
ໃນຕອນເຊົ້າ ວັນທີ 02 ກັນຍາ 2020, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກົມທີ່ດິນ ກະຊວງຊັພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບໂຄງການ ເສີມສ້າງຄວາມໝັ້ນຄົງໃນການຄອບຄອງນໍາໃຊ້ທີ່ດິນ ( ELTeS )ຈັດກອງປະຊຸມ ປຶກສາຫາລືກ່ຽວກັບ ແນວຄວາມຄິດ ໃນການພັດທະນາເຄື່ອງມື ສຳລັບການປູກຈິດສໍານຶກ ແລະ ການເຊື່ອມສານວຽກງານບົດບາດຍິງ-ຊາຍ ເຂົ້າໃນກິດຈະກໍາການວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມຂັ້ນບ້ານ, ທີ່ຫ້ອງປະຊຸມ ສູນສໍາຫລວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ບັນດິດ ຣາມາງກຸນ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ທ່ານ ຄິດລາໄຊ ກອກມີລາ ຮອງຫົວໜ້າກົມຄຸ້ມຄອງທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ທ່ານ ນາງ Eva Prediger ຫົວໜ້າແຜນງານວາງແຜນນໍາໃຊ້ທີ່ດິນ, ອົງການຮ່ວມມື ລາວ-ເຍຍລະມັນ (GIZ). ມີພະນັກງານວິຊາການທັງສອງພາກສ່ວນ, ພິເສດ ຈາກສູນກາງສະຫະພັນແມ່ຍິງລາວ, ເຂົ້າຮ່ວມທັງໝົດ 23 ທ່ານ, ຍິງ 10 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ແລະເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການ ໃນວຽກງານການວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມຂັ້ນບ້ານ ແລະ ເພື່ອປັບປຸງຮ່າງກອບແນວຄວາມຄິດ ຂອງການປູກຈິດສຳນຶກ ແລະ ເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານດັ່ງກ່າວ. ແນ່ໃສ່ເຮັດໃຫ້ຊາວກະສິກຳ ຢູ່ໃນບັນດາບ້ານເປົ້າໝາຍ ຂອງໂຄງການ ຄືຢູ່ແຂວງໄຊຍະບູລີ (ເມືອງບໍ່ແຕນ, ທົ່ງມີໄຊ, ພຽງ ແລະ ຊຽງຮອນ) ແລະ ແຂວງຫົວພັນ ( ເມືອງຊ່ອນ ແລະ ຫົວເມືອງ) ມີຄວາມຫ້າວຫັນ ເອົາໃຈໃສ່ ເຂົ້າມາມີສ່ວນຮ່ວມໃນການດຳເນີນກິດຈະກໍາ ການວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມຂັ້ນບ້ານຫຼາຍຍິ່ງຂຶ້ນ. ນອກຈາກນັ້ນ ທີ່ປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ກຳນົດທີມງານ, ແຜນການດຳເນີນງານ ແລະ ແບ່ງຄວາມຮັບຜິດຊອບຮ່ວມກັນລະອຽດ, ເພື່ອຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ ໃນໄລຍະສາມເດືອນທ້າຍປີ 2020 ໃຫ້ປະສົບຜົນສຳເລັດ.
ກອງປະຊຸມ ດຳເນີນເປັນເວລານຶ່ງວັນເຕັມ ແລະ ສຳເລັດດ້ວຍໝາກຜົນອັນຈົບງານ.