
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານຂຶ້ນ ໃນວັນທີ 12 ສິງຫາ 2020 ທີ່ຜ່ານມາ, ຢູ່ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກ ກະຊວງກະສິກໍາ ແລະປ່າໄມ້. ມີສະຫາຍຄະນະປະຈໍາພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ມີເລຂາ-ຮອງເລຂາຄະນະພັກຮາກຖານ, ສະມາຊິກພັກອາວຸໂສ ແລະ ສະມາຊິກພັກສົມບູນ-ສໍາຮອງ ທົ່ວຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາເຂົ້າຮ່ວມທັງໝົດ 81 ສະຫາຍ, ຍິງ 14 ສະຫາຍ.
ສະຫາຍ ປອ. ນິວົງ ສີປະເສີດ ເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ຜ່ານບົດລາຍງານການເມືອງ ໃຫ້ຮູ້ວ່າ: ຜ່ານມາຄະນະພັກຮາກຖານກົມ ໄດ້ເອົາໃຈໃສ່ຊຸກຍູ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເອົາໃຈໃສ່ເຂົ້າຮ່ວມເຊື່ອມຊຶ່ມບັນດາ ຂໍ້ກໍານົດ, ມະຕິ-ຄໍາສັ່ງແນະນໍາ, ກົດໝາຍຂອງລັດ ແລະເອກະສານຕ່າງໆຂອງຂັ້ນເທີງເຊັ່ນ: ມະຕິ IX ມະຕິ X, ກົດລະບຽບຂອງພັກສະໄໝທີ X,ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້ ແລະ ເອກະສານອື່ນໆທີ່ສໍາຄັນ ລວມທັງໝົດ 50 ຄັ້ງ ມີຜູ້ເຂົ້າຮ່ວມ 650 ເທື່ອຄົນ. ດ້ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໄດ້ຕັ້ງໜ້າປະຕິບັດແຜນດໍາເນີນງານຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 4 ເປົ້າໝາຍຂອງ ຂະແໜງກະສິກໍາ ແລະປ່າໄມ້ ປະກອບມີ 3 ແຜນດໍາເນີນງານໃຫຍ່ຄື: ວຽກງານສໍາຫຼວດ ແລະວາງແຜນນໍາໃຊ້ທີ່ດິນກະສິກໍາ ໄດ້ສໍາຫຼວດ, ກໍານົດ, ສ້າງ ແລະ ປັບປຸງແຜນທີ່ດິນກະສິກໍາ ໃນຂອບເຂດທົ່ວປະເທດໄດ້ 4, 5 ລ້ານເຮັກຕາ ພ້ອມລົງລາຍລະອຽດໃນລະດັບແຂວງ, ເມືອງ, ກຸ່ມບ້ານ ແລະບ້ານ. ວຽກງານການຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາ ໄດ້ຂຶ້ນສໍາມະໂນ/ອອກໃບຢັ້ງຢືນ ການນໍາໃຊ້ທີ່ດິນກະສິກໍາ, ດິນນາເຂດຊົນລະປະທານໃນ 17 ແຂວງ ແລະນະຄອນຫຼວງ ຮ່ວມກັບຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກໃບຕາດິນຖາວອນ ແຂວງເປົ້າໝາຍໂຄງການໄດ້ຈໍານວນໜຶ່ງ. ວຽກງານພັດທະນາທີ່ດິນ ແລະການຄຸ້ມຄອງການນໍາໃຊ້ຝຸ່ນ ໄດ້ຄົ້ນຄວ້າ ແລະທົດລອງນໍາໃຊ້ວັດຖຸດິບຈາກສິ່ງເສດເຫຼືອກະສິກໍາມາຜະລິດຝຸ່ນອົງຄະທາດ ແລະເຜີຍແຜ່ສູ່ຊາວກະສິກອນໃນຂອບເຂດທົ່ວປະເທດ, ຊຸກຍູ້ສ້າງຄອບຄົວຊາວນາຕົວແບບໃນການປັບປຸງດິນນາ ຍົກສະມັດຕະພາບການຜະລິດ. ພ້ອມນີ້ ຍັງໄດ້ຜ່ານຮ່າງແຜນພັດທະນາ 5 ປີໃນຕໍ່ໜ້າ. ເພື່ອເຮັດໃຫ້ວຽກງານດໍາເນີນໃນຕໍ່ໜ້າກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ສະໝັກ 7 ສ/ຫ ເລືອກເອົາ 5 ສ/ຫ. ຜ່ານການປ່ອນບັດເລືອກຕັ້ງໄດ້ຄື: ສ/ຫ ປອ. ນິວົງ ສີປະເສີດ ເປັນເລຂາຄະນະພັກຮາກຖານ, ສ/ຫ ອະໂນລາດ ຈັນທະວົງສາ ເປັນຮອງເລຂາ, ສ/ຫ ທັດເທວາ ສະພັງທອງ ເປັນປະທານກວດກາ, ສ/ຫ ກອງແກ້ວ ພະຈອມພົນ ເປັນຮອງປະທານກວດກາ ແລະ ສ/ຫ ໄພທູນ ພິລະກອນ ເປັນຄະນະ. ໃນຕອນທ້າຍ ສ/ຫ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກຮາກຖານຊຸດໃໝ່ຈົ່ງເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພັກ ໃຫ້ປອດໃສເຂັ້ມແຂງ ແລະໜັກແໜ້ນ, ເອົາໃຈໃສ່ບໍາລຸງກໍ່ສ້າງພະນັກງານໃຫ້ມີລະດັບຄວາມຮູ້ດ້ານວິຊາສະເພາະ ແລະຍູ້ແຮງການສໍາຫຼວດ, ຄົ້ນຄວ້າ ວາງແຜນພັດທະນາທີ່ດິນກະສິກໍາ ໃນຂອບເຂດທົ່ວປະເທດ ແລະດໍາເນີນການປັກຫຼັກໝາຍເຂດດິນສະຫງວນໄວ້ ເພື່ອທໍາການຜະລິດ ໂດຍມີລະບຽບການຄຸ້ມຄອງນໍາໃຊ້ຢ່າງຮັດກຸມ.
ອ້າງອີງຈາກ: website ກະຊວງກະສິກຳ ແລະ ປ່າໄມ້