ໂດຍປະຕິບັດຕາມມະຕິຕົກລົງຂອງ ກອງປະຊຸມຂອງສະຫະປະຊາຊາດ ຄັ້ງທີ 68 (ເດືອນທັນວາ 2013) ທີ່ກຸງໂຣມ, ປະເທດອີຕາລີ, ທີ່ໄດ້ຕົກລົງເອົາວັນທີ 5 ທັນວາ ຂອງທຸກໆປີ ເປັນວັນດິນໂລກ (World Soil Day (WSD)). 

ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບ ເລກທີ 2153/ກປ ,ລົງວັນທີ 16 ພະຈິກ 2020 ,ວ່າດ້ວຍການອະນຸມັດຈັດງານສະເຫລີມສະຫລອງວັນດິນໂລກປີ2020,ເພື່ອເປັນການຜັນຂະຫຍາຍກອງປະຊຸມຂອງສະຫະປະຊາຊາດ ຄັ້ງທີ 68 (ເດືອນທັນວາ 2013) ທີ່ກຸງໂຣມ, ປະເທດອີຕາລີ, ທີ່ໄດ້ຕົກລົງເອົາວັນທີ 5 ທັນວາ ຂອງທຸກໆປີ ເປັນວັນດິນໂລກ (World Soil Day (WSD).ໃນວັນທີ 04 ທັນວາ 2020 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮ່ວມກັບ ອົງການອາຫານ ແລະ ການກະເສດ ( FAO )ໄດ້ຈັດພິທີສະເຫຼີມ ສະ ຫຼອງວັນດິນໂລກ ປະຈຳປີ 2020 ຂຶ້ນ ທີ່ ສະໂມສອນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພາຍໃຕ້ກອບຄໍາຂັວນ ຄື: “ປົກປັກຮັກສາດິນ ໃຫ້ອຸດົມສົມບູນ ເຕັມໄປດ້ວຍຊີວະນານາພັນ” ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາຊາຣາຍັດ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ( FAO ) ແຫ່ງສະຫະປະຊາຊາດປະຈໍາລາວ. ເຊີ່ງມີທ່ານ ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ສູນ, ນັກວິຊາການ, ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ຕ່າງໜ້າສະຖາບັນການສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງສຳຄັນຂອງການສະເຫຼີມສະຫຼອງວັນດິນໂລກ

  1. ເພື່ອຍົກສູງຄຸນຄ່າຂອງດິນໃຫ້ຢູ່ໃນເວທີລະດັບໂລກ ແລະ ເພື່ອເຜີຍແຜ່ອອກສູ່ວົງກ້ວາງກ່ຽວກັບຊັບພະຍາກອນດິນທີ່ເປັນອົງປະກອບສຳຄັນໃນການບັນລຸຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ລຶບລ້າງໄພອຶດຫິວໃນອານາຄົດ

ໃນພິທີໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບວຽກງານຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາໃນໄລຍະຜ່ານມາ, ການນຳສະເໜີກ່ຽວກັບສີ່ງທີ່ມີຊີວິດໃນດິນ ແລະ ຄວາມອຸດົມສົມບູນຂອງດິນ, ທາງເລືອກໃນການບູລະນະດິນ,ການປັບປຸງດິນກົດເຂັ້ມ ແລະ ການປັບປຸງດິນເຄັມເພື່ອການຜະລິດກະສິກຳ, ການທົດສອບຜົນກະທົບຂອງສານປັບປຸງດິນອິນຊີສຳລັບຊາວກະສິກອນຜູ້ປູກຜັກ ຫຼັງຈາກນັ້ນ ຄະນະປະທານ ແລະ ແຂກຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ໃຫ້ກຽດຕັດແຖບຜ້າ ແລະ ຢ້ຽມຊົມບູດວາງສະແດງຜົນງານຂອງກົມ ແລະ ຂະ ແໜງຄູ້ມຄອງ ແລະ ທີ່ດິນກະສິກຳແຕ່ລະແຂວງທີ່ໄດ້ເຂົ້າຮ່ວມວາງສະແດງ ໃນພິທີດັ່ງກ່າວ.

There is no gallery selected or the gallery was deleted.

ຂ່າວໂດຍ: ວິຊາການຂໍ້ມູນຂ່າວສານທີ່ດິນກະສິກໍາ.

ກວດແກ້ໂດຍ: ທ່ານ ສົມເພັດ ແພງບຸບຜາ, ຮອງຫົວໜ້າພະແນກແຜນການ ແລະ ການຮ່ວມມື