັກນິກການປັບປຸງດິນດ້ວຍວິທີການນຳໃຊ້ເຕັກນິກໄຖປົກຕໍເຟືອງ.ເພື່ອສຸມໃສ່ຂະບວນການຜະລິດກະສິກໍາ ແລະ ປັບປຸງສະພາບດິນນາໃຫ້ມີການນຳໃຊ້ໄດ້ແບບຍືນຍົງ ພ້ອມທັງຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກການຈູດຕໍເຟືອງຫຼັງຈາກລະດູການເກັບກ່ຽວເຂົ້ານາປີ.
ໃນວັນທີ 17 ຫາ 18 ທັນວາ 2020 ທີ່ຜ່ານມາ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ວຽກງານການປັບປຸງດິນ ແລະ ສ້າງຂະບວນການໄຖປົກຕໍເຟືອງ ຂຶ້ນທີ່ເມືອງທ່າພະບາດ, ແຂວງບໍລິຄໍາໄຊ, ກອງປະຊຸມສໍາມະນາດັ່ງກ່າວແມ່ນ ໄດ້ຈັດຂຶ້ນຢູ່ທີ່ຫ້ອງການສາທາລະນະສຸກ ເມືອງທ່າພະບາດ

ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ແລະທ່ານ ນາມມະກອນ ສຸກຈະເລີນ, ຮອງຫົວໜ້າສູນ ພັດທະນາທີ່ດິນ ແລະຄຸ້ມຄອງການນໍາໃຊ້ຝຸ່ນ, ມີວິຊາການ ແລະ ທີມງານຄູຝຶກທີ່ມາຈາກ ກົມຄຸ້ມຄອງ ແລ ະພັດທະນາທີ່ດິນກະສິກໍາ ,ພ້ອມທັງຜູ້ເຂົ້າຮ່ວມທີ່ມາຈາກ ຂະແໜງຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ, ຫ້ອງການກະສິກໍາ ແລະປ່າໄມ້ ຂອງແຂວງບໍລິຄຳໄຊ, ມີຫົວໜ້າກຸ່ມຕາງໜ້າຊາວນາຕົວແບບຈາກບ້ານທວາຍໃຫ່ຍ ແລະ ບ້ານອ້ອມຂ້າງບ້ານທວຍໃຫຍ່ ເຂົ້າຮ່ວມທັງໝົດ ທັງໝົດ 25 ຄົນ ຍີງ 6 ຄົນ , ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເສີມສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ຊາວກະສິກອນໃນການນຳໃຊ້ເຕັກນິກການໄຖປົກຕໍເຟືອງເຂົ້າໃນການປັບປຸງດິນໃຫ້ມີຄວາມອຸດົມສົມບູນ ຊື່ງໃນການຝຶກອົບຮົມທາງຄູຝຶກທີ່ມາຈາກກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແມ່ນໄດ້ນຳສະເໜີກ່ຽວກັບ ຄວາມຮູ້ພຶ້ນຖານຂອງດິນ, ການລົງສຳຫຼວດ ແລະ ການເກັບຕົວຢ່າງດິນ, ການຜະລິດຝຸ່ນອົງຄະທາດ ແລະ ການປັບປຸງດິນດ້ວຍການໄຖກົບຕໍເຟືອງ ຜູ້ເຂົ້າຮ່ວມກັບຄູຝຶກ ຍັງສົນທະນາແລກປ່ຽນນໍາສະເໜີພາບລວມການຜະລິດ ແລະ ປຶກສາຫາຫລືກ່ຽວກັບບັນຫາການນໍາໃຊ້ດິນທີ່ພົບເຫັນຂອງແຕ່ລະພື້ນທີ່.ພາຍຫລັງກອງປະຊຸມສຳມະນາ ແລະ ການສາທິດໄຖກົບຕໍເຟືອງ ທ່ານ ນາມມະກອນ ສຸກຈະເລີນ, ຮອງຫົວໜ້າສູນ ພັດທະນາທີ່ດິນ ແລະຄຸ້ມຄອງການນໍາໃຊ້ຝຸ່ນ ໄດ້ປະກອບຄຳເຫັນ ແລະກ່າວປິດກອງປະຊຸມສຳມະນາ ລົງໃນວັນດັ່ງກ່າວ.

ໃນມື້ທີ່ສອງຂອງການຝຶກອົບຮົມ ວັນທີ 18 ທັນວາ 2020 ໄດ້ມີການເປີດພິທີສາທິດໄຖປົກຕໍເຟືອງຢູ່ບ້ານທວາຍໃຫ່ຍ, ເມືອງທ່າພະບາດ ແຂວງບໍລິຄໍາໄຊ. ເຊີ່ງໃຫ້ກຽດເປັນປະທານຮ່ວມເປີດພິທີໂດຍ ທ່ານປອ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮ່ວມກັບທ່ານບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງໆ ເມືອງທ່າພະບາດ ມີທີມງານວິຊາການທີ່ມາກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ພາຍຫລັງເປີດພິທີ, ສະມາຊິກຜູ້ເຂົ້າຮ່ວມທັງໝົດໄດ້ພາກັນລົງໄປສາທິດການໄຖກົບໄຖປົກຕໍເຟືອງ ຮ່ວມກັບຊາວກະສິກອນ ບ້ານດັ່ງກ່າວ. ເຊີາງມີຜູ້ເຂົ້າຮ່ວມທັງໝົດ 46 ຄົນ ຍິງ 14 ຄົນ.
There is no gallery selected or the gallery was deleted.
ຂ່າວໂດຍ: ວິຊາການຂໍ້ມູນຂ່າວສານທີ່ດິນກະສິກຳ
ກວດແກ້ໂດຍ: ທ່ານ ນາມມະກອນ ສຸກຈະເລີນ, ຫົວໜ້າສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ
ທ່ານ ນາງ ທິບພາພອນ ດວງສິລາ, ວິຊາການພະແນກແຜນການ ແລະ ການຮ່ວມມື