ໃນວັນທີ 20 ພະຈິກ 2020 ທີ່ຜ່ານມາ, ​ຄະ​ນະ ຊ​ປ​ປ​ລ ຮາກ​ຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມແລກ​ປ່ຽນ​ຄວາມ​ຮູ້​ທາງ​ດ້ານ​ວິ​ຊາ​ການຂື້ນ, ທີ່ຫ້ອງປະຊຸມສູນ​ສຳຫຼວດ ແລະ ວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ກະ​ສິ​ກຳ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ອະ​ໂນ​ລາດ ຈັນ​ທະ​ວົງ​ສາ ຮອງ​ເລ​ຂາຄະນະພັກ​ຮາກ​ຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ສະຫາຍ ທຳ​ມະ​ຂັນ ສໍ​ຊົມ​ພູ ຄະ​ນະ ປະຈໍາ ຊ​ປ​ປ​ລ ​ກະ​ຊວງ ກ​ປ, ມີຜູ້ຕາງໜ້າຈາ​ກກຳ​ມະ​ບານ ແລະ ​ແມ່​ຍິງ ຮາກ​ຖານ​ກົມ ຄ​ພດກ ພ້ອມດ້ວຍສະ​ມາ​ຊິກ​ຊາວ​ໜຸ່ມ​ທັງ​ໝົດ ເຂົ້າຮ່ວມຈຳນວນ 44 ສະຫາຍ, ຍິງ 23 ສະຫາຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອ ແລກປ່ຽນຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານວິຊາການ ລະຫວ່າງແຕ່ລະພາກສ່ວນ ພາຍໃນກົມ ຄພດກ,  ໃນນັ້ນຫົວຂໍ້ສໍາມະນາ ມີ 3 ຫົວຂໍ້:

  1. ​ໜ່ວຍ ຊປປລ ​ສູນ​ສຳຫຼວດ ແລະ ວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ກະ​ສິ​ກຳ ນໍາສະເໜີໂດຍ ສະຫາຍ ວຽງ​ໄຊ ຢ່າຈູຕົວ, ການວາງແຜນນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ.

2. ໜ່ວຍ ສປປລ ​ສູນ​ພັດ​ທະ​ນາ​ທີ່​ດິນ ແລະ ຄຸ້ມ​ຄອງການ​ນຳ​ໃຊ້​ຝຸນ ​​ນໍາສະເໜີໂດຍ ສະຫາຍ ນາງ ນົນ​ແສງ ທອງ​ຈັນ​ເພັງ, ການສ້າງ ວິ​ຊາ​ການ​​ດິນ​ຂັ້ນ​ບ້ານ (ໝໍ​ດິນ).

3. ໜ່ວຍ ຊປປລ​ 03 ພະ​ແນກ ນໍາສະເໜີໂດຍ ສະຫາຍ ນາງ ວິ​ສຸ​ດາ ແກ້ວ​ນະ​ຄອນ, ​ການ​ເຮັດ​ແຜ່ນ​ພັບ ໂດຍ​ໃຊ້​ໂປຼ​ແກຼມ Publisher.

              ຫລັງຈາກນັ້ນ ກໍ່ໄດ້ມີການສົນທະນາ ແລກປ່ຽນບົດຮຽນ, ແນວຄວາມຄິດ ຂອງ ສະມາຊິກ ຊປປລ ຈາກແຕ່ລະພາກສ່ວນ ເພື່ອເປັນບົດຮຽນ ໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ຖືກຕ້ອງ.

ຕອນ​ທ້າຍ​​ ​ປະທານ​ ໄດ້​ໃຫ້​ທິດ​ຊີ້​ນຳ​ ຕໍ່ ຊປປລ ຮາກຖານ ກົມ ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ, ເປີດກວ້າງ​ການຊອກຮູ້ຮໍ່າຮຽນຝຶກຝົນຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດຂື້ນຕື່ມ, ຊອກຮູ້ຮໍ່າຮຽນຈາກຜູ້ທີ່ມີປະສົບການ ເພື່ອນໍາມາໝູນໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ໄດ້ຮັບຜົນດີ, ນອກ​ຈາກ​ຈັດ​ສຳ​ມະ​ນາ​ພາຍ​ໃນ​ກົມ​ແລ້ວ ກໍ່ຢາກ​ໃຫ້​ມີ​ການຈັດ​ສຳ​ມະ​ນາ ​ແລກ​ປ່ຽນ​ບົດ​ຮຽນ​ນຳ​ຊາວ​ໜຸ່ມ​ຮາກ​ຖານ​​ກົມອື່ນຕື່ມ  ຫລື ຖ້າເປັນໄປໄດ້ ແມ່ນເດືອນລະຄັ້ງ, ໂດຍ​ໃຫ້​ຕິດ​ພັນ​ກັບ​ບົດ​ສະຫຼຸບ​ການ​ເມືອງ 5 ປີ ເພື່ອໃຫ້ສອດຄ່ອງ ຕາມແຜນການເຄື່ອນໄຫວວຽກງານຂອງກົມ.

ພາຍຫຼັງກອງປະຊຸມສິ້ນສຸດລົງໃນຕອນບ່າຍກໍ່ໄດ້ມີການແຂ່ງຂັນກິລາ ຕີບານ ຂອງສະມາຊິກ ຊປປລ ຂອງ 3 ໜ່ວຍ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນວາ, ວັນດິນໂລກ ໃຫ້ມີຄວາມຟົດຟື້ນມ່ວນຊື່ນ.

ຂ່າວໂດຍ: ນາງ ມະໄລທິບ ວີຣາວົງ, ວິຊາການຂໍ້ມູນຂ່າວສານທີ່ດິນກະສິກໍາ.

ກວດແກ້ໂດຍ: ທ່ານ ນາງ ຫົງທອງ ເພັດມີໄຊ. ຮອງຫົວໜ້າພະແນກບໍລິຫານ